ໃນວັນທີ 3 ສິງຫາ 2017 ທີ່ ນະຄອນຫຼວງ ມະນິລາ, ຟີລິບປິນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ຊຶ່ງຈັດຂຶ້ນໃນໂອກາດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 50 ພາຍໃຕ້ການເປັນປະທານຂອງຟີລິບປິນ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຄັ້ງນີ້ໄດ້ປຶກສາຫາລື ກ່ຽວກັບຄວາມພະຍາຍາມໃນການສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ ກໍຄືການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຍັງໄດ້ປຶກສາຫາລື ກ່ຽວກັບ ການສົ່ງເສີມການພົວພັນ ແລະ ຮ່ວມມືກັບພາຍນອກຄຽງຄູ່ກັບການສົ່ງເສີມບົດບາດຄວາມເປັນແກນກາງ ແລະ ຄວາມເປັນເອກະພາບຂອງອາຊຽນ.
ນອກຈາກນີ້, ກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນ ຍັງໄດ້ປຶກສາຫາລື ກ່ຽວກັບການກະກຽມສໍາລັບກອງປະຊຸມຕ່າງໆຄື: ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 50, ບັນດາກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນກັບຄູ່ເຈລະຈາອາຊຽນ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ບວກສາມ ຄັ້ງທີ 18, ກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 7 ແລະ ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 24, ກອງປະຊຸມຄະນະກໍາມາທິການເຂດປອດອາວຸດນີວເຄລຍອາຊີຕາເວັນອອກສ່ຽງໃຕ້ ແລະ ກອງປະຊຸມພົບປະລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄະນະກໍາມາທິການ ລະຫວ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດ ຊຶ່ງຈະຈັດຂຶ້ນໃນວັນທີ 4-7 ສິງຫາ 2017.
ໃນວັນດຽວກັນ, ທ່ານ ທອງຜ່ານ ສະຫວັນເພັດ ຍັງໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານຂອງຄະນະກໍາມາທິການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້ ຊຶ່ງກອງປະຊຸມໄດ້ທົບທວນຄືນການຈັດຕັ້ງປະຕິບັດ ແຜນປະຕິບັດງານເພື່ອສົ່ງເສີມການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການສ້າງອາຊຽນໃຫ້ເປັນເຂດປອດອາວຸດນິວເຄລຍ.