ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ຄະນະຜູ້ແທນ ສະພາແຫ່ງລັດ ແຫ່ງ ສາທາລະນະລັດ ກູບາ

2019.6.4-slx-hup-cuba1

2019.6.4-slx-hup-cuba2

ໃນຕອນເຊົ້າຂອງວັນທີ 07 ມິຖຸນາ 2019, ຢູ່ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ໃຫ້ກຽດຕ້ອນຮັບ ທ່ານ ໂອເມໂຣ ອາໂກດສຕາ ອານວາເຣັດສ (Homero Acosta Alvarez), ກໍາມະການສູນກາງພັກຄອມ​ມູນິດກູບາ, ເລຂາທິການສະພາແຫ່ງລັດ, ສະ​ມາຊິກສະພາແຫ່ງຊາດອໍານາດປະຊາຊົນ ແຫ່ງ ສາທາລະນະລັດ ກູບາ, ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 06-07 ມິຖຸນາ 2019.

ອ່ານເພີ່ມເຕີມ... 

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ເອກອັກຄະລັດຖະທູດສີລັງກາ ປະຈຳ ສປປ ລາວ

2019.6.3-slx-hup-sri langa1

2019.6.3-slx-hup-sri langa2

ໃນວັນທີ 04 ມິຖຸນາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ ນາງ ເຊນູກາ ເຊເນວິຣັດນາ (Kshenuka Dhireni Senewwira), ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ ປະຈໍາ ສປປ ລາວ, ໃນໂອກາດທີ່ຈະສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນເວລາອັນໃກ້ໆນີ້.

ອ່ານເພີ່ມເຕີມ... 

ລັດຖະມົນຕີກະຊວງການຕ່າງປະເທດ ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫ່ຍປະຈໍາປີ ຄັ້ງທີ 75 ຂອງຄະນະກໍາມາທິການ ເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້ນອາຊີ-ປາຊີຟິກ

2019.5.27-slx-UNEsCAP1

2019.5.27-slx-UNEsCAP3

2019.5.27-slx-UNEsCAP2

ໃນວັນທີ 27 ພຶດສະພາ 2019, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໃຫ່ຍປະຈໍາປີ ຄັ້ງທີ 75 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້້ນອາຊີ-ປາຊີຟິກ (UN-ESCAP)ທີ່ ບາງກອກ, ຣາຊະອານາຈັກໄທ ໂດຍມີຄະນະຜູ້ແທນຂັ້ນສູງຈາກບັນດາປະເທດສະມາຊິກ 53 ປະເທດ ໃນພາກພື້ນອາຊີ-ປາຊີຟິກ, ບັນດາອົງການເຄືອຂ່າຍ ສປຊ ປະຈຳພາກພຶ້ນ, ບັນດາອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານເຂົ້າຮ່ວມ. ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ການ​ສ້າງ​ຄວາມ​ອາດ​ສາ​ມາດ, ການ​ຮັບ​ປະ​ກັນ​ການ​ມີ​ສ່ວນ​ຮ່ວມ ແລະ ຄວາມ​ສະ​ເໝີ​ພາບ​ເພື່ອພ້ອມກັນ ທົບທວນຄືນການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ຖືກຮັບຮອງເອົາຢູ່ກອງປະຊຸມຄັ້ງຜ່ານມາ ແລະ ສືບຕໍ່ປຶກສາຫາລືແຜນວຽກຂອງຄະນະກໍາມາທິການໃນຕໍ່ໜ້າ.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບກຽດຢ່າງສູງຈາກ ຄະນະຈັດຕັ້ງກອງປະຊຸມ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກບັນດາປະເທດສະມາຊິກໃຫ້ເປັນ ປະທານ​ຮັກ​ສາ​ການ ນຳພາການດຳເນີນພິທີເປີດກອງ​ປະ​ຊຸມຄັ້ງນີ້ຢ່າງເປັນທາງການ. ໃນຕອນບ່າຍຂອງມື້ດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ຂຶ້ນກ່າວປາໄສຕໍ່ ກອງປະຊຸມພາກອະພິປາຍທົ່ວໄປ ຊຶ່ງບາງຕອນທ່ານໄດ້ຊີ້ໃຫ້ເຫັນເຖິງສະພາບເສດຖະກິດ ແລະ ການພັດທະນາຂອງພາກພື້ນອາຊີ-ປາຊິຟິກ ທີ່ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄດ້ກາຍເປັນສູນກາງ ຂັບເຄື່ອນເສດຖະກິດໂລກ, ແຕ່ອີກດ້ານໜຶ່ງບັນດາປະເທດໃນພາກພື້ນຍັງສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນ ຄວາມບໍ່ເທົ່າທຽມ ແລະ ຄວາມແຕກໂຕນດ້ານການພັດທະນາ​, ຄວາມທຸກຍາກຂອງປະຊາຊົນທີ່ຍັງບໍ່ທັນໄດ້ຮັບການແກ້ໄຂເທົ່າທີ່ຄວນ ແລະ ໄດ້ກາຍເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບ ແລະ ຄວາມຍຶນຍົງຂອງການພັດທະນາ ຢູ່ບັນດາປະເທດໃນພາກພື້ນ, ສະນັ້ນ ເພື່ອແກ້ໄຂບັນຫາດັ່ງກ່າວ ມັນຮຽກຮ້ອງໃຫ້ປະຊາຄົມໂລກ ແລະ ບັນດາປະເທດໃນພາກພື້ນ ກໍຄື ທຸກພາກສ່ວນໃນສັງຄົມຈົ່ງເພີ່ມທະວີການຮ່ວມມືກັນໃຫ້ຫຼາຍຂຶ້ນ. ນອກນັ້ນ, ທ່ານລັດຖະມົນຕີຍັງ​ໄດ້​ຍົກໃຫ້ເຫັນຄວາມພະຍາຍາມຂອງລັດຖະບານ ສ​ປ​ປ ລາວ ໃນການເຊື່ອມສານວາລະປີ 2030 ເພື່ອການພັດທະນາແບບຍືນຍົງ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງຕົນ ໂດຍຖືເອົາວຽກງານລົບ​ລ້າງ​ຄວາມ​ທຸກ​ຍາກເປັນບູລິມະສິດຕົ້ນຕໍ ຕິດພັນກັບການສົ່ງເສີມການສຶກສາ ແລະ ວຽກງານສາທາລະນະສຸກ, ການລົງທຶນໃສ່ການກໍ່ສ້າງພື້ນຖານໂຄງລ່າງ ແລະ ​ການເຊື່ອມ​ຈອດກັບບັນດາປະ​ເທດໃນ​ພາກພື້ນ ແນ່ໃສ່ນຳພາປະເທດຫຼຸດພົ້ນອອກ​ຈາກ ສະ​ຖານ​ະ​ພ​າບດ້ອຍພັດທະນາ ແລະ ກາຍເປັນປະເທດກຳ​ລັງ​ພັດ​ທະ​ນາ​ທີ່​​ມີລາຍຮັບປານກາງສູງ. ຕອນທ້າຍ ທ່ານ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ໄດ້ໃຫ້ການສະໜັບສະໜູນທຶນຮອນ ແລະ ເຕັກນິກວິຊາການດ້ານຕ່າງໆໃຫ້ແກ່ ສປປ ລາວ ຕະຫຼອດມາ ແລະ ຫວັງເປັນຢ່າງຫຍິ່ງວ່າ ວົງຄະນະຍາດສາກົນຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ເພື່ອສາມາດບັນລຸບັນດາຄາດໝາຍແຫ່ງຊາດດ້ານການພັດທະນາ ກໍຄື ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໃນລະດັບຊາດ. ຕະຫຼອດໄລຍະເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຄະນະ​ຜູ້​ແທນ​ລາວຈະໄດ້ສືບຕໍ່ປະ​ກອບ​ຄຳ​ຄິດຄຳເຫັນຢ່າງຫ້າວຫັນ ແລະ ສ້າງສັນ​​ຕໍ່ການພິຈາລະນາບັນດາຫົວຂໍ້ຍ່ອຍຂອງກອງປະຊຸມ ແລະ ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມປິ່ນ​ອ້ອມຕ່າງໆ​ ຊຶ່ງຈະໄດ້ດຳເນີນໄປຈົນເຖິງວັນທີ 31 ພຶດສະພາ 2019 ຈຶ່ງຈະປິດລົງ.

ຄະນະກຳມາທິການ UNESCAP ແມ່ນອົງກອນພາກພື້ນດ້ານການພັດທະນາຂອງອົງການ ສປຊ, ຊຶ່ງໄດ້ຖືກກໍ່ຕັ້ງຂື້ນໃນປີ 1947 ໂດຍມີສຳນັກງານໃຫ່ຍຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ, ມີປະເທດສະມາຊິກ 53 ປະເທດ. ຄະນະກຳມາທິການດັ່ງກ່າວ ມີພາລະບົດບາດໃນການສະໜອງເຕັກນິກ-ວິຊາການ ແລະ ການຍົກລະດັບບຸກຄະລາກອນຂອງບັນດາປະເທດສະມາຊິກໃນການແກ້ໄຂບັນຫາສິ່ງທ້າທາຍທາງດ້ານການສ້າງນະໂຍບາຍເສດຖະກິດມະຫາພາກ, ການຄ້າ-ການລົງທຶນ, ນະວັດຕະກຳ, ພະລັງງານ, ການຂົນສົ່ງ, ສະຖິຕິ, ເຕັກໂນໂລຊີການສື່ສານ, ການພັດທະນາສັງຄົມ ແລະ ສິ່ງແວດລ້ອມ. ກອງ​ປະຊຸມ​ໃຫ່ຍຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດປະຈໍາພາກພື້້ນອາຊີ-ປາຊີຟິກ ຄັ້ງທີ 75 ນີ້ດຳ​ເນີນ​ໄປ​ພາຍ​ໃຕ້​ບັນຍາກາດ​ອັນ​ສ້າງສັນ ​ເຊິ່ງຖືເປັນ​ຂີດໝາຍ​ອັນ​ດີ​ໃຫ້​ແກ່​ການ​ເສີມ​ຂະຫຍາຍ​ ການ​ພົວພັນ​ຮ່ວມ​ມືແບບຫຼາຍຝ່າຍ ຂອງບັນດາປະເທດໃນຂົງເຂດອາຊີ-ປາຊິຟິກໃຫ້​ນັບມື້ແຕກດອກອອກຜົນຫ​ຍິ່ງໆ​ຂຶ້ນ​ໃນ​ອະນາຄົດ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480229
ມື້ນີ້59
ມື້ວານ157
ອາທິດນີ້627
ເດືອນນີ້6460