ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີມອບ-ຮັບ ໂຄງການພັດທະນາຊັບພະຍາກອນມະນຸດ ຈາກລັດຖະບານຍີ່ປຸ່ນ

 

JapanODA

 

ໃນວັນທີ 22 ມີຖຸນາ 2017, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ໂຄງການພັດທະນາຊັບພະຍາກອນມະນຸດມູນຄ່າ 321 ລ້ານເຢນ ພາຍໃຕ້ການຊ່ວຍເຫຼືອເພື່ອພັດທະນາ (ODA) ຂອງລັດຖະບານຍີ່ປຸ່ນ, ຊຶ່ງຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຮ່ວມລົງນາມໂດຍ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານ ຍີ່ປຸ່ນ ໂດຍ ທ່ານ ຕາເກຊິ ຮິກິຮາຣະ, ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວແລະ ມີພະນັກງານຈາກຂະແໜງການທີ່ກ່ຽວຂ້ອງຂອງທັງສອງປະເທດ ເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນໃນຄັ້ງນີ້ ແມ່ນເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ຊຶ່ງແມ່ນໜຶ່ງໃນວຽກບູລິມະສິດ ທີ່ລັດຖະບານ ສປປ ລາວ ໃຫ້ຄວາມເອົາໃຈໃສ່ ແລະ ຖືສໍາຄັນທີ່ສຸດ ເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງນັກສຶກສາລາວ ເພື່ອຕອບສະໜອງໄດ້ຕາມມາດຕະຖານພາກພື້ນ ແລະ ສາກົນ ໃນເງື່ອນໄຂທີ່ ສປປ ລາວ ພວມປະຕິບັດການເຊື່ອມໂຍງກັບຂົງເຂດ ແລະ ສາກົນ ໂດຍສະເພາະການເຊື່ອມໂຍງທາງດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ. ນອກຈາກນີ້, ໃນໂອກາດການພົບປະສອງຝ່າຍ ລະຫວ່າງ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ຊິນໂຊ ອາເບະ ທີ່ ໂຕກຽວ ໃນວັນທີ 7 ມິຖຸນາ 2017 ຜ່ານມາ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ກໍໄດ້ປະກາດໃຫ້ການຊ່ວຍເຫຼືອທຶນພັດທະນາຊັບພະຍາກອນມະນຸດ ມູນຄ່າ 300 ລ້ານເຢນ ແກ່ ສປປ ລາວ ເພື່ອຝຶກອົບຮົມໄລຍະຍາວ ໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ໃຫ້ແກ່ພະນັກງານລັດຖະກອນຂອງກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ເພື່ອສ້າງຂີດຄວາມສາມາດໃຫ້ແກ່ການນໍາຂັ້ນສູງຂອງລາວ,​ ຊຶ່ງແມ່ນບູລິມາສິດຂອງລັດຖະບານລາວ.

ນັບແຕ່ ປີ 2015 ເປັນຕົ້ນມາ, ສປປ ລາວ ແລະ ຍີ່ປຸ່ນ ໄດ້ຍົກລະດັບການພົວພັນສອງຝ່າຍ ມາເປັນຄູ່ຮ່ວມມືຍຸດທະສາດ, ຊຶ່ງໄດ້ເຮັດໃຫ້ການພົວພັນຂອງສອງປະເທດ ໄດ້ຮັບການເພີ່ມທະວີເຂົ້າສູ່ລວງເລິກໃນທຸກລະດັບ ນັບແຕ່ການນໍາຂັ້ນສູງລົງຮອດຂະແໜງການ ແລະ ທ້ອງຖິ່ນ ໂດຍມີການຜັດປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ ຢ່າງເປັນປະຈຳ.

ໃນພິທີດັ່ງກ່າວ, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນແໜ້ນແຟ້ນ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ແລະ ໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອສປປ ລາວ ມາໂດຍຕະຫຼອດ, ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວໂດຍສະເພາະການພັດທະນາຊັບພະຍາກອນມະນຸດຂອງລາວ ແລະ ລັດຖະບານລາວ ຍິນດີໃຫ້ການຮ່ວມມືເປັນຢ່າງດີເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ມີປະສິດທິຜົນ ແລະສຳເລັດຢ່າງຈົບງາມ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485712
ມື້ນີ້11
ມື້ວານ206
ອາທິດນີ້748
ເດືອນນີ້5017