ໃນວັນທີ 22 ກັນຍາ 2022 ທີ່ ນະຄອນນິວຢອກ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນແຫ່ງ ສປປ ລາວ ສືບຕໍ່ເຂົ້າຮ່ວມ ກອງປະຊຸມລະດັບສູງຕ່າງໆ ໃນໄລຍະກອງປະຊຸມສະມັດຊາໃຫຍ່ ສປຊ ສະໄຫມທີ 77 ຄື: ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ແບບບໍ່ເປັນທາງການ (Informal ASEAN Ministerial Meeting) ເພື່ອປຶກສາຫາລືກ່ຽວກັບການສືບຕໍ່ສົ່ງເສີມບົດບາດຂອງອາຊຽນ ກໍຄືທັດສະນະລວມຂອງ ອາຊຽນ ໃນບັນຫາພາກພື້ນ ແລະ ສາກົນ; ກອງປະຊຸມລັດຖະມົນຕີຂອງກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ (LLDCs Ministerial Meeting) ເພື່ອທົບທວນຄືນຜົນສຳເລັດ, ຄວາມຄືບໜ້າ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດແຜນດຳເນີນງານ ວຽນນາ ສຳລັບປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ; ກອງປະຊຸມລັດຖະມົນຕີຂອງກຸ່ມປະເທດດ້ອຍພັດທະນາ (LDCs Ministerial Meeting), ເຊິ່ງໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ວິກິດການດ້ານພະລັງງານ ແລະ ສະບຽງອາຫານ ທີ່ໄດ້ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ພ້ອມນັ້ນກໍໄດ້ ສະແດງຄວາມໝາຍໝັ້ນໃນການຈັດຕັ້ງປະຕິບັດແຜນປະຕິບັດງານ ໂດຮາ ສຳລັບປະເທດດ້ອຍພັດທະນາ (DoHA Programme of Action for LDCs) ທີ່ຫາກໍ່ຖືກຮັບຮອງໃນຕົ້ນປີນີ້.
ໃນໂອກາດດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ພົບປະສອງຝ່າຍກັບທ່ານ ນາງ ທັນຍາ ຟາຮອນ (Tanja Fajon), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສະໂລເວນີ, ເພື່ອປຶກສາຫາລືກ່ຽວກັບການສົ່ງເສີມສາຍພົວພັນ ແລະ ການຮ່ວມມືໃນຂອບສອງຝ່າຍ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີສາກົນ.
ໃນວັນທີ 21 ກັນຍາ 2022, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ສືບຕໍ່ນໍາພາຄະນະຜູ້ແທນແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 77 ແລະ ກອງປະຊຸມປິ່ນອ້ອມລະດັບສູງຕ່າງໆ ທີ່ ນະຄອນນິວຢອກ, ສະຫະລັດອາເມລິກາ. ໃນນັ້ນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍ່ໄດ້ຕາງໜ້າໃຫ້ຫົວໜ້າຄະນະຜູ້ແທນລາວ ກ່າວຄໍາເຫັນຕໍ່ກອງປະຊຸມລະດັບລັດຖະມົນຕີຂອງຂະບວນການບໍ່ຮ່ວມກຸ່ມ (Ministerial Meeting of Non-Aligned Movement) ຊຶ່ງໃນນັ້ນໄດ້ຢ້ຳຄືນການຍົກສູງ ແລະ ການປົກປ້ອງຫຼັກການພື້ນຖານຂອງຂະບວນການບໍ່ຮ່ວມກຸ່ມໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືເພື່ອການພັດທະນາ ໂດຍຜ່ານຂອບຫຼາຍຝ່າຍພາຍໃຕ້ອົງການ ສປຊ ກໍຄືການຮັດແໜ້ນຄວາມສາມັກຄີ ແລະ ຄວາມພະຍາຍາມຮ່ວມກັນໃນການແກ້ໄຂຜົນກະທົບຈາກວິກິດການຕ່າງໆໃນປັດຈຸບັນ ພ້ອມທັງໄດ້ຍົກໃຫ້ເຫັນວ່າ ການດຳເນີນມາດຕະການຝ່າຍດຽວ ບໍ່ສາມາດແກ້ໄຂບັນຫາສິ່ງທ້າທາຍຂອງໂລກໄດ້.
ໃນວັນທີ 20 ກັນຍາ 2022 ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ, ນະຄອນນິວຢອກ, ສະຫະລັດອາເມລິກາ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 77 ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ຈາບາ ໂກໂຣຊິ (CSABA KŐRÖSI), ປະທານສະມັດຊາໃຫຍ່ ສປຊ ສະໄໝ ທີ 77 ພາຍໃຕ້ຫົວຂໍ້ “ບາດລ້ຽວສໍາຄັນແຫ່ງຍຸກສະໄໝ: ວິທີທາງແບບຫັນປ່ຽນໃໝ່ໃນການແກ້ໄຂບັນດາສິ່ງທ້າທາຍທີ່ເກາະກ່ຽວກັນ” (A watershed moment: transformative solutions to interlocking challenges) ໂດຍມີຜູ້ແທນລະດັບປະມຸກລັດ, ຫົວໜ້າລັດຖະບານຫຼາຍກວ່າ 150 ທ່ານ, ລະດັບຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດລົງມາ 40 ກວ່າທ່ານ ຈາກປະເທດສະມາຊິກ ສປຊ ທັງໝົດ 193 ປະເທດ ເຂົ້າຮ່ວມ ແລະ ຈະໄດ້ຜັດປ່ຽນກັນຂຶ້ນກ່າວປາໄສ ເພື່ອສະແດງທັດສະນະ ແລະ ວິໄສທັດຂອງແຕ່ລະປະເທດຕໍ່ກັບບັນຫາສໍາຄັນຕ່າງໆຂອງໂລກ ເຊັ່ນ: ບັນຫາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ການລຶບລ້າງຄວາມທຸກຍາກ, ການເລັ່ງລັດຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານໂລກ; ການຮ່ວມມືເພື່ອສະກັດກັ້ນ ແລະ ຮັບມືກັບຜົນກະທົບຂອງພະຍາດໂຄວິດ-19 ແລະ ຟື້ນຟູເສດຖະກິດພາຍຫຼັງການລະບາດຂອງພະຍາດດັ່ງກ່າວ; ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດ; ຂໍ້ຂັດແຍ່ງທາງດ້ານການຄ້າ ແລະ ການທະຫານ ແລະ ບັນຫາອື່ນໆ.