ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ແລະ ສ.ເກົາຫລີ ເປັນເຈົ້າພາບຮ່ວມຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມືແມ່ນ້ຳຂອງ-ສ.ເກົາຫລີ

MekongRok1

 

ໃນວັນທີ 24 ມີນາ 2017, ທີ່ ເມືອງປາກເຊ, ແຂວງຈໍາປາສັກ, ສປປ ລາວ ແລະ ສ.ເກົາຫລີ ເປັນເຈົ້າພາບຮ່ວມ​ຈັດກອງ​ປະຊຸມເຈົ້າໜ້າທີ່ອາວຸໂສຂອບການຮ່ວມມື ແມ່​ນ້ຳຂອງ-ສ.​ເກົາຫລີ ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ ຂອງ ທ່ານ ສົງການ ຫລວງມຸນິນທອນ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສຂອບການຮ່ວມມື ແມ່ນ້ຳຂອງ-ສ.ເກົາຫລີ ​ແລະ ທ່ານ ຣຽວ ຈິອອງ-ຮຸນ, ຫົວໜ້າກົມກິດຈະການອາຊີໃຕ້ ແລະ ປາຊີຟິກ, ກະຊວງການ​ຕ່າງປ​ະ​ເທດຂອງ ສ.​ເກົາຫລີ ແລະ ຍັງ​ມີ​ບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສ ພ້ອມ​ດ້ວຍ​ຄະນະ ຈາກປະເທດແມ່ນໍ້າຂອງ (ກຳປູ​ເຈຍ, ມຽນມາ, ​ໄທ ​ແລະ ຫວຽດນາມ) ເຂົ້າຮ່ວມຢ່າງພ້ອມພຽງ.

 

ໃຫ້ກຽດເປີດກອງປະຊຸມເຈົ້າຫນ້າທີ່ອາວຸໂສໃນຄັ້ງນີ້ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ; ທ່ານໄດ້ກ່າວວ່າ ປີນີ້ ເປັນປີທີ່ມີຄວາມໝາຍຄວາມສຳຄັນ ສຳລັບຂອງການຮ່ວມມື ແມ່ນ້ຳຂອງ-ສ.ເກົາຫລີ, ເພາະເປັນປີທີ່ຈະຕ້ອງໄດ້ສະຫລຸບຕີລາຄາຄືນ ການຈັດຕັ້ງປະຕິບັດແຜນປະຕິບັດງານ ແມ່ນ້ຳຂອງ-ສ.ເກົາຫລີ 2014-2017 ແລະ ຮ່າງແຜນປະຕິບັດງານສະບັບໃຫມ່ ສໍາລັບສົກປີ 2017-2020 ເພື່ອຈະເປັນບ່ອນອີງໃນການສືບຕໍ່ເສີມຂະຫຍາຍການຮ່ວມມື ລະຫວ່າງປະເທດແມ່ນໍ້າຂອງ ແລະ ສ.ເກົາຫລີ ນັບມື້ນັບມີຜົນ ແລະ ກວ້າງຂວາງໃຫ້ຍິ່ງຂຶ້ນກວ່າເກົ່າ.

 

ກອງ​ປະຊຸມ​ຄັ້ງ​ນີ້​ໄດ້ ທົບທວນ​ຄວາມ​ຄືບ​ໜ້າ​ຂອງການຈັດ​ຕັ້ງ​ປະຕິບັດຂອບ​ກາ​ນຮ່ວມ​ມື ​ແມ່​ນ້ຳຂອງ-ສ.​ເກົາຫລີ ​ໃນ​ໄລຍະ​ຜ່ານ​ມາ ​ໂດຍ​ສະ​ເພາະ​ການ​ຜັນ​ຂະຫຍາຍ ຖະແຫຼງການຂອງປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນ້ຳຂອງ-ສ.ເກົາຫລີ ຄັ້ງທີ 6 ຮັບຮອງເອົາໃນປີ 2016 ແລະ ​ແຜນ​ປະຕິບັດ​ງານ​ຂອບ​ການ​ຮ່ວມ​ມື ແມ່​ນ້ຳຂອງ-ສ.​ເກົາຫລີ ປີ 2014-2017 ພ້ອມທັງສະຫລຸບຕີລາຄາຄືນ ການຈັດຕັ້ງປະຕິບັດບັນດາໂຄງການບູລິມະສິດ ຈໍານວນ 11 ໂຄງການ ​ແລະ ປຶກສາ​ຫາລື​ ກ່ຽວ​ກັບ ​ທິດ​ທາງການ​ຮ່ວມ​ມື​ໃນ​ຕໍ່ໜ້າ ໂດຍສະເພາະການຮ່າງແຜນປະຕິບັດງານ ສະບັບໃໝ່ (ປີ 2017-2020) ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມື ແມ່ນ້ຳຂອງ-ສ.ເກົາຫລີ ຄັ້ງທີ 7 ທີ່ ສປປ ລາວ ຈະເປັນປະທານຮ່ວມ ກັບ ສ.ເກົາຫລີ ທີ່ຈະຈັດຂຶ້ນໃນຕົ້ນເດືອນ ກັນຍາ 2017 ທີ່ ເມືອງປູຊານ, ສ.ເກົາຫລີ.

 

ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍ ສ.​ເກົາຫລີ ​​​​ ​ທີ່ໄດ້​ປະກອບສ່ວນເຂົ້າໃນກອງທຶນເພື່ອການຮ່ວມມື ແມ່ນ້ຳຂອງ-ສ.ເກົາຫລີ ນັບແຕ່ປີ 2014-2016 ເປັນຈຳນວນເງິນ 2.3 ລ້ານໂດລາ ສະຫະລັດ ແລະ ຈະປະກອບສ່ວນເປັນ​ຈຳນວນ​ເງິນ​ 1 ລ້ານ​ໂດ​ລາ​ ສະຫະລັດ ຕໍ່ປີ​ເພື່ອ​ນໍາ​ໃຊ້​ເຂົ້າ​ໃນ​ການຈັດ​ຕັ້ງ​ປ​ະຕິ​ບັດ​ໂຄງການບູລິ​ມະ​ສິດຕ່າງໆໃນ 6 ຂະແໜງການບູລິມະສິດ ຄື: ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າວສານ (ICT), ການ​ພັດທະນາ​ສີ​ຂຽວ, ການ​ພັດທະນາແຫລ່ງ​ຊັບພະຍາກອນ​ນ້ຳ, ດ້ານ​ກະສິກໍາ ​ແລະ ການ​ພັດທະນາຊົນນະບົດ, ​ແລະ ການ​ພັດທະນາ​ຊັບພະຍາກອນ​ມະນຸດ.

 

ສໍາລັບການຊ່ວຍເຫລືອຂອງ ສ.ເກົາຫລີ ພາຍໃຕ້ກອງທຶນຂອບການຮ່ວມມື ແມ່ນ້ຳຂອງ-ສ.ເກົາຫລີ ໃນປີ 2016 ນັ້ນ, ສປປ ລາວ ກໍໄດ້ຮັບການສະໜັບສະຫນູນເງິນທຶນໃນໂຄງການ: ການພັດທະນາຖານຂໍ້ມູນ ນິຕິກຳຂອງຂະແໜງອຸດສາຫະກຳ ແລະ ການຄ້າ ເພື່ອເປັນການກະກຽມໃຫ້ການເຊື່ອມໂຍງ, ການຮ່ວມມືທາງດ້ານເສດຖະກິດ, ສະຖາບັນ ແລະ ການເປີດກວ້າງທາງດ້ານການຄ້າ’’ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຊຶ່ງມີມູນຄ່າ 4 ແສນກວ່າ ໂດລາສະຫະລັດ; ແລະ ໃນສົກປີ 2017 ນີ້, ສປປ ລາວ ກໍໄດ້ນຳສົ່ງເອກະສານແນວຄວາມຄິດໂຄງການ ເພື່ອນຳໃຊ້ກອງທຶນດັ່ງກ່າວຕື່ມອີກ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485350
ມື້ນີ້51
ມື້ວານ227
ອາທິດນີ້386
ເດືອນນີ້4655