ໃນຕອນບ່າຍຂອງວັນທີ 26 ທັນວາ 2016,ທີ່ສະໂມສອນໃຫ່ຍຂອງມະຫາວິທະຍາໄລ ສຸພານຸວົງ, ວິທະຍາເຂດບ້ານດອນເມືອງໃໝ່ທີ່ແຂວງຫຼວງພະບາງ, ກອງເລຂາຄະນະຊີ້ນຳລະດັບຊາດເພື່ອຕິດຕາມການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ຫຼື ປພຍໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໃຫ້ແກ່ພະນັກງານຄູອາຈານແລະນັກສຶກສາຈາກມະຫາວິທະຍາໄລ ສຸພານຸວົງ, ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ500 ກວ່າທ່ານ. ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານທອງຜ່ານສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດໂດຍມີທ່ານຮສ. ວິໄຊຈັນສະຫວ່າງ,ຮັກສາການອະທິການບໍດີມະຫາວິທະຍາໄລສຸພານຸວົງ ເປັນປະທານຮ່ວມ. ກອງປະຊຸມດັ່ງກ່າວໄດ້ຮັບຟັງການບັນລະຍາຍໂດຍວິທະຍາກອນຈາກ ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ກົມແຜນການ, ກະຊວງແຜນການ ແລະ ການລົງທຶນ ກ່ຽວກັບ ເປົ້າຫມາຍການພັດທະນາແບບຍືນຍົງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 8 ກໍຄືຍຸດທະສາດການພັດທະນາ ຮອດປີ 2025 ແລະ ວິໄສທັດປີ 2030 ຂອງ ສປປ ລາວ ທີ່ໄດ້ເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າໃສ່ນຳ ທັງນີ້ກໍ່ເພື່ອໃຫ້ຜູ້ເຂົ້າຮ່ວມທັງຫມົດມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບເປົ້າຫມາຍການພັດທະນາຂອງສາກົນ ແລະ ຂອງປະເທດເຮົາ.
ໃນວັນທີ 25 ກັນຍາ 2015 ທີ່ນິວຢອກ, ສະຫະລັດ ອາເມລິກາ, ຜູ້ນຳຂອງ 193 ປະເທດສະມາຊິກອົງການສະຫະປະຊາຊາດ, ລວມທັງ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ ໃນຂະນະນັ້ນໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອົງການສະຫະປະຊາຊາດ ເພື່ອຮັບຮອງວາລະການພັດທະນາຂອງສາກົນທີ່ເປັນຄັ້ງປະຫວັດສາດທີ່ເອີ້ນວ່າ "ຫັນປ່ຽນໂລກຂອງພວກເຮົາ: ວາລະ 2030 ເພື່ອການພັດທະນາແບບຍືນຍົງ",ເຊິ່ງລວມເຖິງເປົ້າຫມາຍການພັດທະນາແບບຍືນຍົງ ທີ່ກວມເອົາ 3 ດ້ານຄື:ເສດຖະກິດ, ສັງຄົມແລະສິ່ງແວດລ້ອມໂດຍມີທັງໝົດ 17 ເປົ້າໝາຍຄື:
1. ລຶບລ້າງຄວາມທຸກຍາກທຸກຮູບແບບໃນທົ່ວໂລກ;
2. ລຶບລ້າງຄວາມອຶດຫິວ, ບັນລຸການຄ້ຳປະກັນສະບຽງອາຫານແລະປັບປຸງດ້ານໂພຊະນາການແລະສົ່ງເສີມການກະສິກຳແບບຍືນຍົງ;
3. ຮັບປະກັນການມີສຸຂະພາບທີ່ດີແລະສົ່ງເສີມຊີວິດການເປັນຢູ່ທີ່ດີຂອງທຸກຄົນທຸກເກນອາຍຸ;
4. ຮັບປະກັນການສຶກສາທີ່ມີຄຸນນະພາບ, ເທົ່າທຽມກັນແລະທົ່ວເຖີງແລະສົ່ງເສີມກາລະໂອກາດໃນການຮຽນຮູ້ຕະຫຼອດຊີວິດສຳລັບໝົດທຸກຄົນ;
5. ບັນລຸຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງແລະເດັກຍິງທຸກຄົນ;
6. ຮັບປະກັນໃຫ້ມີນ້ຳໃຊ້ແລະການບໍລິຫານນ້ຳແບບຍືນຍົງແລະສຸຂະອະນາໄມສຳລັບໝົດທຸກຄົນ;
7. ຮັບປະກັນການເຂົ້າເຖີງພະລັງງານທີ່ທັນສະໄໝ, ຍືນຍົງ, ເຊື່ອຖືໄດ້ແລະລາຄາບໍ່ແພງສຳລັບໝົດທຸກຄົນ;
8. ສົ່ງເສີມການຂະຫຍາຍຕົວທາງດ້ານເສດຖະກິດທີ່ຕໍ່ເນື່ອງ, ທົ່ວເຖີງແລະຍືນຍົງ, ການມີວຽກເຮັດງານທຳທີ່ມີປະສິດທິຜົນແລະເຕັມສ່ວນແລະວຽກທີ່ມີຄຸນຄ່າສຳລັບໝົດທຸກຄົນ;
9. ສ້າງພື້ນຖານໂຄງລ່າງທີ່ໝັ້ນຄົງທົນທານ, ສົ່ງເສີມການຫັນເປັນອຸດສາຫະກຳແບບຍືນຍົງແລະທົ່ວເຖີງແລະສົ່ງເສີມນະວັດຕະກຳ;
10. ຫຼຸດຜ່ອນຄວາມບໍ່ສະເໝີພາບຢູ່ພາຍໃນປະເທດແລະລະຫວ່າງປະເທດ;
11. ສ້າງຕົວເມືອງແລະທີ່ພັກພາອາໃສຂອງປະຊາຊົນໃຫ້ທົ່ວເຖີງ, ປອດໄພ, ໝັ້ນຄົງທົນທານແລະຍືນຍົງ;
12. ຮັບປະກັນຮູບແບບການອຸປະໂພກບໍລິໂພກແລະການຜະລິດໃຫ້ມີຄວາມຍືນຍົງ;
13. ເອົາມາດຕະການອັນຮີບດ່ວນເພື່ອແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດແລະຮັບມືຜົນກະທົບຈາກບັນຫາດັ່ງກ່າວ;
14. ອະນຸລັກແລະຊົມໃຊ້ມະຫາສະມຸດ, ທະເລແລະຊັບພະຍາກອນທາງທະເລແບບຍືນຍົງເພື່ອການພັດທະນາແບບຍືນຍົງ;
15. ປົກປ້ອງ, ຟື້ນຟູແລະສົ່ງເສີມການນຳໃຊ້ລະບົບນິເວດແບບຍືນຍົງ, ຄຸ້ມຄອງປ່າໄມ້ແບບຍືນຍົງ, ຕ້ານການກາຍເປັນທະເລຊາຍ, ຢຸດຕິແລະຟື້ນຟູການເສື່ອມໂຊມຂອງດິນແລະຢຸດການສູນເສຍຊີວະນາໆພັນ;
16. ສົ່ງເສີມໃຫ້ສັງຄົມມີຄວາມສະຫງົບສຸກແລະກວມລວມເພື່ອການພັດທະນາແບບຍືນຍົງ, ໃຫ້ທຸກຄົນສາມາດເຂົ້າເຖີງຄວາມຍຸຕິທຳແລະສ້າງສະຖາບັນມີປະສິດທິພາບ, ມີຄວາມຮັບຜິດຊອບແລະທົ່ວເຖີງໃນທຸກລະດັບ;
17. ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງປະຕິບັດແລະຟື້ນຟູການເປັນຄູ່ຮ່ວມສາກົນເພື່ອການພັດທະນາແບບຍືນຍົງ;
ນອກຈາກການຈັດຕັ້ງປະຕິບັດເປົ້າຫມາຍການພັດທະນາ ແບບຍືນຍົງ ຂອງສາກົນ ໃນ 15 ປີຕໍ່ຫນ້າ, ລັດຖະບານລາວ ຍັງຈະສືບຕໍ່ຄວາມພະຍາຍາມ ຂອງຕົນ ເພື່ອສານຕໍ່ວຽກງານແກ້ໄຂຜົນກະທົບຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ທີ່ເປັນເປົ້າຫມາຍສະຫັດສະຫວັດດ້ານການພັດທະນາທີ9 ຂອງຕົນ ໂດຍໄດ້ມີພິທີຮັບຮອງເອົາເປົ້າຫມາຍການພັດທະນາແບບຍືນຍົງແຫ່ງຊາດ ເປົ້າໝາຍທີ 18 ກ່ຽວກັບການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງເພື່ອການພັດທະນາແຫ່ງຊາດ ຢ່າງເປັນທາງການໃນວັນທີ 7 ກັນຍາ 2016 ທີ່ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມ ຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ບັນ ກີມູນ, ເລຂາທິການໃຫຍ່ອົງການສະຫະປະຊາຊາດ ໃນໂອກາດທີ່ເດີນທາງມາຮ່ວມ ກອງປະຊຸມ ສຸດຍອດອາຊຽນ-ອົງການ ສປຊ. ສຳລັບກົນໄກການຕິດຕາມການຈັດຕັ້ງປະຕິບັດເປົ້າຫມາຍການພັດທະນາແບບຍືນຍົງ, ລັດຖະບານລາວ ໄດ້ມີການແຕ່ງຕັ້ງຄະນະຊີ້ນຳລະດັບຊາດ ພາຍໃຕ້ການເປັນປະທານຂອງທ່ານ ນາຍົກລັດຖະມົນຕີ, ມີກອງເລຂາຢູ່ກະຊວງການຕ່າງປະເທດ ແລະ ມີຈຸດປະສານງານຢູ່ກະຊວງຂະແຫນງການທີ່ກ່ຽວຂ້ອງ.
ສຳລັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແມ່ນເປັນແຜນສືບຕໍ່ບຸກທະລຸ ແລະ ເປັນການຈັດຕັ້ງປະຕິບັດມະຕິ X ຂອງກອງປະຊຸມໃຫຍ່ຂອງພັກປະຊາຊົນ ປະຕິວັດລາວ ຊຶ່ງໄດ້ຖືກຮັບຮອງຈາກກອງປະຊຸມສະພາແຫ່ງຊາດ ໃນເດືອນ ເມສາ ປີ 2016 ໂດຍຈຸດໝາຍລວມ ແມ່ນນໍາພາປະເທດຊາດໃຫ້ຫລຸດພົ້ນອອກຈາກສະຖານະ ພາບປະເທດດ້ອຍພັດທະນາ ໃນປີ 2020 ແລະ ເປັນແຜນທີ່ໄດ້ມີການເຊື່ອມສານເປົ້າ ໝາຍການພັດທະນາແບບຍືນຍົງ ແລະ ການເຕີບໂຕສີຂຽວ, ເປັນແຜນສືບຕໍ່ແກ້ໄຂຄວາມທຸກຍາກ ແລະ ພັດທະນາຊົນນະບົດ, ເປີດກວ້າງການເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ແຜນ 5 ປີຄັ້ງທີ 8 ມີຄວາມແຕກຕ່າງຈາກແຜນ 5 ປີຄັ້ງຜ່ານມາ ເນື່ອງຈາກແຜນຄັ້ງນີ້ ແມ່ນສ້າງຂຶ້ນ ໂດຍສຸມໃສ່ໝາກຜົນທີ່ຄາດວ່າຈະໄດ້ຮັບໃນປີສຸດທ້າຍຂອງແຜນຫ້າປີ ແລະ ໄດ້ມີຂອບຕິດຕາມ ແລະ ປະເມີນຜົນ ເພື່ອຕິດຕາມຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໃນແຕ່ລະໄລຍະ ໂດຍຜ່ານການຈັດຕັ້ງ ປະຕິບັດແຜນປີ.
ກອງປະຊຸມເຜີຍແຜ່ໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດອັນດີ, ຜູ້ເຂົ້າຮ່ວມ ໄດ້ເອົາໃຈໃສ່ຮັບຟັງການບັນຍາຍ ແລະ ມີຄວາມສົນໃຈໃນການສົນທະນາແລກປ່ຽນຄຳເຫັນກ່ຽວກັບເປົ້າຫມາຍການພັດທະນາຂອງສາກົນ ແລະ ຂອງປະເທດເຮົາ ຢ່າງຟົດຟື້ນ.