ໃນວັນທີ 24 ມີນາ 2017, ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດຂອບການຮ່ວມມືພາກພື້ນ (CLV, CLMV ແລະ ACMECS), ທີ່ ແຂວງຈຳປາສັກ, ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີຜູ້ເຂົ້າຮ່ວມຈາກສູນກາງ ແລະ ຈາກແຂວງຈໍາປາສັກ, ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງອັດຕະປື ຫຼາຍກວ່າ 50 ທ່ານ.
ກອງປະຊຸມໄດ້ປຶກສາຫາ ແລະ ຜັນຂະຫຍາຍ ຜົນກອງປະຊຸມ ກອງປະຊຸມສຸດຍອດເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 9, ກອງປະຊຸມສຸດຍອດ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 8 ແລະ ກອງປະຊຸມສຸດຍອດ ຂອບການຮ່ວມມືຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນ້ຳອີຣະວະດີ-ແມ່ເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ຄັ້ງທີ 7. ນອກນີ້, ກອງປະຊຸມ ຍັງໄດ້ຕີລາຄາສູງ ໃນການຈັດຕັ້ງປະຕິບັດຂອງ 4 ແຂວງພາກໃຕ້ ໃນການຈັດຕັ້ງປະຕິບັດວຽກງານໃນ 3 ຂອບການຮ່ວມມືດັ່ງກ່າວ, ເຊິ່ງຜ່ານມາກໍ່ມີຫລາຍໂຄງການໄດ້ຮັບການຈັດຕັ້ງປະຕິບັດເປັນກ້າວໆ ເປັນຕົ້ນ: ໂຄງການປັບປຸງ ແລະ ຍົກລະດັບເສັ້ນທາງເຊື່ອມຈອດ ລະຫວ່າງ ບັນດາບ້ານ, ເມືອງ ແລະ ແຂວງ, ການກໍ່ສ້າງໂຮງຮຽນ, ໂຮງໝໍ, ສຸກສາລາ ແລະ ສິ່ງອຳນວຍຄວາມສະດວກອື່ນໆ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການສົ່ງເສີມການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນໃນຂົງເຂດດັ່ງກ່າວໃຫ້ດີຂຶ້ນເທື່ອລະກ້າວ. ພ້ອມດຽວກັນນີ້, ກອງປະຊຸມ ຍັງໄດ້ປຶກສາຫາລືແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ການແກ້ໄຂບັນດາຂໍ້ຫຍຸ້ງຍາກ ແລະ ທິດທາງໃນຕໍ່ໜ້າ. ອັນພົ້ນເດັ່ນ ແມ່ນໂຄງການບູລິມະສິດ 5 ໂຄງການທີ່ໄດ້ຖືກຮັບຮອງເອົາ ໃນກອງປະຊຸມສຸດຍອດ CLV ຄັ້ງຫຼ້າສຸດ.
ກອງປະຊຸມໃນຄັ້ງນີ້, ອັດລົງດ້ວຍຜົນສຳເລັດອັນຈົບງາມ ໂດຍບັນລຸໄດ້ຕາມຈຸດປະສົງ ແລະ ເປົ້າໝາຍທີ່ກຳນົດໄວ້ ແລະ ຖືໄດ້ວ່າ ເປັນກອງປະຊຸມທີ່ມີຄວາມໝາຍ, ຄວາມສຳຄັນສູງ ເພາະເປັນເວທີສໍາຄັນອັນໜຶ່ງທີ່ເປີດໂອກາດໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນນໍາກັນຕໍ່ກັບບັນຫາ ແລະ ສິ່ງທີ່ທ້າທາຍຕ່າງໆ ໂດຍສະເພາະການແກ້ໄຂຂໍ້ຄົງຄ້າງ ແລະ ທິດທາງການຈັດຕັ້ງປະຕິບັດໃນຕໍ່ໜ້າ ຂອງສາມຂອບການຮ່ວມມືດັ່ງກ່າວ ໃຫ້ປະກົດຜົນເປັນຈິງ.