ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າພົບປະຂອງ ຮອງລັດຖະມົນຕີກະຊວງ ທີ່ດິນ, ພື້ນຖານໂຄງລ່າງ, ຄົມມະນາຄົມ ແລະ ການທ່ອງທ່ຽວ ປະເທດ ຍີ່ປຸ່ນ

 

Khamphaojapan

 

ໃນວັນທີ 29 ເມສາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ຢູກິໂນຣິ ເນໂມໂຕະ (Yukinori Nemoto), ຮອງລັດຖະມົນຕີກະຊວງທີ່ດິນ, ພື້ນຖານໂຄງລ່າງ, ຄົມມະນາຄົມ ແລະ ການທ່ອງທ່ຽວ ( ສະມາຊິກສະພາ ) ແຫ່ງ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະກັບ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເພື່ອປຶກສາຫາລື ກ່ຽວກັບ ແຜນການຈັດງານວາງສະແດງໂລກປີ 2025, ທີ່ເມືອງ ໂອສະກາ, ປະເທດຍີ່ປຸ່ນ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ ຄະນະຜູ້ແທນຂອງຍີ່ປຸ່ນ, ຊຶ່ງເປັນຄູ່ຮ່ວມມືຍຸດທະສາດ ແລະ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ໃນໄລຍະຜ່ານມາ ອັນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຫຼາຍດ້ານ ເປັນຕົ້ນ: ດ້ານການສຶກສາ, ສາທາ, ຄົມມະນາຄົມ ແລະ ອື່ນໆ.

ທ່ານ ຢູກິໂນຣິ ເນໂມໂຕະ ໄດ້ສະແດງຄວາມດີໃຈທີ່ໄດ້ມາຢ້ຽມຢາມ ສປປ ລາວ ແລະ ໄດ້ເວົ້າເຖິງຄວາມສຳຄັນຂອງການຈັດງານວາງສະແດງໂລກໃນປີ 2025, ຊຶ່ງ ຍີ່ປຸ່ນ ໄດ້ລົງສະໝັກເປັນປະເທດເຈົ້າພາບຢ່າງເປັນທາງການໃນວັນທີ 24 ເມສາ 2017 ທີ່ຜ່ານມາ ແລະ ໄດ້ສະເໜີຮູບແບບຂອງງານວາງສະແດງໂລກ ທີ່ມີຊື່ວ່າ Designing Future Society for Our Lives ” ຊຶ່ງງານດັ່ງກ່າວ ມີແຜນຈະຈັດຂຶ້ນທີ່ເມືອງ ໂອສະກາ ໃນລະຫວ່າງວັນທີ 3 ພຶດສະພາ ຫາ 3 ພະຈິກ ປີ 2025.

ການພົບປະດັ່ງກ່າວ ເປັນໂອກາດທີ່ສຳຄັນ ເພື່ອສົ່ງເສີມ ແລະ ຮັດແໜ້ນການພົວພັນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ເພື່ອເພີ່ມທະວີການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອການພັດທະນາຂອງສອງປະເທດ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484365
ມື້ນີ້69
ມື້ວານ273
ອາທິດນີ້803
ເດືອນນີ້3670