ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເພື່ອປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດແຜນແມ່ບົດ ໃນການເຊື່ອມຈອດອາຊຽນ

Thongphane ASEAN Region E

 

ວັນທີ 20 ຕຸລາ 2016, ທີ່ ນະຄອນຫລວງວຽງຈັນ, ສປປ ລາວ, ໃນນາມເປັນປະທານ ຄະນະກໍາມະການປະສານງານການເຊື່ອມຈອດອາຊຽນ ໄດ້ສືບຕໍ່ເປັນເຈົ້າພາບຈັດກອງປະຊຸມເພື່ອປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດແຜນແມ່ບົດ ໃນການເຊື່ອມຈອດອາຊຽນພາຍໃຕ້ຄໍາຂວັນ ຮັດແໜ້ນເປັນຄູ່ຮ່ວມມືເພື່ອບັນລຸການຈັດຕັ້ງປະຕິບັດແຜນແມ່ບົດ ການເຊື່ອມຈອດອາຊຽນ 2025” ​ໂດຍມີ ທ່ານ ທອງຜ່ານສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາປະເທດສະມາຊິກອາຊຽນ, ຄູ່ເຈລະຈາອາຊຽນ, ຄູ່ຮ່ວມມືພາຍນອກ, ອົງການຈັດຕັ້ງສາກົນ, ສະມາຄົມທຸລະກິດ, ໜ່ວຍງານຄັງສະໝອງແລະ ອົງການຈັດຕັ້ງ ທີ່ບໍ່ສັງກັດລັດຖະບານພາຍໃນແລະ ຕ່າງປະເທດ ເຂົ້າຮ່ວມ.

 

ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດໄດ້ມີຄໍາເຫັນບາງຕອນໂດຍທ່ານໄດ້​​ເນັ້ນໜັກ​​ເຖິງການຮັບປະກັນ ການຈັດຕັ້ງປະຕິບັດແຜນແມ່ບົດ ເພື່ອການເຊື່ອມຈອດອາຊຽນ 2025 ​ໃຫ້ມີປະສິດທິພາບ.ເຊິ່ງກອງປະຊຸມໃນຄັ້ງນີ້ ມີຈຸດປະສົງຫລັກ ເພື່ອລະດົມຄວາມຄິດເຫັນ ຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2025 ​ໂດຍສະເພາະແມ່ນການລະດົມແນວຄວາມຄິດ ເພື່ອແກ້ໄຂບັນຫາຕ່າງໆ ເຊັ່ນ: ບັນຫາການປະສານງານ ລະຫວ່າງ ຂະແໜງການກ່ຽວຂ້ອງ, ການຮ່ວມມືກັບປະເທດ ຄູ່ເຈລະຈາຂອງອາຊຽນເພື່ອປະຕິບັດໂຄງການຮ່ວມກັນແລະ ການລະດົມທຶນຮອນ ແລະ ການມີສ່ວນຮ່ວມຂອງພາກເອກະຊົນເພື່ອຮັບປະກັນຜົນສໍາເລັດ ຂອງການຈັດຕັ້ງປະຕິບັດແຜນແມ່ບົດດັ່ງກ່າວ. ທັງເປັນໂອກາດ​​ເຜີຍແຜ່ໃຫ້ພາກສ່ວນຕ່າງໆເຂົ້າໃຈ ກ່ຽວກັບ ການເຊື່ອມຈອດອາຊຽນ ເຊິ່ງບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການປຶກສາຫາລື ຈາກຜູ້ຊົງຄຸນວຸດທິ ທີ່ມາຈາກຫລາຍພາກສ່ວນແລະເປັນຕົວແທນໃຫ້ແຕ່ລະຂະແໜງການເຊິ່ງມີການສົນທະນາບັນຫາຕ່າງໆ ພາຍໃນ 5 ຫົວຂໍ້ ເປັນຕົ້ນ​​ແມ່ນ ຜົນຂອງການຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2010 ​ແລະ ການນໍາສະເໜີແຜນແມ່ບົດການເຊື່ອມຈອດອາຊຽນ 2025 ການຮ່ວມມືກັນເພື່ອຈັດຕັ້ງປະຕິບັດແຜນແມ່ບົດ ການເຊື່ອມຈອດອາຊຽນ 2025, ການຮ່ວມມືກັບ ປະເທດຄູ່ຮ່ວມພາຍນອກ, ການຮ່ວມມືກັບບັນດາພາກສ່ວນກ່ຽວຂ້ອງຕ່າງໆແລະ ກາລະໂອກາດ ຈາກການຈັດຕັ້ງປະຕິບັດ ການເຊື່ອມຈອດອາຊຽນ 2025 ກໍຄືການປະຕິບັດທີ່ດີທີ່ສຸດແລະ ບົດຮຽນທີ່ຖອດຖອນໄດ້ ຈາກການຈັດຕັ້ງປະຕິບັດແຜນແມ່ບົດດັ່ງກ່າວໃນໄລຍະຜ່ານມາເພື່ອບັນລຸເປົ້າໝາຍການເຊື່ອມຈອດອາຊຽນແນໃສ່ສົ່ງເສີມການໄປມາຫາສູ່ແລະ ສ້າງຜົນປະໂຫຍໃຫ້ແກ່ປະຊາຊົນຫລາຍຂຶ້ນ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484707
ມື້ນີ້18
ມື້ວານ205
ອາທິດນີ້1145
ເດືອນນີ້4012