ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມການເມືອງ - ຄວາມໝັ້ນຄົງອາຊຽນ ຄັ້ງທີ 18 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 22

20181113-18thAPSCand22ndACC-1

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສປປ ລາວ

ເຂົ້າຮ່ວມກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 18

 

 

20181113-18thAPSCand22ndACC-2

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 22

 

ໃນຕອນເຊົ້າຂອງວັນທີ 13 ພະຈິກ 2018 ທີ່ ສິງກະໂປ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ​ ໄດ້​ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມການເມືອງ - ຄວາມໝັ້ນຄົງອາຊຽນ ຄັ້ງທີ 18. ໃນກອງປະຊຸມດັ່ງກ່າວ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ຮ່ວມກັນປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຂອງບັນດາຂະແໜງການ ພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ໃນໄລຍະ 1 ປີ ຜ່ານມາ, ໂດຍສະເພາະ ແມ່ນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາກິດຈະກໍາ ພາຍໃຕ້​ແຜນ​ແມ່​ບົດ​ປະຊາ​ຄົມ​ການ​ເມືອງ-ຄວາມ​ໝັ້ນຄົງ​ອາ​ຊຽນ 2025, ພ້ອມທັງ ຊຸກຍູ້ບັນດາຂະແໜງການຕ່າງໆ ພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມຫມັ້ນຄົງ ໃຫ້ເພີ່ມຄວາມເປັນເຈົ້າການ ແລະ ນໍາພາການຈັດຕັ້ງປະຕິບັດບັນດາກິດຈະກໍາທີ່ຍັງຄ້າງຄາ. ມາຮອດປັດຈຸບັນ ອາຊຽນ ສາມາດຈັດຕັ້ງປະຕິບັດສໍາເລັດແລ້ວ 88 ສ່ວນຮ້ອຍ ຂອງ ຈຳນວນທັງໝົດ 290 ກິດຈະກໍາ ພາຍໃຕ້ແຜນແມ່ບົດດັ່ງກ່າວ. ໃນນັ້ນ, ສປປ ລາວ ກໍ່ໄດ້ປະກອບສ່ວນ ໃນການຈັດຕັ້ງປະຕິບັດ ແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ໂດຍໄດ້ສຳເລັດການເປັນເຈົ້າພາບກອງປະຊຸມປະສານງານ ຄັ້ງທີ 2 ໃນການສຶກສາຄົ້ນຄວ້າ ຂອງ ຄະນະກຳມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ກ່ຽວກັບ ສິດທິໄດ້ຮັບການສຶກສາ ແລະ ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີກົດໝາຍອາຊຽນ ຄັ້ງທີ 10 ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ກົດໝາຍອາຊຽນ ຄັ້ງທີ 18 ໃນຕົ້ນເດືອນຕຸລາຜ່ານມາ.

ໃນຕອນເຊົ້າຂອງວັນດຽວກັນ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ກໍສືບຕໍ່ເຂົ້າຮ່ວມກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 22. ກອງປະຊຸມ ​ໄດ້ປຶກສາຫາລື ກ່ຽວກັບ ຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດ ບັນດາຄໍາຕົກລົງຂອງຜູ້ນໍາອາຊຽນ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32 ທີ່ຈັດຂຶ້ນຢູ່ ສິງກະໂປ ໃນເດືອນເມສາ 2018 ຜ່ານມາ ແລະ ໄດ້ພິຈາລະນາຮັບຮອງເອົາ ບົດລາຍງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບ ວຽກງານອາຊຽນ ເພື່ອນໍາສະເໜີ ຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33, ຮັບຊາບບົດລາຍງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບ ການປະຕິບັດໜ້າທີ່ວຽກງານຂອງກອງເລຂາອາຊຽນ, ບົດລາຍງານຂອງຄະນະກໍາມະການຜູ້ຕາງໜ້າຖາວອນ ປະຈໍາ ອາຊຽນ, ບົດລາຍງານປະທານຄະນະສະເພາະກິດຮັບຜິດຊອບຂໍ້ລິເລີ່ມ ເພື່ອການເຊື່ອມໂຍງອາຊຽນ, ບົດລາຍງານຂອງຄະນະກໍາມະການປະສານງານການເຊື່ອມຈອດອາຊຽນ ແລະ ບົດລາຍງານຄວາມຄືບໜ້າ ປະຈໍາປີ 2018 ຂອງເຄືອຂ່າຍເມືອງອັດສະລິຍາອາຊຽນ.

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ລັດຖະມົນຕີກະຊວງການຕ່າງປະເທດ ຕວັກກີ

PMTurkey18

 

ໃນວັນທີ 08 ພະຈິກ 2018, ທີ່ ສຳນັກງານນາຍົກລັດຖະມົນຕີ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ເມຣຸດ ຄາວູໂຊລູ (Mevlut Cavusoglu), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ, ໃນໂອກາດທີ່ທ່ານລັດຖະມັນຕີ ແລະ ຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 07-08 ພະຈິກ 2018.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484447
ມື້ນີ້151
ມື້ວານ273
ອາທິດນີ້885
ເດືອນນີ້3752