ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຂໍ່ານັບປະທານປະເທດ ແຫ່ງ ສສ.ຫວຽດນາມ

 

PM visit vn p

PM visit vn 15

 

ໃນຕອນບ່າຍຂອງວັນທີ 15 ພຶດສະພາ 2016, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນຂັ້ນສູງເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈີນດາຍ ກວາງ, ປະທານປະເທດ ແຫ່ງ ສສ.ຫວຽດນາມ ທີ່ ສຳນັກງານປະທານປະເທດ, ນະຄອນຫລວງຮ່າໂນ້ຍ, ສສ.ຫວຽດນາມ.

ສະຫາຍ ເຈີນດາຍ ກວາງ, ປະທານປະເທດ ແຫ່ງ ສສ.ຫວຽດນາມ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຮັບການເລືອກຕັ້ງໃຫ້ເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເຊິ່ງສະແດງໃຫ້ເຫັນເຖິງຄວາມເຊື້ອໜັ້ນ ຂອງການນໍາພັກ-ລັດ, ກໍຄືປະຊາຊົນລາວບັນດາເຜົ່າ.

 

 

 

ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມປີຕິຊົມຍິນດີເປັນຢ່າງຍີ່ງ ແລະ ຮູ້ສຶກເປັນກຽດອັນສູງທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງ ຂອງລັດຖະບານ ແຫ່ງ ສປປ ລາວ ເດີນທາງມາຢ້ຽມຢາມ ສສ.ຫວຽດນາມ ຢ່າງເປັນທາງການ ເຊິ່ງເປັນການເຄື່ອນໄຫວວຽກງານການຕ່າງປະເທດຄັ້ງທຳອິດ ພາຍຫລັງໄດ້ຮັບການເລືອກຕັ້ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມນັ້ນໃຫ້ນັບມື້ນັບມີຄວາມແໜ້ນແຟ້ນ, ຈະເລີນງອກງາມ ແລະ ແຕກດອກອອກຜົນຍີ່ງໆຂຶ້ນ. ການຢ້ຽມຢາມ ສສ.ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ຄັ້ງນີ້ສືບຕໍ່ຈາກການຢ້ຽມຢາມ ສສ. ຫວຽດນາມ ຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ, ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ. ໃນເວລາຕໍ່ມາ ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນຂັ້ນສູງກໍໄດ້ເຂົ້າພົບປະ ສະຫາຍ ນາງ ຫງວຽນ ທິກີມເງິນ, ປະທານສະພາແຫ່ງຊາດຫວຽດນາມ ທີ່ ສະພາແຫ່ງຊາດ, ນະຄອນຫລວງຮ່າໂນ້ຍ, ສສ.ຫວຽດນາມ.

 

ໃນຕອນຄໍ່າຂອງວັນດຽວກັນ ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ຈັດງານລ້ຽງອາຫານຄໍ່າ ເພື່ອກຽດໃຫ້ແກ່ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມພັນລະຍາ ແລະ ຄະນຜູ້ແທນຂັ້ນສູງຂອງ ສປປ ລາວ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480385
ມື້ນີ້43
ມື້ວານ172
ອາທິດນີ້783
ເດືອນນີ້6616