ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າລັດຖະບານລາວ ເຊັນປື້ມໄຫວ້ອາໄລ ທີ່ ສະຖານທູດອັງກິດ ປະຈຳ ສປປ ລາວ

WaiRRaiEng

 

ໃນຕອນບ່າຍຂອງວັນທີ 25 ພຶດສະພາ 2017, ທີ່ ສະຖານທູດອັງກິດ ປະຈຳ ​ສປປ ລາວ, ທ່ານ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ​ໄດ້​ເຂົ້າຮ່ວມ​​ເຊັນປື້ມໄຫວ້ອາໄລ ຕໍ່ກັບ​ເຫດການ​ສະຫຍອງ​ຂວັນ ​ທີ່​ເປັນ​ຍ້ອນ​ລະ​ເບີດ​ແຕກ, ​ໃນ​ຕອນ​ແລງ ວັນ​ທີ 22 ພຶດສະພາ 2017, ທີ່ ເມືອງ​ແມນ​ເຊ​ສ໌​ເຕີ, ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ​ໂດຍ​ມີ​ເນື້ອ​ໃນ​ວ່າ:

ພວກຂ້າພະເຈົ້າໄດ້ຮັບຊາບຂ່າວດ້ວຍຄວາມເສົ້າໂສກກ່ຽວກັບ ເຫດການສະຫຍອງຂວັນທີ່​ເປັນ​ຍ້ອນ​ລະ​ເບີດ​ແຕກ, ທີ່ ​ເມືອງ​ແມນ​ເຊ​ສ໌​ເຕີ, ສະຫະ​ຣາຊະ​ອານາຈັກ ​ອັງກິດ ​ແລະ ອຽກລັງ​ເໜືອ, ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 22 ພຶດສະພາ 2017, ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ 22 ຄົນແລະ ບາດເຈັບ59 ຄົນ.

 

ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ​ແລະ ປະຊາຊົນລາວ, ພວກຂ້າພະ​​ເຈົ້າ ຂໍ​ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ ​ແລະ ສະ​ແດງ​ຄວາມ​ເຫັນ​ໃຈ​ ຢ່າງ​ສຸດຊຶ້ງ ມາ​ຍັງ​ລັດຖະບານ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ​ ແລະ ປະຊາຊົນອັງກິດ ກໍ​ຄື​ຕໍ່ຄອບຄົວ​ຂອງ​ຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍຈາກ​ເຫດການ​ກະທຳ​ຮຸນ​ແຮງ​ດັ່ງກ່າວ.

 

ສປປ ລາວ ກ່າວປະນາມຢ່າງແຂງແຮງຕໍ່ການກະທຳດັ່ງກ່າວຂອງກຸ່ມກໍ່ການຮ້າຍ ທີ່ຕ້ານກັບ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ແລະ ພ້ອມທີ່ຈະຮ່ວມມືກັບວົງຄະນະຍາດສາກົນ ໃນການຕໍ່ຕ້ານກັບການກໍ່ການຮ້າຍໃນທຸກຮູບແບບ.”

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483888
ມື້ນີ້12
ມື້ວານ183
ອາທິດນີ້326
ເດືອນນີ້3193