ໃນວັນທີ 22 ມິຖຸນາ 2017, ທີ່ ສະຖານທູດເຢຍລະມັນ, ນະຄອນຫຼວງວຽງຈັນ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີເຊັນປື້ມໄຫວ້ອາໄລແດ່ດວງວິນຍານຂອງ ທ່ານ Helmut Kohl, ອະດີດນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ (1982-1998) ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 16 ມິຖຸນາ 2017.
ເນື້ອໃນຂອງສານໄຫວ້ອາໄລມີດັ່ງນີ້:
ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າໂສກເປັນຢ່າງຍິ່ງທີ່ໄດ້ຮັບຊາບຂ່າວກ່ຽວກັບການມໍລະນະກຳຂອງ ທ່ານ Helmut Kohl, ອະດີດນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ, ໃນວັນທີ 16 ມິຖຸນາ2017.
ໃນນາມລັດຖະບານແລະປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ກໍ່ຄືຄອບຄົວຂອງ ທ່ານອະດີດນາຍົກລັດຖະມົນຕີ Helmut Kohl, ໃນຖານະທີ່ເປັນຜູ້ນຳຂອງເຢຍລະມັນ ຍາວນານເຖິງ 16 ປີ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງທາງດ້ານການເມືອງ ແລະ ເສດຖະກິດ ເພື່ອເຕົ້າໂຮມປະເທດ ແລະ ເຊື່ອມໂຍງສະຫະພາບເອີຣົບ.
ນະຄອນຫຼວງວຽງຈັນ, ວັນທີ 19 ມິຖຸນາ 2017