ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຜູ້ອຳນວຍການທະນາຄານໂລກ ແລະ ຜູ້ຕາງໜ້າທະນາຄານໂລກ

 

Worldbank Worldbank11

 

ໃນວັນທີ 26 ກໍລະກົດ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ແອລເຣັນ ໂກນສ໌ແຕັງ (Ellen Goldstein), ຜູ້ອໍານວຍການທະນາຄານໂລກ ທີ່ຮັບຜິດຊອບ ປະເທດກໍາປູເຈຍ, ສປປ ລາວ ແລະ ມຽນມາ ຄົນໃໝ່ ແລະ ທ່ານ ຊ໋ອງ ຄຣິສສະຕ໋ອບ ແຄຣເຣ (Jean-Christophe Carret), ຜູ້ຕາງໜ້າຫ້ອງການທະນາຄານໂລກ ຄົນໃໝ່ ປະຈຳ ສປປ ລາວ, ເນື່ອງໃນໂອກາດທີ່ໄດ້ຮັບໜ້າທີ່ຕໍາແໜ່ງໃໝ່.

 

ໃນໂອກາດດັ່ງກ່າວ, ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຍິນດີຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ແອລເຣັນ ໂກນສ໌ແຕັງ ແລະ ທ່ານ ຊ໋ອງ ຄຣິສສະຕ໋ອບ ແຄຣເຣ ພ້ອມດ້ວຍຄະນະຂອງທະນາຄານໂລກ ໃນຄັ້ງນີ້ ແລະ ສະແດງຄວາມຊົມເຊີຍຕໍ່ການມາຮັບໜ້າທີ່ຕຳແໜ່ງໃໝ່ຂອງທັງສອງທ່ານ. ພ້ອມດຽວກັນນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ຕີລາຄາສູງ ຕໍ່ບົດບາດຂອງທະນາຄານໂລກ ທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງຫຼວງຫຼາຍແກ່ ປ ລາວ ໃນ​ 5 ທົດສະຫວັດ ຜ່ານມາ ໃນຮູບແບບຕ່າງໆເຊັ່ນ: ເງິນກູ້ອັດຕາຜ່ອນຜັນ, ເງິນຊ່ວຍເຫຼືອລ້າ, ການຊ່ວຍເຫຼືອທາງດ້ານເຕັກນິກ-ວິຊາການ ແລະ ອື່ນໆ. ການສະໜັບສະໜຸນດັ່ງກ່າວ ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ປ ລາວໃນຫຼາຍຂະແໜງການ, ໂດຍສະເພາະ ການພັດທະນາ ແລະ ການປັບປຸງດ້ານກະສິກຳ-ປ່າໄມ້, ສາທາລະນະສຸກ, ການສຶກສາ ລວມໄປເຖິງ ການພັດທະນາພື້ນຖານໂຄງລ່າງ ແລະ ຍົກສູງລະດັບ​​ຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ໄດ້ຮັບການປັບປຸງດີຂຶ້ນ ແລະ ໄດ້ຊ່ວຍເຮັດໃຫ້ອັດຕາຄວາມທຸກຍາກໃນລາວຫຼຸດລົງເປັນກ້າວໆມາ.

 

ນັບຕັ້ງແຕ່ ທະນາຄານໂລກ ໄດ້ມາຕັ້ງຫ້ອງການທະນາຄານໂລກຢ່າງເປັນທາງການ ຢູ່ ສປປ ລາວ ໃນປີ 2000 ເປັນຕົ້ນມາ, ການພົວພັນຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ທະນາຄານໂລກ ກໍໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ ແລະ ໄດ້ກາຍເປັນອົງການການເງິນສາກົນໜຶ່ງ ທີ່ມີບົດບາດສຳຄັນໃນການເປັນຄູ່ຮ່ວມພັດທະນາ ຂອງ ສປປ ລາວ.

 

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງ ທ່ານ ນາງ ແອລເຣັນ ໂກນສ໌ແຕັງ ແລະ ການລົງເລິກຕົວຈິງຂອງ ທ່ານ ຊ໋ອງ ຄຣິສສະຕ໋ອບ ແຄຣເຣ,  ຜູ້ຕາງໜ້າຫ້ອງການທະນາຄານໂລກ ຄົນໃໝ່ ປະຈຳ ສປປ ລາວ, ການພົວພັນ ລະຫວ່າງ ທະນາຄານໂລກ ແລະ ສປປ ລາວ ຈະໄດ້ຮັບການຊຸກຍູ້ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ຫວັງຢ່າງຍິ່ງວ່າ ທະນາຄານໂລກ ຈະສືບຕໍ່ໃຫ້ການຮ່ວມມື ແລະ ເພີ່ມທະວີປະກອບສ່ວນຊ່ວຍເຫຼືອ ສປປ ລາວ ໃນຫຼາຍໆດ້ານຕື່ມອີກ ເພື່ອຊ່ວຍຊຸກຍູ້ໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍທີ່ວາງໄວ້ ໃນແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 (2016-2020), ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ເພື່ອນໍາພາປະເທດຊາດໃຫ້ຫຼຸດພົ້ນອອກຈາກສະພາວະຄວາມດ້ອຍພັດທະນາໃນປີ 2020.

 

ໃນໂອກາດດຽວກັນ, ທ່ານ ນາງ ແອລເຣັນ ໂກນສ໌ແຕັງ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ແສງເພັດ ຮຸ່ງບຸນຍວງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ແລະ ຊົມເຊີຍ ສປປ ລາວ ທີ່ໄດ້ຕັ້ງໜ້າເອົາໃຈໃສ່ສ້າງສາພັດທະນາປະເທດຊາດ, ພ້ອມທັງຢືນຢັນວ່າ ທະນາຄານໂລກ ຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ຈະໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ແລະ ບັນດາຍຸດທະສາດຕ່າງໆ ເພື່ອໃຫ້ບັນລຸບັນດາເປົ້າໝາຍຕ່າງໆໃນການພັດທະນາແບບຍືນຍົງ.

 

ໃນຕອນທ້າຍ, ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ກ່າວອວຍພອນໃຫ້ ທ່ານ ນາງ ແອລເຣັນ ໂກນສ໌ແຕັງ ແລະ ທ່ານ ຊ໋ອງ ຄຣິສສະຕ໋ອບ ແຄຣເຣ ພ້ອມດ້ວຍຄະນະຂອງທະນາຄານໂລກ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານທີ່ທັງສອງທ່ານຮັບຜິດຊອບ ໃນຕໍ່ໜ້າ.

 

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484542
ມື້ນີ້58
ມື້ວານ188
ອາທິດນີ້980
ເດືອນນີ້3847