ໃນວັນທີ 23 ພຶດສະພາ 2016, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Hiroyuki Kishino, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ, ເນື່ອງໃນໂອກາດທີ່ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ຄົນໃໝ່. ໃນໂອກາດດັ່ງກ່າວ, ທ່ານທູດກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ທ່ານລັດຖະມົນຕີຕ່າງປະເທດ ຈົ່ງໄດ້ຮັບຜົນສຳເລັດໃນການປະຕິບັດໜ້າທີ່ຂອງຕົນ, ຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນສຳເລັດ ແຫ່ງການສ້າງສາພັດທະນາປະເທດຊາດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານການທູດລາວ, ຍິນດີໃຫ້ການສະໜັບສະໜູນ ສປປ ລາວໃນການເປັນປະທານອາຊຽນ, ສະແດງຄວາມພໍໃຈຕໍ່ການພົວພັນຮ່ວມມືທີ່ມີໝາກຜົນອັນດີ ລະຫວ່າງ ລາວ-ຍີ່ປຸ່ນ ແລະ ຈະສືບຕໍ່ພົວພັນຮ່ວມມືກັບ ສປປ ລາວ ເພື່ອເສີມຂະຫຍາຍສາຍພົວພັນແບບຄູ່ຮ່ວມມືຍຸດທະສາດ ລະຫວ່າງ ລາວ ແລະ ຍີ່ປຸ່ນ.
ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີຕ່າງປະເທດ ກໍໄດ້ຕີລາຄາລາສູງຕໍ່ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສປປລາວ ແລະ ຍີ່ປຸ່ນທີ່ໄດ້ຮັບການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ເປັນຕົ້ນແມ່ນການພົວພັນດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ. ສະແດງຄວາມຂອບໃຈຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງ ທ່ານທູດ ໃນໂອກາດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງທ່ານ ຟູມິໂອະ ກິຊິດະ, ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 4 - 5 ພຶດສະພາ 2016 ຜ່ານມາ. ສະແດງຄວາມຂອບໃຈມາຍັງ ລັດຖະບານຍີ່ປຸ່ນ ທີ່ໄດ້ສືບຕໍ່ໃຫ້ການຊ່ວຍເຫລືອແກ່ ສປປລາວໂດຍສະເພາະແມ່ນບັນດາໂຄງການຊ່ວຍເຫລືອທາງການ ເພື່ອການພັດທະນາ (ODA) ເຊິ່ງໄດ້ປະກອບສ່ວນສຳຄັນໃນການພັດທະນາພື້ນຖານໂຄງລ່າງ ແລະ ຊັບພະຍາກອນມະນຸດຂອງລາວຢ່າງມີປະສິດທິຜົນ. ຫວັງຢ່າງຍິ່ງວ່າທ່ານທູດຈະສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ, ລວມທັງການສືບຕໍ່ຊຸກຍູ້ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຈາກຍີ່ປຸ່ນເຂົ້າມາໃນ ສປປລາວ ໃຫ້ເພີ່ມຂຶ້ນ, ບັນດາໂຄງການ ODA, ການຈັດສົ່ງຊ່ຽວຊານ-ອາສາສະໝັກຍີ່ປຸ່ນ ແລະ ການຮ່ວມມືດ້ານການສຶກສາ-ວັດທະນະທຳ.