ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດ ແຂວງຫູນານ

 

Sengphetchina Sengphetchina1

 

ໃນວັນທີ 25ເມສາ 2017, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອູ ອີ້ ປ້ຽວ, ຮອງຫົວໜ້າຫ້ອງການພົວພັນຕ່າງປະເທດ ແຂວງ ຫູນານ ແຫ່ງ ສປ ຈີນ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 24- 28 ເມສາ 2017.

ໃນໂອກາດດັ່ງກ່າວ, ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ອູ ອີ້ ປ້ຽວ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ຕາມທິດ 4 ດີ ຂອງສອງປະເທດ ( ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ ) ທີ່ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ລົງເລິກໃນວຽກງານຕົວຈິງຫຼາຍດ້ານ, ຊຶ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ພິເສດ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ກໍຈະເດີນທາງໄປຮ່ວມກອງປະຊຸມເວທີປຶກສາຫາລືລະດັບສູງຂອງການກໍ່ສ້າງ ໜຶ່ງແລວທາງ ໜຶ່ງເສັ້ນທາງ ທີ່ ນະຄອນຫຼວງປັກກິ່ງ ໃນກາງເດືອນພຶດສະພາ ທີ່ຈະມາເຖິງນີ້. ພ້ອມດຽວກັນນີ້, ທັງສອງຝ່າຍ ກໍ່ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ ແລະ ອື່ນໆ. ຮອດປະຈຸບັນນີ້, ການລົງທຶນຂອງບັນດາບໍລິສັດວິສາຫະກິດ ແລະ ຫົວໜ່ວຍທຸລະກິດຂອງ ສປ ຈີນ ຢູ່ລາວ ຈັດຢູ່ໃນອັນດັບ 1 ລວມມີ 765 ໂຄງການ, ລວມມູນຄ່າ ຕື້ກວ່າໂດລາ ສະຫະລັດ, ໃນນັ້ນ ມີບັນດານັກທຸລະກິດ-ນັກລົງທຶນ ຈາກແຂວງຫູນານ ຈັດຢູ່ໃນອັນດັບແຖວໜ້າຂອງການລົງທຶນໃນລາວ ລວມມີ 136 ບໍລິສັດ, ລວມມູນຄ່າການລົງທຶນ 547 ລ້ານໂດລາສະຫະລັດ ແລະ ມູນຄ່າການຄ້າລະຫວ່າງ ສປປ ລາວ ກັບ ແຂວງຫູນານ ບັນລຸໄດ້ 322 ລ້ານໂດລາ ສະຫະລັດ ແລະໂຄງການຮ່ວມມືທີ່ພົ້ນເດັ່ນ ແມ່ນຜົນສຳເລັດຂອງການສົ່ງດາວທຽມລາວດວງທຳອິດ ຂຶ້ນສູ່ວົງໂຄຈອນ ແລະ ໂຄງການກໍ່ສ້າງທາງລົດໄຟຄວາມໄວສູງ.

ນອກຈາກນີ້, ສປປ ລາວ ແລະ ແຂວງຫູນານ ຍັງໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສ້າງເມືອງມິດຕະພາບ ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນຊາງຊາ ແລະ ສຳຄັນແມ່ນການຕົກລົງເຫັນດີຂອງທັງສອງຝ່າຍຕໍ່ການສະເໜີເປີດສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຊາງຊາ, ແຂວງຫູນານ ຊຶ່ງພວມຢູ່ໃນຂັ້ນຕອນຂອງການກະກຽມວຽກງານທີ່ກ່ຽວຂ້ອງ ໂດຍສະເພາະແມ່ນຈະມີພິທີລົງນາມສານແລກປ່ຽນ ລະຫວ່າງ ສອງກະຊວງການຕ່າງປະເທດ ເພື່ອກະກຽມໃຫ້ສາມາດໄດ້ເປີດສະຖານກົງສຸນດັ່ງກ່າວ ພາຍໃນ 6 ເດືອນຕົ້ນປີ 2017 ນີ້.

ໃນໂອກາດດັ່ງກ່າວ, ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ຕາງໜ້າພັກ-ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງ ສປ ຈີນ ກໍຄືແຂວງຫູນານ ແກ່ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ສປ ຈີນ ກໍຄືແຂວງຫູນານ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ ສປປ ລາວ ໃນຕໍ່ໜ້າອີກ. ໃນການຢ້ຽມຢາມລາວຄັ້ງນີ້, ທ່ານ ອູ ອີ້ ປ້ຽວ ພ້ອມດ້ວຍຄະນະ ຍັງໄດ້ຮ່ວມພົບປະເຮັດວຽກສອງຝ່າຍກັບ ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຫ້ອງການກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ຕື່ມອີກດ້ວຍ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484709
ມື້ນີ້20
ມື້ວານ205
ອາທິດນີ້1147
ເດືອນນີ້4014