ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ສປປ ລາວ ສະເຫນີບົດລາຍງານແຫ່ງຊາດແບບສະຫມັກໃຈ ກ່ຽວກັບຄວາມຄືບຫນ້າໃນການຈັດຕັ້ງປະຕິບັດ ວາລະການພັດທະນາແບບຍືນຍົງ 2030

2018717mofaminsterinUN1

2018717mofaminsterinUN22

 

ກອງປະຊຸມເວທີການເມືອງລະດັບສູງ ວ່າດ້ວຍການພັດທະນາແບບຍືນຍົງ ໄດ້ຈັດຂຶ້ນທີ່ສໍານັກງານໃຫຍ່ອົງການ ສະ​ຫະ​ປະ​ຊາ​ຊາດ ທີ່ນິວຢອກ ແຕ່ວັນທີ 09-18 ກໍລະກົດ 2018. ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການ ຕ່າງປະເທດ, ຮອງປະທານຜູ້ປະຈຳການຄະນະຊີ້ນຳລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ(ປພຍ), ​ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ຂອງ ສ​ປ​ປ ລາວ ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ແລະ ກະ​ຊວງ​ແຮງ​ງານ ເຂົ້າ​ຮ່ວມກອງປະຊຸມເວທີການເມືອງລະດັບສູງດັ່ງກ່າວ. ໃນ​ໄລ​ຍະ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ ແຕ່​ວັນ​ທີ 16-18 ກໍ​ລະ​ກົດ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້ຂຶ້ນນໍາສະເຫນີບົດລາຍງານແຫ່ງຊາດແບບສະຫມັກໃຈ ສະບັບທໍາອິດ ຂອງ ສປປ ລາວ ກ່ຽວ​ກັບຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດເປົ້າຫມາຍການພັດທະນາແບບຍືນຍົງ ໃນ​ຕອນ​ບ່າຍ​ຂອງວັນ​ທີ 17 ກໍ​ລະ​ກົດ, ເຊິ່ງ​ເປັນ​ຫນຶ່ງ​ໃນ 47 ປະ​ເທດ​ສະ​ມາ​ຊິກ ທີ່ນໍາສະເຫນີບົດລາຍງານແຫ່ງຊາດ ​ໃນປີ 2018 ນີ້ ໂດຍໄດ້​ຊີ້​ໃຫ້​ເຫັນ​ວ່າ ສປປ ລາວ ໄດ້​ເອົາ​ໃຈ​ໃສ່​ໃນ​ການຈັດປະຕິບັດເປົ້າໝາຍການພັດທະນາແບບຍືນຍົງນັບແຕ່ມື້​ຖືກ​​ຮັບ​ເອົາ​ເປັນ​ຕົ້ນ​ມາ ໂດຍ​ສະ​ເພາະ​ແມ່ນໄດ້ຜັນຂະຫຍາຍເປົ້າຫມາຍການພັດທະນາຂອງສາກົນດັ່ງ​ກ່າວ ເຂົ້າ​ໃນ​ແຜນ​ພັດ​ທະ​ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ທີ່ສອດຄ່ອງກັບ 3 ເສົາຄໍ້າ ຂອງວາ​ລະ​ການພັດທະນາ 2030​ຄື: ດ້ານເສດຖະກິດ, ສັງຄົມ ແລະ ສີ່ງແວດລ້ອມ. ໃນ​ນັ້ນ, ປະ​ມານ 60% ຂອງຕົວຊີ້ວັດຂອງ​ແຜນພັດ​ທະ​ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແມ່ນເຊື່ອມໂຍງກັບຕົວຊີ້ວັດ ປ​ພຍ, ເຊິ່ງ​ຕົວ​ຊີ້​ວັດ ປ​ພຍ ທີ່​ຍັງ​ເຫລືອ ແມ່ນຈະສືບຕໍ່​ຜັນ​ຂະ​ຫຍາຍເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງ​ຊາດ ໃນໄລຍະຕໍ່​ໄປ. ພິເສດ ສປປ ລາວ ຍັງໄດ້ສະ​ເຫນີ​ຄວາມ​ຄືບ​ຫນ້າ​ກ່ຽວ​ກັບ ປພຍ ທີ 18 ວ່າດ້ວຍ “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ”, ເຊິ່ງເປັນ ເປົ້າຫມາຍແຫ່ງຊາດຂອງຕົນ ແນໃສ່ເພື່ອຫຼຸດຜ່ອນຜົນກະທົບທີ່ເກີດຈາກລະເບີດບໍ່ທັນແຕກ (UXO) ຕໍ່ການພັດທະນາ ປະເທດ.

ບົດລາຍງານແຫ່ງຊາດສະບັບນີ້ ຊີ້​ໃຫ້​ເຫັນ​ເຖິງ​ຂໍ້​ສະ​ດວກ, ຂໍ້ຫຍຸ້ງຍາກ, ສີ່ງທ້າທາຍ ແລະ ທິດ​ທາງ​ໃນ​ຕໍ່​ໜ້າ ໃນການຈັດ​ຕັ້ງ​ປະ​ຕິ​ບັດ ປ​ພຍ ຢູ່ ສປປ ລາວ ພ້ອມ​ທັງ​ຢໍ້າຄືນຄວາມຕັດສິນໃຈສູງ ແລະ ຄວາມຫມັ້ນຫມາຍອັນແຮງກ້າ ຂອງລັດຖະບານລາວ ໃນການສືບຕໍ່ຮ່ວມ​ມື​ກັບ​ວົງ​ຄະ​ນະ​ຍາດ​ສາ​ກົນເພື່ອຮັບປະກັນໃຫ້ແກ່ການປະຕິບັດ ປ​ພຍ ໃຫ້ບັນລຸ ຜົນຕາມຄາດຫມາຍ, ເຊິ່ງ​ຈະ​ເປັນ​ການ​ສ້າງ​ເງື່ອນ​ໄຂ ແລະ ເປັນພື້ນຖານສໍາຄັນເພື່ອໃຫ້ສາມາດບັນລຸເງື່ອນໄຂຂອງການ ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ​ເທື່ອ​ລະ​ກ້າວ.

ການ​ສ້າງ​ບົດ​ລາຍ​ງານແຫ່ງຊາດ​ດັ່ງ​ກ່າວ ຍັງແມ່ນການປະ​ຕິ​ບັດ​ພັນ​ທະ​ສາກົນໃນຖານະເປັນປະເທດ​ສະ​ມາ​ຊິກ ອົງ​ການ ສ​ປ​ຊ ​ເພື່ອລາຍ​ງານ​ຄວາມ​ຄືບ​ໜ້າຂອງການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ປ​ພຍ ໃນລະດັບປະເທດໃຫ້​ສາ​ກົນ​ຮັບ​ຮູ້ ແລະ ​ເຂົ້າ​ໃຈ​ຕໍ່​ສະພາບຈຸດພິເສດດ້ານການພັດທະນາ ກໍຄືແນວ​ທາງນະ​ໂຍ​ບາຍ​ຂອງ​ລັດລັດຖະບານ ​​ພາຍ​ໃຕ້​ຄໍາຂວັນ “ບໍ່ປະຖີ້ມໃຜໄວ້ຢູ່ ທາງຫຼັງ”. ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ການ​ພັດ​ທະ​ນາ​ຂອງສາ​ກົນດັ່ງກ່າວ ຍັງຮຽກຮ້ອງໃຫ້ມີສ່ວນຮ່ວມຂອງ​ທຸກ​ພາກ​ສ່ວນ​ໃນ​ສັງ​ຄົມ. ດັ່ງນັ້ນ, ໃນຕະຫລອດຂະບວນການກະກຽມບົດ​ລາຍ​ງານແຫ່ງຊາດ​ດັ່ງ​ກ່າວ​ຈຶ່ງ​ໄດ້​ມີ​ການຈັດຕັ້ງກອງ ປະຊຸມປຶກສາຫາລືແບບມີສ່ວນຮ່ວມ​ຂຶ້ນຫຼາຍຄັ້ງ ໂດຍການເຂົ້າຮ່ວມປະກອບຄໍາຄິດເຫັນຂອງພາກລັດ​ຖະ​ບານ, ສະມາ ຊິກສະພາແຫ່ງຊາດ, ພາກເອກະຊົນ, ສະຖາບັນການສຶກສາ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່​ບໍ່​ສັງ​ກັດ​ລັດ​ຖະ​ບານ, ອົງ​ການ​ເຄືອຂ່າຍສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາ.

ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃນຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ ຍັງ​ໄດ້​​​ພົບ​ປະ​​ກັບ​ຫົວຫນ້າຄະນະຜູ້ແທນ ແອສໂຕເນຍ, ອຽກລັງ, ການາດາ, ຮູມານີ, ຜູ້ອໍານວຍການໃຫ່ຍອົງການ ສປຊ ເພື່ອການພັດທະນາ (UNDP) ແລະ ຜູ້ຕາງຫນ້າຂັ້ນສູງສໍາລັບປະເທດດ້ອຍພັດທະນາ, ປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ປະເທດ ເກາະດອນນ້ອຍ (UNOHRLLS) ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ. ພ້ອມ​ກັນ​ນັ້ນ, ຄະ​ນະ​ຜູ້​ແທນ​ລາວ ຍັງ​ໄດ້​ເຂົ້າ​ຮ່ວມ ແລະ ປະ​ກອບ​ສ່ວນ​ຢ່າງ​ຫ້າວ​ຫັນ​ໃນກອງ​ປະ​ຊຸມ​ປິ່ນ​ອ້ອມ​ທີ່​ສຳ​ຄັນ​ອີກຈໍານວນ ຫນຶ່ງເພື່ອແລກປ່ຽນບົດຮຽນດ້ານການພັດທະນາ ທັງເປັນການ​ຍົກ​ຖາ​ນະ​ບົດ​ບາດ ​ຂອງ ສ​ປ​ປ ລາວ ໃຫ້​ສູງ​ຂຶ້ນ​ໃນ​ເວ​ທີ​ສາ​ກົນ. ການ​ເຂົ້າ​ຮ່ວມກອງປະຊຸມ​ເວ​ທີ​ການ​ເມືອງ​ລະ​ດັບ​ສູງ​ຂອງ ສປຊ ຂອງ ສ​ປ​ປ ລາວ ໃນ​ຄັ້ງ​ນີ້ ແມ່ນ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

ຜົນສຳເລັດການທົບທວນບົດລາຍງານດ້ານສິດທິມະນຸດຂອງ ສປປ ລາວ ທີເຊີແນວ

sidthimanout

ໃນລະຫວ່າງວັນທີ 11-12 ກໍລະກົດ 2018 ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ປະທານຄະນະຊີ້ນຳລະດັບຊາດໃນການປະສານງານດ້ານສິດທິມະນຸດ ໄດ້ເຂົ້າຮ່ວມກອງປະຊຸມ ຄັ້ງທີ 123 ຂອງຄະນະກຳມະການສິດທິມະນຸດ ສປຊ (UN Human Rights Committee) ທີ່ນະຄອນ ເຊີແນວ, ປະເທດ ສະວິດ ເພື່ອທົບທວນບົດລາຍງານການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍ ສິດທິທາງການເມືອງ ແລະ ສິດທິຂອງພົນລະເມືອງເປັນຄັ້ງທຳອິດ ນັບແຕ່ ສປປ ລາວ ເປັນພາຄີໃນປີ 2009.

ອ່ານເພີ່ມເຕີມ... 

ຊາວໜຸ່ມກະຊວງການຕ່າງປະເທດ ໄດ້ຮັບນາມມະຍົດ 4 ບຸກ ຮອບທີ II

 

4Reactions1 4Reactions2

 

ໃນວັນທີ 2 ກໍລະກົດ 2018, ທີ່ ກະຊວງການຕ່າງປະເທດ, ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ກະຊວງການຕ່າງປະເທດ ໄດ້ຈັດພິທີຮັບນາມມະຍົດ 4 ບຸກ ຮອບທີ II ຂຶ້ນ, ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ; ແລະ ສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານສູນກາງ ຊປປ ລາວ; ມີຕາງໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງການເງິນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ; ພ້ອມດ້ວຍບັນດາຄະນະກົມ, ພະນັກງານ ແລະ ສະມາຊິກຊາວໜຸ່ມຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485474
ມື້ນີ້175
ມື້ວານ227
ອາທິດນີ້510
ເດືອນນີ້4779