ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ເຊື່ອມຊຶມຜົນສໍາເລັດ ວຽກງານກວດສອບ ແລະ ຕ້ານການສໍ້ລາດບັງຫຼວງ

kaud sop1

kaud sop2

ວັນທີ 20 ກັນຍາ 2016, ກະຊວງການຕ່າງປະເທດໄດ້ຈັດເຜີຍແຜ່ ຜົນສໍາເລັດຂອງກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ III ​ເຊິ່ງໄດ້ຈັດຂຶ້ນ ໃນວັນທີ 18-20 ກໍລະກົດ 2016 ​ແລະ ກອງປະຊຸມເປີດກວ້າງ ກ່ຽວກັບ ວຽກງານກວດສອບ ປະຈໍາສົກປີ 2014-2015 ຈັດຂຶ້ນໃນວັນທີ 16-17 ມີນາ 2016 ​ແລະ ວຽກງານຕ້ານການສໍ້ລາດບັງຫລວງໂດຍພາຍໃຕ້ການ​ເປັນປະທານຂອງທ່ານ ນາງ ຄໍາເພົາເອີນທະວັນ, ປະທານກວດກາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຄະນະກົມ, ພະແນ, ພະນັກງານຫລັກແຫລ່ງ ​ແລະ ລັດຖະກອນ ອ້ອມຂ້າງກະຊວງ​ດັ່ງກ່າວ ເຂົ້າຮ່ວມ.

ການເຜີຍແຜ່ເອກະສານໃນຄັ້ງນີ້​,​ ເພື່ອແນໃສ່ໃຫ້ ພະນັກງານຫລັກແຫລ່ງ ຂອງກະຊວງການຕ່າງປະເທດໃຫ້ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຜົນສໍາເລັດ ກອງປະຊຸມໃຫຍ່ວຽກງານກວດກາທົ່ວປະເທດ ຄັ້ງທີ III, ​ໂດຍສະເພາະແມ່ນການຕີລາຄາ ການເຄື່ອນໄຫວວຽກງານກວດກາ ໃນໄລຍະປີ 2011-2015, ການຖອດຖອນບົດຮຽນແນໃສ່ເສີມຂະຫຍາຍດ້ານດີແລະ ປັບປຸງແກ້ໄຂ ຂໍ້ຄົງຄ້າງເພື່ອເປັນບ່ອນອີງ ໃນການວາງທິດທາງ ແຜນການເຄື່ອນໄຫວ ປີ 2016-2020 ຢ່າງແທດເໝາະພ້ອມນັ້ນກໍຍັງເຮັດໃຫ້ຮັບຮູ້ກໍາໄດ້ ​​ຜົນສໍາເລັດກ່ຽວກັບວຽກງານກວດສອບ ແລະ ວຽກງານຕ້ານການ ສໍ້ລາດບັງຫລວງ ເຊິ່ງລ້ວນແລ້ວແຕ່ ເປັນວຽກງານສໍາຄັນແລະ ຈໍາເປັນທີ່ຕ້ອງໄດ້ເອົາໃຈໃສ່ ໃນການຈັດຕັ້ງຜັນຂະຫຍາຍ ໃຫ້ປະສົບຜົນສໍາເລັດ ຕາມຄາດໝາຍແລະ ມີປະສິດທິຜົນສູງ.

ເອກະສານທີ່ນໍາມາເຜີຍແຜ່ປະກອບມີບົດລາຍງານວຽກງານກວດກາ ຂອງກະຊວງການຕ່າງປະເທດ ປີ 2011-2015 ​ແລະ ທິດທາງແຜນການປີ 2016-2020, ບົດແນະນໍາ ວ່າດ້ວຍການຈັດຕັ້ງລະບຽບພັກ ສະໄໝທີ X ກ່ຽວກັບການຕິດຕາມ, ກວດກາຂອງພັກຕ່ລະຂັ້ນ ສະບັບເລກທີ 239/ຄກສພ ລົງວັນທີ 27 ມີນາ 2016 ຂອງຄະນະກວດກາສູນກາງພັກ, ບົດໂອ້ລົມຂອງສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມວຽກງານກວດກາ ທົ່ວປະເທດ ຄັ້ງທີ III, ບົດລາຍງານການກວດສອບ, ບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາສົກປີ 2013-2014 ຕໍ່ກອງປະຊຸມເປີດກວ້າງ ວຽກງານກວດສອບ ງົບປະມານ ສົກປີ 2014-2015, ບົດຄໍາເຫັນຂອງ ສະຫາຍ ບຸນທອງ ຈິດມະນີ, ກໍາມະການກົມການເມືອງສູນກາງພັກ, ​ເລຂາທິການ ສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງ ຂັ້ນສູນກາງ ຕໍ່ກອງປະຊຸມເປີດກ້ວາງກ່ຽວກັບ ວຽກງານກວດສອບປະຈໍາສົກ ປີ 2014-2015 ຂອງອົງການ ກວດສອບແຫ່ງລັດ, ດໍາລັດວ່າດ້ວຍການປະຢັດ ຕ້ານການຟຸມເຟືອຍແລະ ການເຊື່ອມຊຶມ ເນື້ອໃນກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫລວງແລະ ການແຈ້ງຊັບສິນ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480415
ມື້ນີ້73
ມື້ວານ172
ອາທິດນີ້813
ເດືອນນີ້6646