ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2024 ທີ່ ຫຼວງພະບາງ, ພາຍໃຕ້ການເປັນປະທານ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີລັດຖະມົນຕີຕ່າງປະເທດອາຊຽນ, ລັດຖະມົນຕີຕ່າງປະເທດຕີມໍແລັດສະເຕ ໃນນາມປະເທດສັງເກດການ ແລະ ເລຂາທິການໃຫຍ່ອາຊຽນ.