ທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ແລະ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຕາງໜ້າໃຫ້ລັດຖະບານລາວ ເປັນກຽດເຂົ້າຮ່ວມງານລ້ຽງສະເຫລີມສະຫລອງວັນຊາດ ສະຫະລັດ ອາເມລິກາ ຄົບຮອບ 241 ປີ (04/07/1776-04/07/2017), ໃນວັນທີ 06 ກໍລະກົດ 2017, ທີ່ ສະຖານທູດອາເມລິກາ ປະຈຳ ສປປ ລາວ, ນະຄອນຫລວງວຽງຈັນ.