ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ກະຊວງການຕ່າງປະເທດ ຈັດກອງປະຊຸມສຳມະນາວິທະຍາສາດ ເພື່ອປະກອບຄຳເຫັນຕໍ່ເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ

 

20200603-Photo1

20200603-Photo4

20200603-Photo5

 

ໃນວັນທີ03ມິຖຸນາ 2020, ທີ່ ກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມ ສຳມະນາວິທະຍາສາດ ເພື່ອປະກອບຄຳເຫັນຕໍ່ເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ໂດຍການເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ ແລະ ພະນັກງານຫຼັກແຫຼ່ງພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານເພີ່ມເຕີມ... 

ພິທີປະກາດການແຕ່ງຕັ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຄົນໃໝ່ ແລະ ມອບ-ຮັບໜ້າທີ່ ຫົວໜ້າສະຖາບັນການຕ່າງປະເທດ ຜູ້ເກົ່າ ແລະ ຜູ້ໃໝ່

 

20200526 NewViceMinister1

20200526 NewViceMinister2

 

20200526 NewViceMinister

ທ່ານ ບຸ​ນ​ເຫຼືອ ພັນ​ດາ​ນຸວົງ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຄົນ​ໃໝ່ (ຊ້າຍມື)

 

20200526 IFA GGD Hand Over

ທ່ານ ​ໄມ ​ໄຊ​ຍະ​ວົງສ໌, ຫົວໜ້າ​ສະ​ຖາ​ບັນການ​ຕ່າງປະ​ເທດ​ ຜູ້​​​ໃໝ່ (ຊ້າຍມື)

 

ໃນ​ຕອນ​ເຊົ້າ ຂອງ​ວັນ​ທີ 26 ພຶດສະພາ 2020, ກະຊວງ​ການ​ຕ່າງປະ​ເທດໄດ້​ຈັດ​ພິທີ​ປະກາດ​ການ​ແຕ່ງ​ຕັ້ງ ຮອງ​ລັດຖະມົນຕີ ກະຊວງ​ການ​ຕ່າງປະ​ເທດ ​ຄົນ​ໃໝ່ ​ແລະ ການ​ມອບ-ຮັບ​ໜ້າ​ທີ່​ຫົວໜ້າ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ຜ້​ູ​ເກົ່າ ​ແລະ ຜູ້​ໃໝ່ ​ໂດຍ​ໃຫ້​ກຽດ​ເຂົ້າຮ່ວມ​ເປັນ​ສັກ​ຄີ​ພະຍານ ​ຂອງ​ ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ກໍາ​ມະ​ການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ບໍລິ​ຫານ​ງານ​ພັກ​ກະຊວງ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ​ມີບັນດາ​ຮອງ​ລັດຖະມົນຕີ, ຫົວໜ້າ​ຫ້ອງການ, ຄະນະ​ກົມ ​ແລະ ຄະນະ​ພະ​​ແນ​ກ ກໍ່​ໄດ້​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

 

ອ່ານເພີ່ມເຕີມ... 

ຄະນະພັກ ຄະນະນຳກະຊວງການຕ່າງປະເທດ ເຂົ້າຮ່ວມພິທີວາງພວງມາລາ ແລະ ໄຫວ້ອາໄລ ຕໍ່ການເສຍຊີວິດຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ

 

Funneral11

 

Funneral2

 

ໃນວັນທີ 14 ພຶດສະພາ 2020, ທີ່ ກະຊວງປ້ອງກັນປະເທດ, ຄະນະພັກ ຄະນະນຳກະຊວງການຕ່າງປະເທດ ນຳໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີວາງພວງມາລາ ແລະ ໄຫວ້ອາໄລຕໍ່ການເສຍຊີວິດຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ, ອະດີດກຳມະການສູນກາງພັກ ສະໄໝທີ I, II, III, IV, V, VI, VII ແລະ VIII, ອະດີດເລຂາທິການສູນກາງພັກ ສະໄໝທີ III, IV, ອະດີດກຳມະການກົມການເມືອງສູນກາງພັກ ສະໄທີ IV,VI, VII ແລະ VIII, ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ, ອະດີດຫົວໜ້າເສນາທິການໃຫຍ່ກອງທັບປົດປ່ອຍປະຊາຊົນລາວ, ອະດີດລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ອະດີດເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາເເພງນະຄອນວຽງຈັນ, ອະດີດລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ອະດີດປະທານຄະນະຂົນຂວາຍສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 12 ພຶດສະພາ 2020 ລວມອາຍຸໄດ້ 92 ປີ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483937
ມື້ນີ້61
ມື້ວານ183
ອາທິດນີ້375
ເດືອນນີ້3242