ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສຳເລັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 11

clv viet

ວັນທີ 01 ພະຈິກ 2016, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຂອງ ສປປ ລາວ ພ້ອມດ້ວຍບັນດາການ​ນໍາຂັ້ນ​ແຂວ​ງ ​ແລະ ຄະນະຜູ້ແທນຈາກກະຊວງຂະ​ແໜງ​ການ ຂັ້ນ​ສູນ​ກາງ ​ແລະ ຈາກແຂວງຈໍາປາ​ສັກ, ​​ແຂວງ​ສາລະ​ວັນ, ແຂວງ​ເຊ​ກອງ ​ແລະ ​ແຂວງ​ອັດ​ຕະປື​ ໄດ້​ເຂົ້າ​ຮ່ວມກອງ​ປະຊຸມ​ເຈົ້າໜ້າທີ່ອາວຸໂສ ​ເຂດ​ສາມຫລ່ຽມ​ພັດທະນາ ກຳປູ​ເຈຍ-ລາວ​-ຫວຽດນາມ ຄັ້ງທີ 11 ​ທີ່ ​ແຂວງ ດັກນົງ, ສສ ຫວຽດນາມ ໂດຍການເປັນປະທານຂອງ ທ່ານ ຫງຽນ ເທ ເຟື່ອງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຂອງ ສສ ຫວຽດນາມ. ​

ກອງປະຊຸມໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍ ການພັດທະນາເສດຖະກິດ-ສັງຄົມ ໃນເຂດສາມຫລ່ຽມພັດທະນາ ຮອດປີ 2020 ແລະ ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ວ່າດ້ວຍ ນະໂຍບານດຶງດູດກ່ວາເກົ່າ ກໍ່ຄື ການຜັນຂະຫຍາຍຂໍ້ຕົກລົງຂອງຜູ້ນໍາສາມປະເທດ ໃນກອງປະຊຸມສຸດຍອດ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 8 ໃນປີ 2014 ທີ່ ນະຄອນຫຼວງວຽງຈັນ ແລະ ກອງປະຊຸມລັດຖະມົນຕີ ຄະນະກໍາມະການປະສານງານຮ່ວມ ຂອງຂອບການຮ່ວມມືດັ່ງກ່າວ ຄັ້ງທີ 11 ໃນເດືອນພະຈິກ 2015 ທີ່ແຂວງຈຳປາສັກ ຜ່ານມາ, ເຊິ່ງມີຫລາຍໂຄງການພັດທະນາ​​ໄດ້ຮັບການຈັດຕັ້ງປະຕິບັດເປັນກ້າວໆ ເປັນຕົ້ນ: ໂຄງການປັບປຸງ ແລະ ຍົກລະດັບເສັ້ນທາງເຊື່ອມຈອດ ລະຫວ່າງບັນດາບ້ານ, ເມືອງ ແລະ ແຂວງ, ການກໍ່ສ້າງໂຮງຮຽນ, ໂຮງໝໍ, ສຸກສາລາ ແລະ ສິ່ງອຳນວຍຄວາມສະດວກອື່ນ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນໃນຂົງເຂດດັ່ງກ່າວໃຫ້ດີຂຶ້ນເທື່ອລະກ້າວ. ພ້ອມ​ດຽວ​ກັນ​ນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວ​ກັບ ບັນດາ​ເອກະສານ​ຕ່າງໆເພື່ອກະກຽມໃຫ້ແກ່ກອງປະຊຸມ​​ສຸດຍອດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 ເຊິ່ງຈະຈັດຂຶ້ນ ​​ໃນວັນ​ທີ 23 ພະຈິກ 2016 ທີ່ ສຽມລຽບ, ກໍາປູເຈຍ. ອັນພົ້ນເດັ່ນ ​​ແມ່ນໄດ້ເປັນເອກະພາບສະເໜີໂຄງການບູລິມະສິດ 15 ໂຄງການ (ປະເທດລະ 5 ​ໂຄງການ) ເພື່ອສະ​ເໜີຕໍ່​ຜູ້​ນໍາ 3 ປະ​ເທດ ຮັບຮອງ​ເອົາ​ຢູ່​ໃນ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ຈະ​ມາ​ເຖິງ​ນີ້.

​   ​ໂອກາດ​ນີ້, ເພື່ອກະກຽມໃຫ້ແກ່ກອງປະຊຸມ​​ເຈົ້າໜ້າທີ່ອາວຸໂສຄັ້ງ​ນີ້, ໃນວັນທີ 31 ຕຸລາ 2016 ​​​ໄດ້ມີກອງປະຊຸມ 4 ອະນຸກໍາມະການດ້ານຄວາມໝັ້ນຄົງ ແລະ ວຽກງານການຕ່າງປະເທດ ຄັ້ງທີ 9, ກອງປະຊຸມອະນຸກຳມະການດ້ານເສດຖະກິດ ຄັ້ງທີ 9, ກອງປະຊຸມອະນຸກຳມະການດ້ານສັງຄົມ ແລະ ສິ່ງແວດລ້ອມ ຄັ້ງທີ 7 ແລະ ກອງປະຊຸມອະນຸກຳມະການປະສານງານລະດັບແຂວງ ຄັ້ງທີ 8 ທີ່ ​ແຂວງ ດັກ​ນົງ ​ເຊັ່ນ​ກັນ ເພື່ອທົບທວນຄືນຄວາມຄືບໜ້າ ແລະ ກໍານົດທິດທາງການຮ່ວມມືໃນແຕ່ລະດ້ານ ຂອງຂອບການຮ່ວມມືດັ່ງກ່າວ.

ໃນ​​ໄລຍະ​ເຂົ້າ​ຮ່ວມກອງ​ປະຊຸມ​ດັ່ງກ່າວ, ອໍານາດ​ການ​ປົກຄອງ​ແຂວງ​ດັກ​ນົງ ​ໄດ້​ຈັດ​ຕັ້ງນໍາພາ​ຄະນະ​ຜູ້​ແທນ​ຈາກ 3 ປະ​ເທດ ກໍາປູ​ເຈຍ, ສປປ ລາວ ​ແລະ ສສ ຫວຽດນາມ ​ໄປຢ້ຽມ​ຊົມ ບໍລິສັດ​ຜະລິດ​ອະລູມີ​ນຽມ ທີ່​ໃຫຍ່​ທີ່​ສຸດ ​ໃນ​ແຂວງ​ດັກ​ນົງ.

ກອງປະຊຸມ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ CLV ໄດ້ຮັບຮອງ ​​ແລະ ລົງນາມບົດບັນທຶກກອງປະຊຸມເຈົ້່າໜ້າທີ່ອາວຸໂສເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 11ເພື່ອລາຍງານຕໍ່ກອງປະຊຸມສຸດຍອດ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 ທີ່ຈະມາເຖິງນີ້.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484694
ມື້ນີ້5
ມື້ວານ205
ອາທິດນີ້1132
ເດືອນນີ້3999