ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເຜີຍແຜ່ຜົນສຳເລັດຂອງກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X ແລະ ສະຫຼຸບຕີລາຄາວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຂອງກະຊວງການຕ່າງປະເທດ

MOFA SengPhet1 MOFA SengPhet2

ໃນຕອນບ່າຍຂອງວັນທີ 23 ກຸມພາ 2017, ທີ່ ກະຊວງການຕ່າງງປະເທດ, ໄດ້ຈັດພິທີເຜີຍແຜ່ຜົນສຳເລັດຂອງກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X ແລະ ສະຫຼຸບຕີລາຄາວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຂອງກະຊວງການຕ່າງປະເທດ ໃນໄລຍະ 5 ປີຜ່ານມາ​ (2011-2016) ແລະ ທິດທາງແຜນການຈຸດສຸມ ປີ 2017-2020, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ, ຫົວໜ້າກົມ, ຮອງກົມ, ຄະນະພະແນກ, ພະນັກງານຜູ້ອາວຸໂສບຳນານ ແລະ ສະມາຊິກພັກ-ພະນັກງານ ພາຍໃນກະຊວງການຕ່າງປະເທດເຂົ້າຮ່ວມຈຳນວນ 400 ກວ່າທ່ານ.

 

ໃນພິທີ ທ່ານປະທານໄດ້ເຜີຍແຜ່ເນື້ອໃນບົດລາຍງານ ວຽກງານກໍ່ສ່້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ ແລະ ທິດທາງໜ້າທີ່ 5 ປີຕໍ່ໜ້າ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X, ທີ່ໄດ້ຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງໄລຍະ 5 ປີ ຜ່ານມາ ໂດຍສະເພາະແມ່ນການກໍ່ສ້າງພັກທາງດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ແບບແຜນການນຳພາ, ວຽກງານພະນັກງານ,​ ການປັບປຸງກົງຈັກການຈັດຕັ້ງ, ບັນດາຈຸດອ່ອນ,​ ຂໍ້ຄົງຄ້າງ ທີ່ຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂ ແລະ ທິດທາງ, ໜ້າທີ່ວຽກງານກໍ່ສ້າງພັກ-ພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງ ແຕ່ປີ 2016-2020 ແລະ ໄດ້ຜ່ານເນື້ອໃນໂອ້ລົມຂອງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X. ໃນພິທີ ທ່ານ ຕິ່ງ ສຸກສັນ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານຂອງກະຊວງ ໃນໄລຍະ 5 ປີຜ່ານມາ (2011-2016) ແລະ ທິດທາງແຜນການຈຸດສຸມ ປີ 2017-2020 ເພື່ອໃຫ້ບັນດາສະຫາຍສະມາຊິກພັກ-ພະນັກງານຂອງກະຊວງກຳໄດ້ ແລະ ມີຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແລະ ເພີ່ມທະວີບົດບາດຄວາມສາມາດການນຳພາຂອງຄະນະພັກ, ປັບປຸງກໍ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນທາງດ້ານການເມືອງແນວຄິດ, ການຈັດຕັ້ງ ແລະ ແບບແຜນການນຳພາ, ສ້າງຖັນແຖວສະມາຊິກພັກ-ພະນັກງານ ໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຄວາມສາມາດ ແລະ ເປັນແບບຢ່າງນຳໜ້າທຸກດ້ານ.

 

ໃນຕອນທ້າຍຂອງພິທີ ທ່ານປະທານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຈັດຕັ້ງປະຕິບັດວຽກງານຈັດຕັ້ງໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ການຈັດຕັ້ງທຸກຂັ້ນ ຕ້ອງເພີ່ມທະວີຄວາມຮັບຜິດຊອບສູງຂຶ້ນຕໍ່ວຽກງານການກໍ່ສ້າງພັກ ແລະ ວຽກງານພະນັກງານ, ພ້ອມນັ້ນ ກໍບຸກທະລຸແກ້ໄຂສິ່ງທີ່ຍັງອ່ອນຄົງຄ້າງ, ເອົາໃຈໃສ່ສຶກສາອົບຮົມແນວທາງຂອງພັກ, ກົດໝາຍຂອງລັດ ໃຫ້ເຂົ້າສູ່ລວງເລິກ ແນ່ໃສ່ສ້າງທັດສະນະທາງການເມືອງໃຫ້ຖືກຕ້ອງ, ມີຄວາມຮັບຮູ້ເປັນເອກະພາບ, ມີຄວາມເຊື້ອໝັ້ນ ແລະ ຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ-ລັດດ້ວຍຄວາມເປັນເຈົ້າການ, ປັບປຸງການຈັດຕັ້ງໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ,​ ບົນຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ ແລະ ບຸກຄົນຮັບຜິດຊອບ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484543
ມື້ນີ້59
ມື້ວານ188
ອາທິດນີ້981
ເດືອນນີ້3848