ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນລາວ ສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ເອຊີດີ ຄັ້ງທີ 15

 

ThongphanhAbudabi

 

ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ເອຊີດີ ຄັ້ງທີ 15, ຊຶ່ງຈັດຂື້ນທີ່ ອາບູດາບີ, ປະເທດ ສະຫະລັດ  ອາຣັບ ເອມີເລດ, ໃນລະຫວ່າງວັນທີ 15-17 ມັງກອນ 2017 ນີ້ ຊຶ່ງມີຄະນະຜູ້ແທນຈາກ 34 ປະເທດ​ສະ​ມາ​ຊິກ ເຂົ້າຮ່ວມພາຍໃຕ້ການເປັນປະທານຂອງ ທ່ານ ລັດຖະມົນຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຮ່ວມ​ມື​ສາ​ກົນ ຂອງ ສະຫະລັດ ອາຣັບ ເອມີເລດ.

ກອງປະຊຸມລັດຖະມົນຕີຕ່າງປະເທດ ເອ​ຊີ​ດີ ຄັ້ງນີ້ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ທິດທາງການເສີມຂະຫຍາຍການຮ່ວມມືດ້ານການຄຳ້ປະກັນ ດ້ານພະລັງງານ, ນຳ້ ແລະ ສະບຽງອາຫານ ລະຫວ່າງ ປະເທດສະມາຊິກ ເອຊີດີ ແລະ ໄດ້ຮັບຮອງເອົາ 2 ເອກະສານ ຄື: 1)ແຜນປະຕິບັດ​ງານ​ດ້ານພະລັງງານ ປີ 2017-2019 ແລະ 2) ຖະແຫຼງການອາບູດາບີ. ບັນດາເອກະສານດັ່ງກ່າວ ຈະເປັນພື້ນຖານແກ່ການພັດທະນາ​ ແລະ ​ຮ່ວມ​ມື​ກັນ ​ລະ​ຫວ່າງ​ປະ​ເທດ​ສະ​ມາ​ຊິກໃນຂະແໜງການພະລັງງານ, ນຳ້ ແລະ ສະບຽງອາຫານ ເພື່ອເຮັດໃຫ້ອາຊີບັນລຸການພັດທະນາແບບຍືນຍົງ.

ໃນໂອກາດນີ້ ທ່ານ ທອງຜ່ານ ສະຫວັນເພັດ ໄດ້ຂຶ້ນກ່າວຄຳເຫັນຕໍ່ກອງປະຊຸມ ຊຶ່ງໄດ້ເນັ້ນບາງປະເດັນ ທີ່ສຳຄັນວ່າ ທະ​ວີບອາຊີ ມີທ່າແຮງໃນການຮ່ວມມື ແລະ ການແລກປ່ຽນກັນຫຼາຍດ້ານ ເປັນ​ຕົ້ນ ດ້ານການຄ້າ, ການລົງທຶນ,​ການທ່ອງທ່ຽວ, ການ​ຮ່ວມ​ມືໃນ​ຂະ​ແໜງສະບຽງອາຫານ, ກະສິກຳ ແລະ ພະລັງງານ. ປະ​ເທດ​ສະ​ມາ​ຊິກ ເອຊີດີ ຕ້ອງຫ້າວ ຫັນ​ຮ່ວມ​ກັນໃນການຄົ້ນຄິດໂຄງການແລະ ແຜນການ ແນ​ໃສ່ຍົກ​ສູງ​ການ​ກັນຮ່ວມມືໃຫ້ແໜ້ນແຟ້ນ ແລະ ນຳຜົນປະໂຫຍດມາ​ໃຫ້​ແກ່ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ.

ທ່ານ​ຍັງໄດ້ກ່າວຕື່ມວ່າ ໃນຂົງເຂດການຮ່ວມມືດ້ານພະລັງງານຂອງ ເອ​ຊີ​ດີ ສ​ປ​ປ ລາວ ໄດ້ສຳເລັດການຈັດສຳມະນາ ໃນຫົວຂໍ້: ການພັດທະນາພະລັງງານໄຟຟ້ານຳ້ຕົກແບບຍືນຍົງ ແລະ ການແລກປ່ຽນພະລັງງານພາກພື້ນຂອງ ສປປ ລາວ ໃນປີ 2014 ທີ່ ນະຄອນຫຼວງວຽງຈັນ ແນ​ໃສ່ເຜີຍແຜ່ນະໂຍບາຍໃນການສົ່ງເສີມການພັດທະນາພະລັງງານແບບຍືນຍົງ         ໂດຍສະ​ເພາະ ແມ່ນພະລັງງານໄຟຟ້ານຳ້ຕົກ ຊຶ່ງເປັນແຫຼ່ງພະລັງງານທົດແທນ ແລະ ສະອາດ​ ແລະ ຖືວ່າເປັນຂະ​ແໜງທີ່ສຳຄັນໃນການ​ສົ່ງ​ເສີມ​ການຂະຫຍາຍຕົວເສດຖະກິດ ໂດຍການຜະລິດໄຟຟ້າ ເພື່ອນຳໃຊ້ພາຍໃນປະເທດ ແລະ ນຳສົ່ງອອກໃຫ້ແກ່ປະເທດເພື່ອນບ້ານ. ພະລັງງານໄຟຟ້ານຳ້ຕົກ ບໍ່ພຽງແຕ່ເປັນແຫຼ່ງພະລັງງານທົດແທນ ແລະ ສະອາດ ແຕ່ຍັງຊ່ວຍຄວບຄຸມ ແລະ ຫຼຸດຜ່ອນໄພແຫ້ງແລ້ງ ແລະ ນຳ້ຖ້ວມ ແລະ ຍັງບໍ່ຜະລິດສິ່ງເສດເຫຼືອທີ່ເປັນພິດຕໍ່ອາກາດ, ຝົນອາຊິດ ຫຼື ທາດອາຍຜິດເຮືອນແກ້ວ. ນອກຈາກໂຮງງານໄຟຟ້ານຳ້ຕົກແລ້ວ, ສປປ ລາວ ຍັງໄດ້ດຳເນີນໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນທຳອິດ  ທີ່ສຳເລັດໃນປີ 2016 ຊຶ່ງມີກໍາລັງຕິດຕັ້ງໄຟຟ້າ 1,878 MW ແລະ ຜະລິດກະແສພະລັງງານໄຟຟ້າ 12,582 GWhຕໍ່​ປີ ແລະ ແມ່ນ​ການ​ລົງ​ທຶນ​ຮ່ວມ ລະ​ຫວ່າງ ພາກ​ສ່ວນ​ເອ​ກະ​ຊົນ ແລະ ລັດ​ຖະ​ບານ ສ​ປ​ປ ລາວ. ນອກ​ຈາກນີ້, ແຫຼ່ງ​ພະ​ລັງ​ງານ​ທົດ​ແທນ​ອື່ນ ເຊັ່ນ: ພະ​ລັງ​ງານ​ແສງ​ຕາ​ເວັນ, ພະ​ລັງ​ງານລົມ ແລະ ເຊື້ອ​ເພີງ​ຊີ​ວະ ກໍ່​ແມ່ນ​ຢູ່​ໃນ​ຂັ້ນ​ຕອນ​ສຶກ​ສາ​ຄົ້ນ​ຄວ້າ. ສ​ປ​ປ ລາວ ຈະ​ສືບ​ຕໍ່ໃຫ້​ການ​ສ​ະ​ໜັບ​ສະ​ໜູນ ແລະ ​ຮ່ວມ​ມື​ໃນ​ພາກ​ພື້ນ ແລະ ສາ​ກົນ ໃນ​ຂ​ະ​ແໜງ​ການ​ພະ​ລັງ​ງານ, ສະ​ບຽງ​ອາ​ຫານ ແລະ ກະ​ສິ​ກຳ ເພື່ອ​ການ​ຄ້ຳ​ປະ​ກັນ​ຄວາມ​ຫມັ້ນ​ຄົງດ້ານ​ພະ​ລັງ​ງານ, ຍົກ​ລະ​ດັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ແລະ ສະ​ພາບ​ແວດ​ລ້ອມ​ແບບ​ຍືນ​ຍົງ.

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ເອ​ຊີ​ດີ ຄັ້ງ​ທີ 15 ໄດ້​ສຳ​ເລັດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ສ​ະ​ຫງ່າ​ງາມ ຊຶ່ງ​ໄດ້ວາງ​ພື້ນ​ຖານ​ໃຫ້​ແກ່​ການ​ຮ່ວມ​ມື​ທາງ​ດ້ານ​ຂະ​ແໜງ​ການ​ພະ​ລັງ​ງານ ໄປ​ພ້ອມໆ​ກັບການ​ໃຫ້​ຄວາມ​ສຳ​ຄັນ​ແກ່ຄວາມ​ຫມັ້ນ​ຄົງ ດ້ານ​ສະ​ບຽງ​ອາ​ຫານ ແລະ ນ້ຳ ເພື່ອ​ຮັບ​ປະ​ກັນ​​ໃນ​ການ​ບັນ​ລຸ​ເປົ້າ​ໝາຍການ​ຂະ​ຫ​ຍາຍ​ຕົວ​ຂອງ​ເສດ​ຖະ​ກິດ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງຂອງຂອບ​ການ​ຮ່ວມ​ມື ເອ​ຊີ​ດີ. ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ​ເອ​ຊີ​ດີ ຄັ້ງ​ທີ 16 ແລະ ກອງ​ປະ​ຊຸມ​ສຸດຍອດ    ເອ​ຊີ​ດີ ຄັ້ງ​ທີ 3 ຈະ​ຈັດ​ຂຶ້ນ​ໂດຍ​ການ​ເປັນ​ເຈົ້າ​ພາບ​ຂອງ ປະ​ເທດ​ອີ​ຣານ.

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480306
ມື້ນີ້136
ມື້ວານ157
ອາທິດນີ້704
ເດືອນນີ້6537