ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປິດຊຸດຝຶກອົບຮົມພັນລະຍາການນຳ ປະຈຳ ປີ 2016

 

Madam.khampaow1 Madam.khampaow

 

ໃນວັນທີ 12 ສິງຫາ 2016, ທີ່ ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC) ໄດ້ມີພິທີປິດ ແລະ ມອບໃບຢັ້ງຢຶນ ໃຫ້ແກ່ບັນດາພັນລະຍາການນຳ ທີ່ສຳເລັດການຝຶກອົບຮົມ ດ້ານຄວາມຮູ້ພື້ນຖານ ກ່ຽວກັບ ຄວາມສຳຄັນ ແລະ ສິ່ງທ້າທາຍ ຂອງການເປັນເຈົ້າພາບຈັດກອງປະຊຸມສຸດຍອດ ASEAN ແລະ ກອງປະຊຸມປິ່ນອ້ອມ, ການເຂົ້າເປັນປະຊາຄົມເສດຖະກິດອາຊຽນ ແລະ ນະໂຍບາຍການຕ່າງປະເທດຂອງ ສປປ ລາວ ຈຳນວນ 80 ທ່ານ. ຊຸດຝຶກອົບຮົມຄັ້ງນີ້ ໄດ້ດຳເນີນມາແຕ່ວັນທີ 10-12 ສິງຫາ 2016 ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານພິທີປິດໃນຄັ້ງນີ້ໂດຍ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຄູອາຈານ, ຜູ້ເຂົ້າຮ່ວມຝຶກອົບຮົມ, ບັນດາທ່ານຫົວໜ້າຫ້ອງການ, ຄະນະກົມພາຍໃນກະຊວງການຕ່າງປະເທດ, ຄະນະຮັບຜິດຊອບຊຸດຮຽນ ພ້ອມດ້ວຍພະນັກງານສະຖາບັນການຕ່າງປະເທດ ຈຳນວນ 105 ທ່ານ.

ທ່ານ ລັດຕະນະ ຖາວອນສຸກ, ຮອງຫົວໜ້າສະຖາບັນການຕ່າງປະເທດ ໄດ້ສະຫຼຸບລາຍງານຜົນສຳເລັດຂອງຊຸດຮຽນ ເຊິ່ງສະແດງໃຫ້ເຫັນໄດ້ວ່າ: ຜົນການຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມສາມາດຍົກລະດັບຄວາມຮັບຮູ້ທາງດ້ານການເມືອງ ແລະ ຄວາມຮູ້ພື້ນຖານຂອງວຽກງານການຕ່າງປະເທດ; ການກະກຽມຈັດກອງປະຊຸມສຸດຍອດ ASEAN ແລະ ກອງປະຊຸມປິ່ນອ້ອມ ທີ່ ສປປ ລາວ ເຮົາເປັນເຈົ້າພາບ ໃນເດືອນກັນຍາ 2016 ນີ້; ການຈັດຕັ້ງປະຕິບັດແນວທາງນະໂຍບາຍການຕ່າງປະເທດ ແລະ ສະພາບການຂອງໂລກ; ການຈັດຕັ້ງປະຕິບັດແນວທາງຂອງພັກ; ການສ້າງຄຸນສົມບັດສິນທຳປະຕິວັດໃນເງື່ອນໄຂໃໝ່; ສິ່ງທີ່ຄວນເອົາໃຈໃສ່ໃນມາລະຍາດສາກົນ; ມາລະຍາດ-ຄຸນສົມບັດ ແລະ ການນຸ່ງຖືຂອງແມ່ຍິງລາວ; ຫຼັກການລວມວຽກງານພິທີການທູດ ລວມທັງສາທິດ ວິທີຈັດໂຕະອາຫານ;

ໃນພິທີອັນມີຄວາມໝາຍຄວາມສຳຄັນດັ່ງກ່າວ, ທ່ານປະທານພິທີ ໄດ້ໃຫ້ກຽດໂອ້ລົມຕໍ່ບັນດາພັນລະຍາການນຳ ທີ່ສຳເລັດການຝຶກອົບຮົມໃນຄັ້ງນີ້ ໂດຍໄດ້ເນັ້ນເຖິງຄວາມຈຳເປັນ ແລະ ຄວາມສຳຄັນຕໍ່ການຍົກລະດັບດ້ານຄວາມຮູ້ທົ່ວໄປ ກ່ຽວກັບ ສະພາບການໃນເງື່ອນໄຂໃໝ່ຂອງພາກພື້ນ ແລະ ສາກົນ ແລະ ດ້ານພິທີການ ເພື່ອເປັນເຄື່ອງມືສຳຄັນໃນການເຄື່ອນໄຫວວຽກງານກັບສາກົນ ໃນໄລຍະໃໝ່, ໂດຍສະເພາະແມ່ນການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ຂອງ ສປປ ລາວ ໃນລະຫວ່າງວັນທີ 3-8 ກັນຍາ 2016 ທີ່ຈະມາເຖິງນີ້.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484500
ມື້ນີ້16
ມື້ວານ188
ອາທິດນີ້938
ເດືອນນີ້3805