ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລື ແລະ ຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ ຂອບການຮ່ວມມືພາກພື້ນ

 

Thongphanheco

 

ໃນວັນທີ 21 ເມສາ 2017, ກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມປຶກສາຫາລື ແລະ ຜັນຂະຫຍາຍຜົນຂອງ 3 ກອງປະຊຸມສຸດຍອດຂອບການຮ່ວມມືອະນຸພາກພື້ນ​ (CLV, CLMV ແລະ ACMECS) ທີ່ ຫ້ອງປະຊຸມ ຂອງ ກະຊວງການຕ່າງປະເທດ ພາຍໃຕ້ການເປັນປະທານຂອງ ທ່ານ ສົງການ ຫຼວງມຸນິນທອນ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ໂດຍການໃຫ້ກຽດຂື້ນກ່າວເປີດກອງປະຊຸມຂອງ ທ່ານ ທອງຜ່ານ ສະຫວັນເພັດຮອງລັດຖະມົນຕີກະຊວງການຕ່າງປະເທດ, ຊຶ່ງມີຜູ້ເຂົ້າຮ່ວມຈາກ ບັນດາກະຊວງຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງສູນກາງ ຈໍານວນກວ່າ 40 ທ່ານ.

ກອງປະຊຸມໄດ້ປຶກສາຫາລື ເພື່ອແລກປ່ຽນຄໍາຄິດເຫັນ ແລະ ສະເໜີທິດທາງຜັນຂະຫຍາຍຜົນ 3 ກອງປະຊຸມສຸດຍອດຂອບການຮ່ວມມືພາກພື້ນທີ່ໄດ້ຈັດຂື້ນໃນປີ 2016 ທີ່ຜ່ານມາ ເປັນຕົ້ນ:ກອງປະຊຸມສຸດຍອດ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 8 ແລະ ກອງປະຊຸມສຸດຍອດຂອບ​ການ​ຮ່ວມ​ມືຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນ້ຳອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍາຂອງ (ACMECS) ຄັ້ງທີ 7 ທີ່ຈັດຂື້ນໃນທ້າຍເດືອນຕຸລາ 2016 ທີ່ ຮ່າໂນ້ຍ, ສສ.​ຫວຽດນາມ ແລະ ກອງ​ປະຊຸມ​ສຸດ​ຍອດ​ເຂດ​ສາມຫລ່ຽມ​ພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 9 ທີ່ ໄດ້ຈັດຂື້ນໃນທ້າຍເດືອນ ພະຈິກ 2016 ທີ່ ສຽມລຽບ, ກໍາປູເຈຍ ທີ່ຜ່ານມາ ໂດຍແນໃສ່ສົ່ງເສີມການພັດທະນາ ແລະ ປະສານງານຮ່ວມມືໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີຄວາມເຂັ້ມແຂງຮອບດ້ານ ແລະ ມີການພັດທະນາທີ່ຍືນຍົງ.ນອກນີ້, ກອງປະຊຸມ ໄດ້ພ້ອມກັນທົບທວນຄືນ ກ່ຽວກັບບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າຍທາຍຕ່າງໆທີ່ເປັນອຸປະສັກຕໍ່ການຈັດຕັ້ງປະຕິບັດວຽກງານ  ໃນໄລຍະຜ່ານມາ ຂອງ 3 ຂອບການຮ່ວມມືດັ່ງກ່າວ ເພື່ອເປັນບ່ອນອີງໃນການວາງນະໂຍບາຍ ແລະ ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ.

ກອງປະຊຸມປຶກສາຫາລືໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນຍິ່ງຕໍ່ການຈັດຕັ້ງປະຕິບັດວຽກງານຂອງບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງ ຂອງ ສປປ ລາວ ເພາະ​ເປັນ​ເວທີສໍາຄັນອັນໜຶ່ງທີ່ເປີດໂອກາດ​ໃຫ້​ບັນດາ​ຂະແໜງການກ່ຽວຂ້ອງທີ່ເປັນຜູ້ຮັບຜິດຊອບ ແລະ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນນໍາກັນ ໂດຍແນ່ໃສ່ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ກໍານົດທິດທາງການຈັດຕັ້ງປະຕິບັດໃນຕໍ່ໜ້າ ຂອງ 3 ຂອບການຮ່ວມມືດັ່ງກ່າວ ໃຫ້ມີປະສິດທິຜົນຂື້ນກ່ວາເກົ່າ ແລະ ນໍາເອົາຜົນປະໂຫຍດສຸງສຸດມາໃຫ້ແກ່ ສປປ ລາວ​.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484488
ມື້ນີ້4
ມື້ວານ188
ອາທິດນີ້926
ເດືອນນີ້3793