ໃນວັນທີ 25 ກໍລະກົດ 2016, ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ໄຊຮາມ ຢູດິນເອຊາມ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ປະຈຳ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ ຮ່າໂນຍ ສສ. ຫວຽດນາມ ເປັນຜູ້ຕາງໜ້າລັດຖະບານຂອງສອງປະເທດ ໄດ້ລົງນາມສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ.
ສັນຍາດັ່ງກ່າວມີເນື້ອໃນທີ່ສໍາຄັນຄື: ຜູ້ທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການຂອງສອງປະເທດ ຈະໄດ້ຮັບການຍົກເວັ້ນວິຊາ ເມື່ອເດີນທາງເຂົ້າ-ອອກ, ຜ່ານ ແລະ ພັກເຊົາໃນດິນແດນຂອງຄູ່ສັນຍາ ໃນໄລຍະເວລາບໍ່ເກີນ ເກົ້າສິບ (90 ) ວັນ ແລະ ສັນຍາຈະມີຜົນບັງຄັບໃຊ້ 30 (ສາມສິບ) ວັນ ນັບແຕ່ມື້ລົງລາຍເຊັນ.