ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນກະຊວງການຕ່າງປະເທດ ສປປ ລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລືຮອບດ້ານ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ອາເມລິກາ ຄັ້ງທີ VIII

 

CBD8Laos US2017 

 

ໃນວັນທີ 25 ກໍລະກົດ 2017, ທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ, ສະຫະລັດ ອາເມລິກາ, ໄດ້ມີການຈັດກອງປະຊຸມປຶກສາຫາລືຮອບດ້ານ ວ່າດ້ວຍການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມລິກາ ຄັ້ງທີ 8, ໂດຍມີການເຂົ້າຮ່ວມຂອງ ຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ທອງ​ຜ່ານ ສະຫວັນ​ເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ແລະ ຄະນະຜູ້ແທນ ອາເມລິກາ ນຳໂດຍ ທ່ານນາງ ຊູຊານ ທໍເທິນ, ຮັກສາການຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ, ຮັບຜິດຊອບວຽກງານຂົງເຂດ ອາຊີ-ຕາເວັນອອກ ແລະ ປາຊີຟິກ.

ໃນໂອກາດກອງປະຊຸມດັ່ງກ່າວ, ຄະນະຜູ້ແທນສອງຝ່າຍ ໄດ້ມີການສະຫລູບຕີລາຄາຄືນການພົວພັນຮ່ວມມື ລະຫວ່າງ ສອງປະເທດໃນໄລຍະຜ່ານມາ ໂດຍສະເພາະນັບແຕ່ກອງປະຊຸມປຶກສາຫາລືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມລິກາ ຄັ້ງທີ 7 ຊຶ່ງຈັດຂຶ້ນທີ່ ນະຄອນຫຼວງວຽງຈັນໃນເດືອນ ພືດສະພາ 2016. ທັງສອງຝ່າຍໄດ້ດຳເນີນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກັນຢ່າງກວ້າງຂວາງ ກ່ຽວກັບບັນຫາຕ່າງໆທີ່ນອນຢູ່ໃນຂອບການຮ່ວມມືສອງຝ່າຍເຊັ່ນ: ວຽກງານການ ຊອກຄົ້ນຫາສິ່ງເສດເຫຼືອຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ (MIA); ການເກັບກູ້ລະເບີດທີ່ບໍ່ທັນແຕກ (UXO); ການຮ່ວມມືດ້ານສາທາລະນະສຸກ, ການສຶກສາ ແລະ ວັດທະນະທໍາ; ການຊຸກຍູ້ສົ່ງເສີມການພົວພັນຮ່ວມມືດ້ານການຄ້າ-ການລົງທຶນ ລະຫວ່າງ ສອງປະເທດໃນເງື່ອນໄຂທີ່ ສປປ ລາວ ເປັນສະມາຊິກຂອງອົງການການຄ້າໂລກ ແລະ ການເຂົ້າຮ່ວມໃນປະຊາຄົມເສດຖະກິດອາຊຽນ ໃນປີ 2015, ຊຶ່ງເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ຖະແຫຼງການຮ່ວມ ວ່າດ້ວຍການເປັນຄູ່ຮວ່ມມືແບບກວມລວມລະຫວ່າງສອງປະເທດ ໃນໂອກາດການຢ້ຽມຢາມລັດຖະກິດຄັ້ງປະຫວັດສາດ ຢູ່ ສປປ ລາວ ຂອງ ປະທານາທິບໍດີ ໂອບາມາ ໃນເດືອນ ກັນຍາ 2016 ຜ່ານມາ. ນອກຈາກນັ້ນ, ທັງສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບ ການຮ່ວມມືໃນຂອບລຸ່ມແມ່ນໍ້າຂອງ (LMI) ແລະ ບັນຫາສະພາບການພາກພື້ນ ແລະ ສາກົນທີ່ຕ່າງຝ່າຍໃຫ້ຄວາມສົນໃຈ, ເປັນຕົ້ນແມ່ນ ການແລກປ່ຽນທັດສະນະກ່ຽວກັບວຽກງານ ອາຊຽນ, ບົດບາດ ຂອງ ອາເມລິກາ ໃນພາກພື້ນ ອາຊີ-ປາຊີຟິກ ແລະ ບັນຫາສາກົນຈຳນວນໜຶ່ງ.

ຜ່ານການປຶກສາຫາລື, ສອງຝ່າຍໄດ້ມີຄວາມເປັນເອກະພາບກັນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດໃນປັດ​ຈຸບັນ​ຢູ່ໃນທ່ວງທ່າ ແລະ ບັນຍາກາດອັນດີ ມີບາດກ້າວຂະຫຍາຍຕົວໃໝ່, ໃນນັ້ນ ຝ່າຍອາເມລິກາໄດ້ຢືນຢັນທີ່ຈະສືບຕໍ່ສະໜັບ​ສະໜູນ ແລະ ໃຫ້ການຮ່ວມມືອັນດີກັບ ສປປ ລາວ ໃນອະນາຄົດ ແລະ ຈະປະກອບສ່ວນຢ່າງເໝາະສົມເຂົ້າໃນບັນ​ດາ​ໂຄງການຕ່າງໆທີ່ ອາເມລິກາ ມີສ່ວນຮ່ວມກັບບັນດາປະເທດອາຊຽນ ກໍ່ຄືບັນດາປະເທດໃນພາກພື້ນອາຊີ-ປາຊີຟິກ. ນອກຈາກນັ້ນ, ໃນການສົນທະນາກ່ຽວກັບ ຂໍ້ສະເໜີຂອງຝ່າຍ ອາເມລິກາ ເພື່ອຈັດສົ່ງພົນລະເມືອງລາວທີ່ມີບັນຫາ ກັບຄືນປະເທດ, ທັງສອງຝ່າຍໄດ້ເຫັນດີໃຫ້ມີການສືບຕໍ່ປຶກສາຫາລື ເພື່ອຮ່ວມມືກັນແກ້ໄຂເປັນແຕ່ລະກໍລະນີ. ກອງ​ປະຊຸມໄດ້ດໍາເນີນໄປໃນບັນຍາກາດອັນດີ ແລະ ມີຄວາມເຂົ້າອົກເຂົ້າໃຈຊຶ່ງກັນແລະກັນ.

  ກອງປະຊຸມປຶກສາຫາລືຮອບດ້ານ ລາວ-ອາເມລິກາ ແມ່ນກົນໄກຊຸກຍູ້ການຮ່ວມມື ລະຫວ່າງສອງປະເທດ ທີ່ດຳເນີນເປັນປົກກະຕິ ໂດຍຜັນປ່ຽນກັນເປັນເຈົ້າພາບ ຈັດຂຶ້ນໃນປີລະຄັ້ງຢູ່ປະເທດໃຜລາວ ໃນລະດັບການນຳ ຂອງ ກະຊວງການຕ່າງປະເທດ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484475
ມື້ນີ້179
ມື້ວານ273
ອາທິດນີ້913
ເດືອນນີ້3780