ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີຕ່າງປະເທດ ລາວ-ຍີ່ປຸ່ນ ພົບປະສອງຝ່າຍ

dfm japan1

dfm japan2

   ໃນວັນທີ 13 ກໍລະກົດ 2017, ທີ່ ນະຄອນຫລວງວຽງຈັນ, ທ່ານ ຄິໂຢຊິ ໂອດາວາຣະ (Mr. Kiyoshi ODAWARA),ສະມາຊິກສະພາຕ່ຳ, ຮອງລັດຖະມົນຕີກະຊວງການຕ່າງປະເທດຝ່າຍລັດຖະສະພາຍີ່ປຸ່ນ, ໄດ້ ພົບປະກັບ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໃນໂອກາດທີ່ທ່ານ ພ້ອມດ້ວຍຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ, ໃນລະຫວ່າງວັນທີ 12-13 ກໍລະກົດ 2017.

          ໃນການພົບປະ, ທັງສອງຝ່າຍ ໄດ້ພ້ອມກັນຕີລາຄາ ແລະ ປຶກສາຫາລື ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນການຮ່ວມມືລະຫວ່າງສອງປະເທດ ເພື່ອພັດທະນາ ສປປ ລາວ ແບບຍືນຍົງ, ຊຶ່ງປັດຈຸບັນ ສປປ ລາວ ແລະ ຍີ່ປຸ່ນ ພວມຈັດຕັ້ງປະຕິບັດແຜນການຮ່ວມມືດັ່ງກ່າວ ຄຽງຄູ່ກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ຂອງ ສປປ ລາວ, ແລະ ຈະຈັດກອງປະຊຸມປຶກສາຫາລືສອງຝ່າຍກ່ຽວກັບຄວາມໝັ້ນຄົງລະຫວ່າງລາວແລະຍີ່ປຸ່ນຄັ້ງທີ02 ຂື້ນໃນຕໍ່ໜ້າ. ທ່ານ ນາງ ຄໍາເພົາ ເອີນທະວັນ ໄດ້ສະເໜີໃຫ້ສອງກະຊວງການຕ່າງປະເທດ ລາວ-ຍີ່ປຸ່ນ ມີການຮ່ວມມືກັນຫຼາຍຂຶ້ນກວ່າເກົ່າ, ໂດຍສະເພາະ ການຈັດໂຄງການຮ່ວມມືເພື່ອແລກປ່ຽນບົດຮຽນ ເຊັ່ນ: ການຈັດຝຶກອົບຮົມໃຫ້ແກ່ນັກການທູດໜຸ່ມນ້ອຍຂອງສປປ ລາວ ແລະ ອື່ນໆເພື່ອຮັບໃຊ້ການພົວພັນຮ່ວມມືຂອງສອງປະເທດທີ່ນັບມື້ນັບຫລາຍຂຶ້ນ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລືແລກປ່ຽນຄຳຄິດເຫັນ ໃນບັນຫາພາກພຶ້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

          ໃນໂອກາດດັ່ງກ່າວ, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ນັບມື້ນັບໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຂຶ້ນເລື້ອຍໆພາຍໃຕ້ການເປັນຄູ່ຮ່ວມມືຍຸດທະສາດ ແລະ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA)​ຂອງຍີ່ປຸ່ນ ໃນໄລຍະຜ່ານມາ, ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນແຜນພັດທະ ນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ໂດຍສະເພາະແມ່ນ ໂຄງການພັດທະນາຊັບພະຍາກອນມະນຸດ (JDS) ສຳລັບສົກປີ 2017-2018 ທີ່ສອງປະເທດ ໄດ້ລົງນາມເອກະສານແລກປ່ຽນຮ່ວມກັນ ໃນເດືອນມິຖຸນາ ທີ່ຜ່ານມາ. ພ້ອມນັ້ນ, ທ່ານຮອງລັດຖະມົນຕີ ຍັງສະແດງຄວາມຂອບໃຈຕໍ່ ທ່ານ ຄິໂຢຊິ ໂອດາວາຣະ ທີ່ໄດ້ໃຫ້ກຽດຂຶ້ນປາຖະກະຖາ ຕໍ່ພະນັກງານກະຊວງການຕ່າງປະເທດລາວ ພາຍໃຕ້ຫົວຂໍ້ການທູດແບບພິເສດ, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ຊຶ່ງຈັດຮ່ວມໂດຍ ສະຖາບັນການຕ່າງປະເທດລາວ ແລະ ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີຕ່າງປະເທດຍີ່ປຸ່ນກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງຝ່າຍລາວ ໃນການເຄື່ອນໄຫວຢ້ຽມຢາມ ສປປ ລາວ ຄັ້ງນີ້ ຂອງທ່ານ ແລະ ຕີລາຄາສູງຕໍ່ການຊຸກຍູ້ສົ່ງເສີມການຮ່ວມມື ລະຫວ່າງສອງປະເທດລາວ-ຍີ່ປຸ່ນ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີປະສິດທິຜົນ.

ໃນໂອກາດຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ນອກຈາກ ທ່ານ ຄິໂຢຊິ ໂອດາວາຣະ ໄດ້ຂຶ້ນປາຖະກະຖາແລ້ວ, ທ່ານຍັງໄດ້ເຂົ້າຮ່ວມ ພິທີມອບ-ຮັບໂຮງຮຽນມັດຖະຍົມສົມບູນນ້ຳສັງ, ເມືອງສັງທອງ, ນະຄອນຫຼວງວຽງຈັນ, ຊຶ່ງເປັນໂຄງການຊ່ວຍເຫລືອລ້າ ຈາກລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ, ມູນຄ່າ 78,724 ໂດລາ ສະຫະລັດ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484471
ມື້ນີ້175
ມື້ວານ273
ອາທິດນີ້909
ເດືອນນີ້3776