ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໃຫ້ແກ່ພະນັກງານກະຊວງການຕ່າງປະເທດ ແລະ ຄຕພ

 

Sengphetpolitic1 Sengphetpolitic2

 

ໃນວັນທີ 24 ​ເມສານີ້ ຢູ່ ນະຄອນຫລວງວຽງຈັນ, ບັນດາສະມາຊິກພັກ,​ ພະນັກງານຫລັກແຫລ່ງ ພາຍໃນກະຊວງ ການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດ ສູນກາງພັກ ຈຳນວນ 50 ຄົນ ໄດ້​​ເຂົ້າຮ່ວມການຝຶກອົບຮົມ ທິດສະດີກາເມືອງ-ການປົກຄອງ ໄລຍະສັ້ນ 45 ວັນຊຸດທີ I (24/4/2017-28/6/2017) ​ເພື່ອຍົກລະດັບ ຄວາມຮູ້ພື້ນຖານ ທາງດ້ານທິດສະດີ ກາເມືອງ-ການປົກຄອງ, ຄົ້ນຄວ້າຮ່ຳຮຽນທິດສະດີ ມາກ-​ເລນິນ, ​ແນວທາງການປ່ຽນແປງໃໝ່ຂອງພັກ ໃນແຕ່ລະໄລຍະ ແນ່ໃສ່ເຮັດໃຫ້ ພະນັກງານນຳພາ-ຄຸ້ມຄອງ, ພະນັກງານສືບທອດ ກໍຄື ສະມາຊິກພັກ,​ ພະນັກງານຫລັກແຫລ່ງ ມີວິທີການເຮັດວຽກທີ່ຖືກຕ້ອງ ແລະ ຮູ້ໝູນໃຊ້ບັນດາບົດຮຽນດັ່ງກ່າວ ເຂົ້າໃນໜ້າທີ່ວຽກງານ ຂອງຕົນຢ່າງມີປະສິດທິຜົນ.

 

ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ກ່າວວ່າ: ການຝຶກອົບ ຮົມນີ້ ແມ່ນການຜັນຂະຫຍາຍມະຕິ ຂອງກອງປະຊຸມວຽກງານ ການຕ່າງປະເທດ ຄັ້ງທີ 13, ​ແຜນບຳລຸງ-ກໍ່ສ້າງພະນັກງານ ຂອງກະຊວງການຕ່າງປະເທດ ເພື່ອ​​ເຮັດໃຫ້ການ ປະຕິບັດໜ້າທີ່ວຽກງານ ພາຍໃນກະຊວງ ໃຫ້ມີປະສິດທິພາບ ສູງຂຶ້ນກວ່າເກົ່າ ຕາມຄຳຂວັນ ຂອງກອງປະຊຸມວຽກງານ ການຕ່າງປະເທດ ດັ່ງກ່າວວາງອອກ ຄື : “ຍົກສູງຄວາມສາມາດ,ລັກສະນະນຳໜ້າ ແລະ ຄວາມເປັນເຈົ້າການ ຂອງພະນັກງານ ໃນຂະແໜງການຕ່າງປະເທດ ຕໍ່ການປະຕິບັດແນວທາງ ການຕ່າງປະເທດ ກໍຄື ສ້າງໃຫ້ບັນດາ ສະມາຊິກພັກ, ພະນັກງານນຳພາ-ຄຸ້ມຄອງ ມີທັດສະນະຫລັກໝັ້ນ ຊົນຊັ້ນໜັກແໝ້ນ,​ ມີຄຸນສົມບັດ ສິນທຳປະຕິວັດ ແລະ ມີແນວຄິດອຸ່ນອ່ຽງທຸ່ນທຽງ, ​ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີແບບ​​ແຜນດຳລົງຊີວິດປອດໃສ​, ມີວິທີການເຮັດວຽກທີ່ຖືກຕ້ອງ ແລະ ເພື່ອປະຕິບັດ ແຜນພັດທະນາຊັບພະຍາກອນມະນຸດ ຂອງກະຊວງການຕ່າງປະເທດ ໃຫ້ບັນລຸຕາມຄາດໝາຍ ທີ່ວາງໄວ້.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485821
ມື້ນີ້120
ມື້ວານ206
ອາທິດນີ້857
ເດືອນນີ້5126