ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດຕ້ອນຮັບການຢ້ຽມອຳລາ ຂອງກົງສຸນໃຫຍ່ ສສ. ຫວຽດນາມ

con viet

ວັນທີ24 ຕຸລາ 2016, ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີ​​ກະຊວງການຕ່າງປະເທດໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ເຈິ່ນ ວັນ ຕ້ວນ, ກົງສຸນໃຫຍ່ ແຫ່ງ ທາລະນະລັດ ສັງຄົມນິຍົມຫວຽດນາມ ປະຈຳ ແຂວງພາກເໜືອຂອງລາວ ທີ່ມີສຳນັກງານຕັ້ງຢູ່ແຂວງຫຼວງພະບາງ ໃນໂອກາດທີ່ສິ້ນສຸດໜ້າທີ່ປະຈຳການຢູ່ ລາວ.

ໃນການພົບປະ, ທ່ານ ເຈິ່ນ ວັນ ຕ້ວນ ໄດ້ແຈ້ງ​​ໂດຍຫຍໍ້ກ່ຽວກັບ ສະພາບການປະຕິບັດໜ້າທີ່ຂອງຕົນຢູ່ ລາວ ຕະຫຼອດໄລຍະ 3 ປີ (2013 -2016)ຜ່ານມາ ແລະ ຊົມເຊີຍຕໍ່ຜົນສຳເລັດຂອງ ລາວ ໃນກາພັດທະນາເສດຖະກິດ, ສັງຄົມ ໃນໄລຍະຜ່ານມາເວົ້າລວມ, ເວົ້າສະເພາະແມ່ນການພັດທະນາບັນດາແຂວງພາກເໜືອຂອງລາວ. ທ່ານ ເຈິ່ນ ວັນ ຕ໋ວນ ໄດ້ປະກອບສ່ວນດ້ານເຫື່ອແຮງ ແລະ ສະຕິປັນຍາຂອງຕົນເຂົ້າໃນການປະຕິບັດໜ້າທີ່ການເມືອງ, ການທູດ ເພື່ອສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດລາວ - ຫວຽດນາມ ຢ່າງມີຜົນສໍາເລັດ ໃນດ້ານຕ່າງໆເຊັ່ນ: ດ້ານການເມືອງ, ວຽກງານປ້ອງກັນຊາດ, ເສດຖະກິດ, ການສຶກສາ ແລະ ສົ່ງເສີມໃຫ້ນັກທຸລະກິດຫວຽດນາມ ມາລົງທຶນຢູ່ພາກເໜືອ ຂອງລາວຫຼາຍຂຶ້ນ ເຊິ່ງປະຈຸບັນມີ 125 ຫົວໜ່ວຍທຸລະກິດ, ລວມມູນຄ່າການຈົດທະບຽນທຶນ 225 ລ້ານ ໂດລາສະຫະລັດ, ເພີ່ມຂຶ້້ນ 30% ທຽບໃສ່ ປີ 2013. ພ້ອມນີ້ ຍັງໃຫ້ໄດ້ສົ່ງເສີມ ວຽກງານການສຶກສາ ເຊິ່ງທ່ານເອງໄດ້ຂົນຂວາຍທຶນການສຶກສາ ໃຫ້ແກ່ນັກສຶກສາລາວ ຈໍານວນ 17 ທຶນ ແລະ ເຜີຍແຜ່ແນວທາງນະໂຍບາຍ ອັນຖືກຕ້ອງຂອງ ພັກ - ລັດຖະບານລາວ ກໍຄື ສສ. ຫວຽດນາມ ໃຫ້ຄົນຫວຽດນາມ ທີ່ກຳລັງດຳລົງຊີວິດ, ທໍາມາຫາກິນ ຢູ່ ແຂວງຫຼວງພະບາງ ກໍ່ຄືແຂວງອື່ນໆ ຢູ່ພາກເໜືອ ຂອງ ສປປ ລາວ ໃຫ້ເຂົ້າໃຈ ແລະ ປະຕິບັດລະບຽບກົດໝາຍຂອງ ສປປ ລາວ.

ນອກນີ້, ທ່ານກົງສຸນໃຫ່ຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດຫວຽດນາມ-ລາວແລະໄດ້ຢືນຢັນວ່າ ຈະສືບຕໍ່ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດແລະການຮ່ວມມືຮອບດ້ານຂອງສອງຊາດໃຫ້ນັບມື້ນັບມີປະສິດທິຜົນຍິ່ງໆຂຶ້ນ.

ທ່ານນາງຄຳເພົາເອີນທະວັນໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແຫ່ງລາວ ສະແດຄວາມຊົມເຊີຍທ່ານເຈິ່ນ ວັນ ຕ້ວນ ທີ່ໄດ້ສຳເລັດໜ້າທີ່ປະຈຳການຢູ່ລາວ ຢ່າງຈົບງາມ, ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການປະກອບສ່ວນຢ່າງຕັ້ງໜ້າ ຂອງທ່ານກົງສຸນໃຫຍ່ເຂົ້າໃນການເສີມສ້າງສາຍພົວພັນມິຕະພາບ ແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງປະເທດກໍ່ຄືລະຫວ່າງບັນດາແຂວງພາກເໜືອຂອງ ລາວ ແລະຫວຽດນາມ, ເຊິ່ງເປັນການປະກອບສ່ວນສຳຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງບັນດາແຂວງດັ່ງກ່າວ.ເຖິງແມ່ນວ່າທ່ານກົງສຸນໃຫຍ່ຈະສິ້ນສຸດໜ້າທີ່ປະຈຳການຢູ່ ລາວ ແລ້ວກໍ່ຕາມ, ກໍຫວັງຢ່າງຍິ່ງວ່າທ່ານຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ ນັບຈະເລີນງອກງາມຍິ່ງໆຂຶ້ນ​. ທ້າຍສຸດ, ທ່ານຮອງລັດຖະມົນຕີ ໄດ້ອວຍພອນໃຫ້ທ່ານກົງສຸນໃຫຍ່ຈົ່ງມີຄວາມເບີກບານມ່ວນຊື່ນ, ມີພາລະນາໄມ​​ແຂງແຮງ,ສືບຕໍ່ໄດ້ຮັບຜົນສຳເລັດໃນໜ້າທີ່ໃໝ່ຂອງຕົນ ແລະ ກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480341
ມື້ນີ້171
ມື້ວານ157
ອາທິດນີ້739
ເດືອນນີ້6572