ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ມອບໜັງສືຮັບຮອງກົງສຸນ ໃຫ້ແກ່ ກົງສຸນກິດຕິມະສັກ ແຫ່ງ ປະເທດຊູແອັດ ຄົນໃໝ່ ປະຈໍາ ສປປ ລາວ

SPh SuAdd1

 

ໂດຍຕາງໜ້າຄະນະນໍາກະຊວງການຕ່າງປະເທດ, ໃນເວລາ 10:00 ໂມງ, ຂອງວັນທີ 13 ມີນາ 2017, ທີ່ ກະຊວງການຕ່າງປະເທດ, ​ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມອບໜັງສືຮັບຮອງ ໃຫ້ແກ່ ທ່ານ ແມັດສ ປີເຕີ ຟຸກເດີ (Mats Peter Fogde), ເປັນກົງສຸນກິດຕິມະສັກ ແຫ່ງ ປະເທດຊູແອດ ປະຈໍາ ສປປ ລາວ ຜູ້ໃໝ່ ປ່ຽນແທນ ທ່ານ Jan Caderwall, ກົງສຸນກິດຕິມະສັກຜູ້ເກົ່າ ທີ່ໄດ້ໝົດວາລະການປະຕິບັດໜ້າທີ່ ຕັ້ງແຕ່ທ້າຍປີ 2015 ເປັນຕົ້ນມາ.

ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍ ທີ່ ທ່ານ ແມັດສ ປີເຕີ ຟຸກເດີ ໄດ້ຮັບຄວາມໄວ້ວາງໃຈຈາກລັດຖະບານຊູແອດ ແລະ ໄດ້ຖືກແຕ່ງຕັ້ງໃຫ້ເປັນກົງສຸນກິດຕິມະສັກແຫ່ງ ປະເທດຊູແອດ ປະຈໍາ ສປປ ລາວ ໃນຄັ້ງນີ້, ເຊິ່ງຈະເປັນການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ລາວ-ຊູແອັດ ໂດຍສະເພາະ ດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວ ລວມທັງ ການສຶກສາ, ວັດທະນະທໍາ ແລະ ສັງຄົມ ໃຫ້ກັບມາຢູ່ໃນບັນຍາກາດປົກກະຕິ. ​ພ້ອມດຽວກັນນັ້ນ, ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການປະຕິບັດວຽກງານເປັນກົງສຸນກິດຕິມະສັກ ຂອງ ທ່ານ ແມັດສ ປີເຕີ ຟຸກເດີ ຈະເປັນການຟື້ນຟູສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ນັບມື້ກັບມາຄຶກຄື້ນຂຶ້ນເລື້ອຍໆ ເພື່ອນໍາຜົນປະໂຫຍດມາສູ່ສອງປະເທດ ກໍຄື ປະຊາຊົນສອງຊາດໃນອະນາຄົດ. ສປປ ລາວ ແລະ ຊູແອັດ ໄດ້ສ້າງຕັ້ງສາຍພົວພົນການທູດນໍາກັນໃນວັນທີ 10 ຕຸລາ 1964.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483921
ມື້ນີ້45
ມື້ວານ183
ອາທິດນີ້359
ເດືອນນີ້3226