ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ຈັດພິທີປາຖະກະຖາ ສອງວັນປະຫວັດສາດ ລາວ-ຫວຽດນາມ ແລະ ວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ຄົບຮອບ 108 ປີ

sengphet speech lv

ໃນຕອນບ່າຍ ວັນທີ 3 ສິງຫາ 2017, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ສອງວັນປະຫວັດສາດ ລະຫວ່າງ ລາວ-ຫວຽດນາມ ກໍຄື: ວັນເຊັນສົນທິສັນຍາ ແລະ ການຮ່ວມມື ຄົບຮອບ 40 ປີ (18/07/1977 - 18/07/2017), ວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 55 ປີ (05/09/1962 - 05/09/2017) ແລະ ວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ຄົບຮອບ 108 ປີ (13/07/1909 – 13/09/2017), ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຄະນະພັກ, ຄະນະນໍາ, ສະມາຊິກພັກ, ພະນັກງານລັດຖະກອນ ແລະ ພະນັກງານອາວຸໂສບຳນານ ທົ່ວກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້ ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ຍົກໃຫ້ເຫັນບັນດາມູນເຊື້ອ ແລະ ຜົນສຳເລັດທີ່ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ພັກ-ລັດຖະບານ ຖືສຳຄັນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ ເຊິ່ງເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງພາລະກິດປະຕິວັດກູ້ຊາດ, ທັງເປັນການພົວພັນທີ່ເປັນມູນເຊື້ອໃນໄລຍະຕໍ່ສູ້ກູ້ຊາດ ກໍ່ຄືການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປະຈຸບັນ. ນອກຈາກນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ຍົກໃຫ້ເປັນຜົນສຳເລັດອັນເປັນພື້ນຖານ ແລະ ພົ້ນເດັ່ນ ໃນການສ້າງຕັ້ງສາຍພົວພັນທາງການທູດ ຕະຫຼອດໄລຍະ 55 ປີຜ່ານມາ, ໂດຍສະເພາະດ້ານການເມືອງ ແລະ ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ ແລະ ການລົງທຶນ ລວມທັງການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ເຊິ່ງເຫັນວ່າມີຄວາມໃກ້ຊິດສະໜິດແໜ້ນ ແລະ ມີປະສິດທິຜົນສູງຕະຫຼອດມາ. ໃນຖານະເປັນເສນາທິການໃຫ້ແກ່ການນຳພັກ-ລັດຂອງຕົນ ໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງກະຊວງ ກໍ່ຄືສອງປະເທດ ໃນເວທີພາກພື້ນ ແລະ ສາກົນ, ສອງກະຊວງການຕ່າງປະເທດ ກໍ່ໄດ້ບັນລຸຂໍ້ຕົກລົງການຮ່ວມມືກັນ ໃນໄລຍະ 2014-2020.

ພ້ອມດຽວກັນນີ້, ເນື່ອງໃນໂອກາດ ວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ຄົບຮອບ 108 ປີ, ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ເລົ່າທວນຄືນປະຫວັດມູນເຊື້ອ ແລະ ຜົນງານຄຸນງາມຄວາມດີ ລວມທັງແບບແຜນການດຳລົງຊີວິດ, ການເຄື່ອນໄຫວປະຕິວັດ ຂອງປະທານ ສຸພານຸວົງ, ຜູ້ນຳທີ່ເດັ່ນ ແລະ ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ທີ່ຍອມເສຍສະຫຼະເລືອດເນື້ອ ເພື່ອການປະຕິວັດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ເພື່ອໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ສຶກສາຮ່ຳຮຽນເອົາຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນວິຖີຊີວິດຂອງ ປະທານ ສຸພານຸວົງ ເພື່ອເສີມຂະຫຍາຍເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະປະຈຸບັນ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480336
ມື້ນີ້166
ມື້ວານ157
ອາທິດນີ້734
ເດືອນນີ້6567