ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປິດຊຸດຝຶກອົບຮົມພະນັກງານການທູດກ່ອນໄປປະຈຳການ

close em

    ໃນຕອນບ່າຍ, ຂອງວັນທີ 21 ຕຸລາ 2016, ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໂດຍສົມທົບກັບ ກົມຈັດຕັ້ງ ແລະ ພະນັກງານ ໄດ້ຈັດພິທີປິດຊຸດຝຶກອົບຮົມພະນັກງານການທູດກ່ອນໄປປະຈຳການ ໃຫ້ແກ່ພະນັກງານ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຜູ້ທີ່ຈະອອກໄປປະຈຳການ ຢູ່ຕ່າງປະເທດ ເພື່ອປະຕິບັດໜ້າທີ່ການເມືອງ ທີ່ ພັກ - ລັດ ມອບໝາຍໃຫ້ຢູ່ຕ່າງປະເທດ. ການຝຶກອົບຮົມດັ່ງກ່າວ ໄດ້ ດຳເນີນເປັນເວລາ 10 ວັນ, ນັບແຕ່ວັນທີ 10 ຕຸລາ 2016 ເປັນຕົ້ນມາ, ໂດຍມີຜູ້ເຂົ້າຮ່ວມຈໍານວນ 37 ທ່ານ, ຍິງ 09 ທ່ານ ເຊິ່ງຈັດຂຶ້ນທີ່ສະຖາບັນການຕ່າງປະເທດ ( ສູນຮ່ວມມືສາກົນ ແລະ ຝຶກອົບຮົມ ICTC)​.

    ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໃຫ້ກຽດເຂົ້າຮ່ວມ ເປັນປະທານພິທີປິດ ແລະ ທັງເປັນກຽດມອບໃບຢັ້ງຢືນ ໃຫ້ແກ່ນັກສຳມະນາກອນ ທີ່ ສຳເລັດການຝຶກອົບຮົມໃນຄັ້ງນີ້.

ຕາມການສະຫຼຸບຕີລາຄາຂອງຊຸດຝຶກອົບຮົມ ທ່ານ ຢົງ ຈັນທະລັງສີ, ຫົວໜ້າສະຖາບັນການຕ່າງປະເທດ, ທັງເປັນຫົວໜ້າຄະນະຮັບຜິດຊອບຊຸດຝຶກອົບຮົມ ໄດ້ແຈ້ງໃຫ້ຊາບວ່າ: ການຈັດຊຸດຝຶກອົບຮົມພະນັກງານການທູດ ກ່ອນໄປປະຈຳການຄັ້ງນີ້ ແມ່ນມີຈຸດປະສົງເພື່ອຍົກລະດັບຄວາມຮູ້ຕົວຈິງ ກ່ຽວກັບການເຄື່ອນໄຫວການທູດ ໃນນັ້ນ ໄດ້ເວົ້າເຖິງວຽກງານວິຊາສະເພາະທາງການທູດດ້ານຕ່າງໆ ເປັນຕົ້ນຄຸນສົມບັດສິນທຳປະຕິວັດ ຂອງພະນັກງານການທູດ, ພ້ອມທັງແລກປ່ຽນບົດຮຽນການເຄື່ອນໄຫວວຽກງານການທູດທີ່ຈຳເປັນຕາມ ຄວາມຮຽກຮ້ອງຕ້ອງການຂອງໄລຍະໃໝ່ ຄື: ນະໂຍບາຍການຕ່າງປະເທດຂອງ ສປປ ລາວ ໃນໄລຍະໃໝ່, ຄວາມຮູ້ພື້ນຖານກ່ຽວກັບພິທີການທູດ, ວຽກງານ ກົງສຸນ, ວຽກງານການທູດເສດຖະກິດ, ວຽກງານການເງິນ, ວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ວຽກງານ ການຂ່າວ, ວຽກງານການພົວພັນຕ່າງປະເທດ ທັງສອງຝ່າຍ ແລະ ຫຼາຍຝ່າຍ, ວຽກງານແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານອົງການການຄ້າໂລກ, ວຽກງານວັດທະນະທຳ - ສັງຄົມ ແລະ ວຽກງານອື່ນໆ ທີ່ມີຄວາມສໍາຄັນ ແລະ ຈໍາເປັນ ສໍາລັບນັກການທູດ ຜູ້ທີ່ຈະໄປປະຈຳການ ແລະ ສາມາດນຳເອົາບົດຮຽນດັ່ງກ່າວ ໄປຜັນຂະຫຍາຍ ເຂົ້າໃນການເຄື່ອນໄຫວວຽກງານການທູດຢູ່ຕ່າງປະເທດ ໃຫ້ປະສົບຜົນສຳເລັດ ແລະ ສາມາດຍາດໄດ້ຜົນປະໂຫຍດ ສູງສຸດມາໃຫ້ແກ່ປະເທດຊາດ. ຕະຫລອດໄລຍະເວລາການຝຶກອົບດັ່ງກ່າວ ໄດ້ມີອາຈານຮັບເຊີນ ຈາກຫຼາຍພາກສ່ວນ ມາຂຶ້ນຫ້ອງບັນຍາຍ ເປັນຕົ້ນ: ກະຊວງອຸດສາຫະກຳ ແລະ ການນຄ້າ, ກະຊວງແຜນການ ແລະ ການລົງທຶນ, ກະຊວງ ຖະແຫຼງຂ່າວ, ທ່ອງທ່ຽວ ແລະ ວັດທະນະທຳ ແລະ ກົມ​ຕ່າງໆ ພາຍ​ໃນ​ກະຊວງ​ການ​ຕ່າງປະ​ເທດ. ນອກຈາກນັ້ນ, ກໍໄດ້ຮັບຟັງການໂອ້ລົມຈາກ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໃນຫົວຂໍ້: ການເມືອງແນວຄິດ ແລະ ຄວາມສາມັກຄີພາຍໃນ.

ໃນພິທີດັ່ງກ່າວ, ທ່ານ ທອງຜ່ານ ສະຫວັນເພັດ, ປະທານພິທີ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄະນະ​ຮັບຜິດຊອບ​ຊຸດ​ຮຽນ ກໍ​ຄື​ຄະນະ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ ພ້ອມ​ດ້ວຍ​ຄູ​ອາຈານ ທີ່ໄດ້ເອົາໃຈໃສ່ສິດສອນ ແລະ ສາມາດຍົກ ລະດັບຄວາມຮູ້ໃຫ້ແກ່ນັກສຳມະນາກອນ, ນອກຈາກນັ້ນ ທ່ານ​ໄດ້​ໃຫ້ກຽດ​ໂອ້​ລົມ​ຕໍ່ນັກສຳມະນາກອນ ທີ່​ສຳ​ເລັດ​ການ​ຝຶກ​ອົບຮົມໃນ​ຄັ້ງ​ນີ້ ​ໂດຍ​ຍົກ​ໃຫ້​ເຫັນ​ເຖິງບົດບາດ​ຄວາມ​ສຳຄັນ​ຂອງນັກການທູດຄື: ຕ້ອງເຊື່ອມຊຶມ ແລະ ຍຶດໝັ້ນ ໃນແນວທາງການຕ່າງປະເທດຂອງລາວ ເພື່ອນຳມາໝູນໃຊ້ເຂົ້າໃນວຽກງານຂອງຕົນ ແນ່ໃສ່ຈັດຕັ້ງປະຕິບັດແນວທາງ ນະໂຍບາຍ ຂອງພັກ - ລັດ ໃຫ້ປະກົດຜົນເປັນຈິງ, ຕ້ອງຕັ້ງໜ້າຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ເພື່ອເຄື່ອນໄຫວເຜີຍແຜ່ ແຜນພັດທະນາເສດຖະກິດ - ສັງຄົມ ຂອງລັດຖະບານ ຕໍ່ສາກົນ ແນ່ໃສ່ຍາດແຍ່ງເອົາການຮ່ວມມື, ການຊ່ວຍເຫຼືອ ຈາກຕ່າງປະເທດ ໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້. ພ້ອມດຽວກັນນີ້, ທ່ານປະທານພິທີ​ ຍັງ​ໄດ້​ກ່າວຕື່ມວ່າ ຄວາມ​ຮູ້​ພື້ນຖານ​ຕ່າງໆ ທີ່​ໄດ້​ຮັບ​ໃນການຝຶກອົບຮົມ​ເທື່ອ​ນີ້​ ຈະ​ຊ່ວຍ​ໃຫ້​ຜູ້​​ເຂົ້າຝຶກ​ອົບ​ຮົມ ສາມາດ​ນຳ​ໃຊ້​ເປັນພື້ນຖານ ແລະ ບ່ອນອີງໃນການປະຕິບັດໜ້າທີ່ຂອງຕົນ ໃຫ້ສຳເລັດໄດ້ຕາມການມອບໝາຍຂອງຂັ້ນເທິງ.

  ການ​ຝຶກ​ອົບຮົມໃນ​ເທື່ອ​ນີ້ ຖືວ່າໄດ້​ຮັບ​ຜົນສຳ​ເລັດ​ເປັນ​ຢ່າງ​ດີ ກໍຍ້ອນມີ​ການ​ຊີ້​ນຳ​ຢ່າງ​ໃກ້​ຊິດຈາກ​ ຄະນະ​ພັກ, ຄະນະນຳ ​ກະຊວງ​ການ​ຕ່າງປະ​ເທດ, ເຊິ່ງສາມາດບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ ທັງເປັນການ ຍົກລະດັບຄວາມຮັບຮູ້ໃຫ້ແກ່ພະນັກງານການທູດກ່ອນໄປປະຈຳການ ໄດ້ເປັນຢ່າງດີ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480401
ມື້ນີ້59
ມື້ວານ172
ອາທິດນີ້799
ເດືອນນີ້6632