ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ເປັນເຈົ້າພາບຈັດ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ລັດເຊຍ ຄັ້ງທີ 14

 Thongphanhrussia

 

 

ໃນວັນທີ 29 ມີນາ 2017, ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດ​ກອງ​ປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ລັດເຊຍ ຄັ້ງທີ 14​ ຂຶ້ນ, ​ທີ່​ ໂຮງແຮມລາວພລາຊາ, ນະຄອນຫຼວງ​ວຽງ​ຈັນ, ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕິ​ກະຊວງ​ການ​ຕ່າງປະ​ເທດ ທັງ​ເປັນ​ຫົວໜ້າ​ເຈົ້າໜ້າທີ່​ອາວຸ​ໂສ​ອາຊຽນຂອງ ສປປ ລາວ ແລະ ທ່ານ ອີກໍ ມໍກູລອບ (Igor V. Morgulov), ຮອງລັດຖະມົນຕິ​ກະຊວງ​ການ​ຕ່າງປະ​ເທດ ທັງ​ເປັນ​ຫົວໜ້າ​ເຈົ້າໜ້າທີ່​ອາວຸ​ໂສ​ອາຊຽນຂອງ ສະຫະພັນລັດເຊຍ.

ກອງປະຊຸມໄດ້ຕີລາຄາຄືນຄວາມຄືບໜ້າການຮ່ວມມື ລະຫວ່າງ ອາຊຽນ ແລະ ລັດເຊຍ ໃນໄລຍະຜ່ານມາ ໂດຍສະເພາະແມ່ນ ສືບຕໍ່ຕິດຕາມການຈັດຕັ້ງປະຕິບັດຜົນກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ລັດເຊຍ ຄົບຮອບ 20 ປີ ເຊິ່ງໄດ້ຈັດຂຶ້ນໃນວັນທີ 19-20 ພຶດສະພາ 2016 ທີ່ ໂຊຈິ, ລັດເຊຍ. ໃນນັ້ນ, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບຂົງເຂດບູລິມະສິດສໍາລັບການຮ່ວມມື ໂດຍອີງໃສ່ບັນດາຂໍ້ສະເໜີແນະຂອງໜ່ວຍງານຜູ້ຊົງຄຸນວຸດທິ ອາຊຽນ-ລັດເຊຍ ແລະ ວາງທິດທາງສຳລັບການຮ່ວມມືໃນຕໍ່ໜ້າ ທີ່ກວມເອົາຂົງເຂດການເມືອງຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະ ທຳ-ສັງຄົມ. ກອງປະຊຸມໄດ້ຊຸກຍູ້ໃຫ້ບັນດາຂະແໜງການຂອງ ອາຊຽນ ແລະ ລັດເຊຍ ຮ່ວມມື ແລະ ປະສານງານກັນຢ່າງໃກ້ຊິດ ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ລັດເຊຍ ສະບັບປີ 2016-2020 ຢ່າງມີປະສິດທິຜົນ ແນໃສ່ປະກອບສ່ວນເຂົ້າໃນການຍົກລະດັບການພົວພັນອາຊຽນ-ລັດເຊຍ ຂຶ້ນສູ່ລະດັບຍຸດທະສາດໃນອະນາຄົດ.

ໃນກອງປະຊຸມ ຄະນະຜູ້ແທນຂອງອາຊຽນ ແລະ ລັດເຊຍ ໄດ້ປຶກສາຫາລື ການກະກຽມສຳລັບກອງປະຊຸມລັດຖະມົນຕີີການຕ່າງປະເທດ ອາຊຽນ-ລັດເຊຍ ທີ່ຈະຈັດຂຶ້ນໃນເດືອນ ສິງຫາ 2017 ທີ່ ຟີລິບປິນ ແລະ ຍັງໄດ້ແລກປ່ຽນທັດສະນະຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຜົນປະໂຫຍດ ແລະ ມີຄວາມສົນໃຈຮ່ວມກັນ.

ປັດຈຸບັນ ສປປ ລາວ ເຮັດໜ້າທີ່ເປັນປະເທດປະສານງານ ສຳລັບການພົວພັນ ອາຊຽນ-ລັດເຊຍ ໃນໄລຍະ 3 ປີ ເຊິ່ງຈະສືບຕໍ່ໜ້າທີ່ດັ່ງກ່າວຈົນເຖິງ ເດືອນສິງຫາ 2018.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484481
ມື້ນີ້185
ມື້ວານ273
ອາທິດນີ້919
ເດືອນນີ້3786