ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ທອງຜ່ານ ສະຫວັນເພັດ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ + 3 ແລະ ກອງປະຊຸມ EAS

Thongphanhasean1

 

Thongphanhasean2

 

ໃນຕອນເຊົ້າຂອງວັນທີ 23 ພຶດສະພາ 2017 ທີ່ມະນິລາ, ປະເທດຟີລິບປິນ, ທ່ານອງຜ່ານສະຫະວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດທັງປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງລາວໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ ເພື່ອປຶກສາຫາລື ກ່ຽວກັບ ການຮ່ວມມື​​ໃນຂອບອາຊຽນບວສາມ ແລะ ກະກຽມ​​ໃຫ້ແກ່ກອງປະຊຸມໃນລະດັບລັດຖະມົນຕີຕ່າງປະເທດ ແລະ ລະດັບຜູ້ນຳຂອງບັນດາປະເທດ ອາຊຽນບວກສາມທີ່ຈະຈັດຂຶ້ນໃນເດືອນສິງຫາ ແລະ ພະຈິກໃນປີນີ້ຢູ່ຟີລິບປິນ. ກອງປະຊຸມໄດ້ທົບທວນຄືນການຈັດຕັ້ງປະຕິບັດກິດຈະກຳຮ່ວມມືຕ່າງໆໃນໄລຍະ​​ຜ່ານມາລວມທັງການຈັດຕັ້ງຜັນຂະຫຍາຍ​​ບັນດາຄຳຕົກລົງຂອງຜູ້ນຳຢູ່ກອງປະຊຸມສຸດຍອດອາຊຽນບວກສາມຄັ້ງທີ 19 ທີ່ໄດ້ຈັດຂຶ້ນຢູ່ລາວໃນປີຜ່ານມາ. ​ພ້ອມນັ້ນ, ກອງປະຊຸມກໍໄດ້ເຫັນດີໃຫ້ເລັ່ງລັດການຮ່າງແຜນວຽກການຮ່ວມມືອາຊຽນບວກສາມໄລຍະ 2018-2022 ໃຫ້ສຳເລັດໂດຍໄວເພື່ອປ່ຽນແທນແຜນວຽກສະບັບປະຈຸບັນທີ່ຈະສີ້ນສຸດໃນປີ 2017 ນີ້. ​ອັນສຳຄັນແມ່ນກອງປະຊຸມ​​ໄດ້ປຶກສາຫາລືກ່ຽວກັບການສະເຫຼີມສະຫຼອງຄົບຮອບ 20 ປີແຫ່ງການສ້າງຕັ້ງ​​ກົນໄກອາຊຽນບວກສາມ (1997-2017) ໂດຍ​​ເຫັນດີ​​ໃຫ້ມີການຮັບຮອງເອົາຖະແຫຼງການອາຊຽນບວກສາມຄົບຮອບ 20 ປີໃນໂອກາດກອງປະຊຸມສຸດຍອດອາຊຽນບວກສາມຄັ້ງທີ 20 ໃນເດືອນພະຈິກ 2017 ຢູ່ຟີລິບປິນ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ກໍໄດ້ນຳພາຄະນະຜູ້ແທນສືບຕໍ່ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (EAS), ໃນນີ້ບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສ EAS ໄດ້ທົບທວນຄືນ​​ການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ EAS ຄັ້ງທີ 11 ທີ່ໄດ້ຈັດຂຶ້ນໃນປີຜ່ານມາຢູ່ລາວກໍຄືບັນດາກິດຈະກຳຮ່ວມມືຕ່າງໆພາຍໃຕ້ 6 ຂົງເຂດບູລິມະສິດຂອງ  EAS (ການເງິນ, ພະລັງງານ, ການສຶກສາ, ການຄຸ້ມຄອງໄພພິບັດທຳມະຊາດ, ວຽກງານສາທາລະນະສຸກ ແລະ ພະຍາດຕິດແປດ ​ແລະ ການເຊື່ອໂຍງອາຊຽນ) ພ້ອມທັງປຶກສາຫາລືກ່ຽວກັບບັນດາກິດຈະກຳ ແລະ ຂໍ້ລິເລີ່ມຕ່າງໆທີ່ຈະຈັດຕັ້ງປະຕິບັດຮ່ວມກັນໃນຕໍ່ໜ້າ. ອກນັ້ນ, ກໍໄດ້ປຶກສາຫາລື ກ່ຽວກັບ ການກະກຽມໃນດ້ານຕ່າງໆເປັນຕົ້ນແມ່ນດ້ານເນື້ອໃນ ແລະ ພາລາທິການໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 7 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 12 ທີ່ຈະຈັດຂຶ້ນໃນເດືອນສິງຫາ ແລະ ພະຈິກ 2017 ຢູ່ຟີລິບປິນ. ໃນໂອກາດນີ້, ກອງປະຊຸມຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນຕ່າງໆທີ່ມີຄວາມສົນໃຈຮ່ວມກັນ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480340
ມື້ນີ້170
ມື້ວານ157
ອາທິດນີ້738
ເດືອນນີ້6571