ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ພິທີປະກາດການແຕ່ງຕັ້ງຕໍາແໜ່ງບໍລິຫານ ຂອງກະຊວງການຕ່າງປະເທດ

20200826Newlyappointed2

 

20200826Newlyappointed1

 

20200826Newlyappointed

 

ໃນຕອນເຊົ້າ ຂອງວັນທີ 26 ສິງຫາ 2020, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງຕໍາ ແໜ່ງບໍລິຫານຂອງພະນັກງານກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ມີບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ ແລະ ຮອງຫົວໜ້າກົມ ຂອງ ກະຊວງການຕ່າງປະເທດ ເຂົ້າຮ່ວມໃນພິທີ.

ການປະກາດການຈັດຕັ້ງໃນຄັ້ງນີ້, ທ່ານ ຕິ່ງ ສຸກສັນ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການຕ່າງ ປະເທດ ໄດ້ຂື້ນຜ່ານ ດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການ​ແຕ່ງຕັ້ງ ທ່ານ ວັນທາ ແສງເມືອງ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຖືກແຕ່ງຕັ້ງເປັນຫົວໜ້າກົມກວດກາ, ກະຊວງການຕ່າງປະເທດ ຕາມດຳລັດສະບັບເລກທີ 307/ນຍ, ລົງວັນທີ 8 ມິຖຸນາ 2020 ແລະ ພ້ອມທັງປະກາດການແຕ່ງຕັ້ງຫົວໜ້າພະແນກ 2 ທ່ານ, ຮອງຫົວໜ້າພະແນກ 8 ທ່ານ ຂອງກົງຈັກຊ່ວຍວຽກກະຊວງການຕ່າງປະເທດ ຄື:

1.ທ່ານ ວັນນະລາດ ພົມມະວົງສາ,ເປັນ ຫົວໜ້າພະແນກ, ຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ

2.ທ່ານ ອາຄອນ ພັນທະວົງ,ເປັນ ຫົວໜ້າພະແນກ, ຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ

3.ທ່ານ ສຸກິນດາ ອຸນາວົງ,ເປັນ ຮອງຫົວໜ້າພະແນກ, ກົມອາຊຽນ

4.ທ່ານ ນາງ ຈັນຕົງ ທອງມະນີວົງ,ເປັນ ຮອງຫົວໜ້າພະແນກ, ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ

5.ທ່ານ ນາງ ວານິດາ ເທບພະວົງ,ເປັນ ຮອງຫົວໜ້າພະແນກ, ກົມພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ

6.ທ່ານ ພົງພິໄນ ໄຊຍະສິດ,ເປັນ ຮອງຫົວໜ້າພະແນກ, ກົມກວດກາ

7.ທ່ານ ບຸນທະວີ ຫຼວງສີຈຳປາ,ເປັນ ຮອງຫົວໜ້າພະແນກ, ກົມກວດກາ

8.ທ່ານ ນາງ ລັດຕະນາ ໄຊຊະນະສີ,ເປັນ ຮອງຫົວໜ້າພະແນກ, ກົມພິທີການທູດ

9.ທ່ານ ກິມະນີວັນ ຫຼວງພອນໄຊ,ເປັນ ຮອງຫົວໜ້າພະແນກ, ກົມພິທີການທູດ

10.ທ່ານ ນາງ ພິດສະໄໝ ເຫງົ້າວົງສີ,ເປັນ ຮອງຫົວໜ້າພະແນກ, ກົມພິທີການທູດ

ນອກຈາກນີ້, ພິທີດັ່ງກ່າວຍັງໄດ້ມີການລົງນາມ ມອບ​-ຮັບ​ໜ້າ​ທີ່​ ລະຫວ່າງຫົວໜ້າກົມກວດກາ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍແມ່ນທ່ານ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຫົວໜ້າກົມກວດກາ ຜູ້ເກົ່າ ແລະ ທ່ານ ວັນທາ ແສງເມືອງ, ຫົວໜ້າກົມກວດກາ ຜູ້ໃໝ່.

ໃນຕອນທ້າຍພິທີ, ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງລັດຖະມົນຕີກະຊວງການຕ່າງປະເທດ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ຄຳໂອ້ວາດແກ່ຜູ້ໄດ້ຮັບການແຕ່ງຕັ້ງໃໝ່ ໃຫ້ມີຄວາມໝັກແໜ້ນ ແລະ ຍົກສຸງຄວາມເປັນແບບຢ່າງນຳໜ້າທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການນຳພາ,ຄວາມເສຍສະຫຼະເພື່ອສ່ວນລວມ, ຄວາມສາມັກຄີ ແລະ ເປັນເອກະພາບ, ເດັດດ່ຽວສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງ ໃນການຊີ້ນຳ-ນຳພາ ແລະ ປະຕິບັດໜ້າທີ່ວຽກງານ ຢ່າງມີປະສິດທິພາບ.

ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມຜູ້ນໍາ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ໃນຮູບແບບກອງປະຊຸມທາງໄກ

 

20200824 MLC -1

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484688
ມື້ນີ້204
ມື້ວານ188
ອາທິດນີ້1126
ເດືອນນີ້3993