ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ພິທີປະກາດການແຕ່ງຕັ້ງຕໍາແໜ່ງບໍລິຫານ ຂອງພະນັກງານກະຊວງການຕ່າງປະເທດ

 

20200729Morptumneng1

 

20200729Morptumneng2

 

ໃນເວລາ 14:00 ໂມງ ຂອງວັນທີ 29 ກໍລະກົດ 2020, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງຕໍາແໜ່ງບໍລິຫານ ຂັ້ນຄະນະກົມ ແລະ ພະແນກ ຈຳນວນ 06 ທ່ານ, ຊຶ່ງໃຫ້ກຽດເປັນປະທານໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ ແລະ ຮອງຫົວໜ້າກົມ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມເປັນສັກຄີພະຍານ. ໃນພີທີດັ່ງກ່າວໄດ້ປະກາດການແຕ່ງຕັ້ງ ຄື:

ອ່ານເພີ່ມເຕີມ... 

ກິດຈະກຳການແຂ່ງຂັນບານເຕະມິດຕະພາບ ລະຫວ່າງ ຄະນະນຳກະຊວງການຕ່າງປະເທດ ແລະ ກະຊວງການເງິນ

 

Football1 Football2

 

ໃນວັນທີ 23 ກໍລະກົດ 2020, ທີ່ ເດີ່ນບານເຕະອາໂລຮາ, ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ຮ່ວມກັບກະຊວງການເງິນ ໄດ້ຈັດກິດຈະກຳແຂ່ງຂັນບານເຕະມິດຕະພາບ ລະຫວ່າງ ຄະນະນຳກະຊວງການຕ່າງປະເທດ ແລະ ກະຊວງການເງິນ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງຄະນະບໍລິຫານງານພັກຂອງທັງສອງກະຊວງ, ໂດຍການເຂົ້າຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຄະນະພັກ-ຄະນະກົມ, ພະນັກງານຂອງກະຊວງການຕ່າງປະເທດ ແລະ ກະຊວງການເງິນ ເຂົ້າຮ່ວມຢ່າງພ້ອມພຽງ.

ກິດຈະກຳດັ່ງກ່າວ, ນອກຈາກເປັນການສ້າງຂະບວນການ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ທີ່ສຳຄັນຂອງສອງກະຊວງແລ້ວ, ກໍຍັງເປັນການສ້າງຄວາມສາມັກຄີ ແລະ ຄວາມຮັກແພງ ຊຶ່ງກັນ ແລະ ກັນ ໃຫ້ແກ່ຄະນະນຳ ກໍຄື ພະນັກງານລັດຖະກອນຂອງສອງກະຊວງ. ການແຂ່ງຂັນກິລາບານເຕະໃນຄັ້ງນີ້, ແມ່ນດໍາເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ, ມີຄວາມຟົດຟື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ ເຊິ່ງຜົນການແຂ່ງຂັນແມ່ນກະຊວງການຕ່າງປະເທດເອົາຊະນະກະຊວງການເງິນ 4 ປະຕູ ຕໍ່ 2.

ກອງປະຊຸມພົບປະແບບທາງໄກ ລະຫວ່າງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ

20200721PMLCN

20200721PMLCN120200721PMLCN2

ໃນວັນທີ21 ກໍລະກົດ 2020, ທີ່ ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ປະຊຸມພົບປະແບບທາງໄກ (Video Conference) ກັບ ສະຫາຍ ຫລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນໂດຍຈຸດປະສົງເພື່ອເສີມຂະຫຍາຍການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ສະຫາຍທີ່ດີ, ເພື່ອນມິດທີ່ດີ,ບ້ານໃກ້ເຮືອນຄຽງທີ່ດີ ແລະ ຄູ່ຮ່ວມມືທີ່ດີແລະການຜັນຂະຫຍາຍແຜນແມ່ບົດຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ປະກົດຜົນເປັນຈິງ.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484540
ມື້ນີ້56
ມື້ວານ188
ອາທິດນີ້978
ເດືອນນີ້3845