ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືເສດຖະກິດ ອ່າວ ພານ- ເປີຍປູ ຄັ້ງທີ 9

 

kp nanning

 

​ວັນທີ 26 ພຶດສະພາ 2016, ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ່ແທນ ຈາກບັນດາກະຊວງຕ່າງໆ ຂອງ ສປປ ລາວ ໂດຍປະກອບມີ ກະຊວງໂຍທາທິການ ແລະ ຂົນສົ່ງ, ຄະນະກຳມະການແຫ່ງຊາດລາວ ເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ, ແຂວງ ຫຼວງພະບາງ ແລະ ກົງສຸນໃຫຍ່ລາວ ທີ່ ໜານໜິງ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືເສດຖະກິດ ອ່າວ ພານ-ເປີຍປູ ຄັ້ງທີ 9 ທີ່ ແຂວງ ກວາງຊີ, ນະຄອນ ໜານໜິງ, ສປ ຈີນ.

 

ກອງປະຊຸມໃນຄັ້ງນີ້ ມີຜູ່ເຂົ້າຮ່ວມຈາກການນຳຂັ້ນສູງຂອງ ແຂວງ ກວາງຊີ, ຄະນະປະຈຳພັກແຂວງ, ສະມາຊິກອາຊຽນ, ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດຂອງຈີນ ເຂົ້າຮ່ວມຫຼາຍກ່ວາ 400 ຄົນ. ກອງປະຊຸມຄັ້ງນີ້ແມ່ນເພື່ອແນໃສ່ປຶກສາຫາລືຊອກຫາຊ່ອງທາງສົ່ງເສີມການຮ່ວມມື ແລະ ພັດທະນາ ອາວ ພານ-ເປີຍປູ ຕາມແລວເສັ້ນທາງສາຍໄໝ ພາຍໃຕ້ຫົວຂໍ້ “Joining Hands in Pan-beibu Gulf Cooperation and building the Belt and Road together”. ການຮ່ວມມືເສດຖະກິດ ອ່າວ ພານ-ເປີຍປູ ແມ່ນການຮ່ວມມື ລະດັບພາກພື້ນ ອາຊຽນ-ຈີນ ໂດຍມີເປົ້າໝາຍໃນການສ້າງຄວາມເຂັ້ມແຂງ ຕາມເສັ້ນທາງການຮ່ວມມືເສດຖະກິດທາງທະເລ ແລະ ເສັ້ນທາງເຊື່ອມຕໍ່ ອາຊຽນ-ຈີນ.

 

ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ທ່ານຫົວໜ້າຄະນະຜູ່ແທນລາວ ກໍ່ໄດ້ຂຶ້ນກ່າວມີຄຳເຫັນ ຕໍ່ກອງປະຊຸມໃນຖານະປະທານອາຊຽນ ປີ 2016 ໂດຍເນັ້ນໃສ່ການແລກປ່ຽຄຳຄິດຄໍາເຫັນ ໃນການຜັນຂະຫຍາຍບັນດາບຸລິມະສິດ ນະໂຍບາຍການພັດທະນາ ການເຊື່ອມໂຍງ ຂອງ ສປປ ລາວ ແລະ ນະໂຍບາຍຫັນປະເທດ ທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດເຊື່ອມຈອດທາງບົກ ກັບບັນດາປະເທດອ້ອມຂ້າງ ແລະ ບັນດາປະເທດ ໃນພາກພື້ນ ແລະ ສາກົນ.

 

ໃນໂອກາດດຽວກັນ,​ ທ່ານຫົວໜ້າຄະນະຜູ່ແທນ ແລະ ຄະນະ ຂອງ ສປປ ລາວ ໄດ້ຮ່ວມກັບບັນດາ ການນຳຂອງອາຊຽນ ກໍ່ຍັງໄດ້ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງ ຂອງ ແຂວງ ກວາງຊີ, ສປ ຈີນ.

 

ກອງປະຊຸມການຮ່ວມມືດ້ານເສດຖະກິດ ອ່າວ ພານ-ເປີຍປູ ແມ່ນເວທີກອງປະຊຸມສາກົນແນໃສ່ການສ້າງຂອບການຮ່ວມມືອາຊຽນ-ຈີນ ຊຶ່ງໄດ້ຈັດຂຶ້ນເລີ່ມແຕ່ ປີ 2006 ເຊິ່ງມາເຖິງປະຈຸບັນໄດ້ຈັດຂຶ້ນແລ້ວ 8 ຄັ້ງ. ການຮ່ວມມືເສດຖະກິດ ອ່າວ ພານ-ເປີຍປູ ແລະ ແຜນວຽກສຳລັບການຮ່ວມມືດັ່ງກ່າວ ແມ່ນໄດ້ຮັບການເຫັນດີ ແລະ ສະໜັບສະໜູນຈາກລັດຖະບານ ສປ ຈີນ ແລະ ໄດ້ຮັບໝາກຜົນເປັນຢ່າງດີຕະຫຼອດມາ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485743
ມື້ນີ້42
ມື້ວານ206
ອາທິດນີ້779
ເດືອນນີ້5048