ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ພົບປະກັບ ສະຫາຍປະທານສະພາແຫ່ງຊາດ ປານີ ຢ່າທໍ່ຕູ້

xi v na

ໃນຕອນເຊົ້າວັນທີ 14 ພະຈິກ 2017, ທີ່ ຫໍປະຊຸມແຫ່ງຊາດ, ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ, ໄດ້ພົບປະກັບ ສະຫາຍ ນາງ ປານີ ຢາທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ເນື່ອງໃນໂອກາດທີ່ສະຫາຍ ພ້ອມດ້ວຍຄະນະ ເດີນທາງມາຢ້ຽ​ມຢາມທາງລັດຖະກິດ ຢູ່ ສປປ ລາວ ໃນລະຫວ່າງວັນທີ 13-14 ພະຈິກ 2017 ຕາມການເຊື້ອເຊີນຂອງສະຫາຍເລຂາທິການໃຫຍ່ປະທານປະເທດ ບຸນຍັງ ວໍລະຈິດ.

ໃນໂອກາດດັ່ງກ່າວ,ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຂໍ່ານັບຊົມເຊີຍ ແລະ ຕ້ອນຮັບອັນອົບອຸ່ນສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ທີ່ໄດ້ເດີນທາງມາຢ້ຽມຢາມລັດຖະກິດຢູ່ ສປປ ລາວ ໃນຄັ້ງນີ້ ແລະ ໄດ້ຕີລາຄາສູງທີ່ສະຫາຍໄດ້ເລືອກເອົາ ສປປ ລາວ ເປັນປະເທດຕົ້ນໆໃນການເຄື່ອນໄຫວຕ່າງປະເທດ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ 19 ຂອງພັກກອມມູນິດຈີນ ສຳເລັດຢ່າງສະຫງ່າງາມ, ເຊິ່ງເປັນການເອົາໃຈໃສ່ ແລະ ການໃຫ້ຄວາມສຳຄັນແກ່ການພົວພັນສອງຝ່າຍ ລາວ-ຈີນ ຂອງພັກ ແລະ ລັດຖະບານ ສປ ຈີນ, ເປັນການນຳເອົາໄມຕີຈິດມິດຕະພາບ, ຄວາມສາມັກຄີຂອງປະຊາຊົນຈີນມາຍັງປະຊາຊົນລາວ, ທັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ ຍາວນານ ຕາມທິດ 4 ດີ ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີດີ ແລະ ຄູ່ຮ່ວມມືທີ່ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ. ພ້ອມດຽວກັນນີ້, ສະຫາຍ ນາງ ປານີ ຢ່າທໍ່ຕູ້ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ 19 ພັກກອມມູນິດຈີນ ໃນເດືອນ 10 ທີ່ຜ່ານມາ, ເຊິ່ງເປັນເຫດການການເມືອງທີ່ມີຄວາມໝາຍຄວາມສຳຄັນຍິ່ງ ບໍ່ສະເພາະແຕ່ສຳລັບພັກ ແລະ ປະຊາຊົນຈີນເທົ່ານັ້ນ ແຕ່ຍັງເປັນເຫດການທີ່ສ້າງຄວາມສົນໃຈຢ່າງກວ້າງຂວາງໃຫ້ແກ່ສາກົນອີກດ້ວຍ, ເຊິ່ງໃນນັ້ນ ກອງປະຊຸມໃຫຍ່ໄດ້ກຳນົດເອົາແນວຄິດ ສີ ຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ເປັນແນວຄິດຊີ້ນຳຂອງພັກກອມມູນິດຈີນໃນຍຸກໃໝ່ ແລະ ພິເສດ ສະຫາຍ ນາງ ປານີ ຢ່າທໍ່ຕູ້ ຍັງສະແດງຄວາມຊົມເຊີຍ ແລະ ຍິນດີເປັນຢ່າງຍີ່ງທີ່ ສະຫາຍ ສີ ຈິ້ນຜິງ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກທົ່ວພັກໃຫ້ສືບຕໍ່ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນຕື່ມອີກວາລະໜຶ່ງ. ໃນຂະນະດຽວກັນ, ສະຫາຍ ນາງ ປານີ ຢ່າທໍ່ຕູ້ ໄດ້ແຈ້ງໃຫ້ສະຫາຍເລຂາທິການໃຫຍ່ ແລະ ຄະນະ ຊາບວ່າ ໃນປັດຈຸບັນ ສະພາແຫ່ງຊາດ ສປປ ລາວ ກຳລັງດຳເນີນກອງປະຊຸມສະໄໝສາມັນເທື່ອ 4 ຂອງສະພາແຫ່ງຊາດ ຊຸດທີ VIII, ຊຶ່ງກອງປະຊຸມໄດ້ພິຈາລະນາ ແລະ ຕົກລົງຫຼາຍບັນຫາ ເປັນຕົ້ນແມ່ນບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2017, ທິດທາງແຜນການປີ 2018 ແລະ ພິຈາລະນາຮັບຮອງເອົາກົດ     ໝາຍໃໝ່ ແລະ ກົດໝາຍສະບັບປັບປຸງຈຳນວນໜຶ່ງ.

ສະຫາຍ ສີ ຈິ້ນຜິງ ໄດ້ສະແດງຄວາມຂອບໃຈຕໍ່ຝ່າຍລາວທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນສະຫນິດສະຫນົມແກ່ຄະນະຜູ້ແທນຂັ້ນສູງພັກ-ລັດ ສປ ຈີນ. ສະຫາຍໄດ້ແຈ້ງຫຍໍ້ສະພາບການພົ້ນເດັ່ນຂອງພັກ, ລັດຖະບານ ສປ ຈີນໃນໄລຍະມໍ່ໆມານີ້; ຕີລາຄາສູງການພົວພັນສອງຝ່າຍ ຈີນ-ລາວ ໃນຊຸມປີທີ່ຜ່ານມາ.

ໃນໂອກາດດັ່ງກ່າວ, ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໄດ້ຮັບການເສີມຂະຫຍາຍມາໂດຍຕະຫລອດ ແລະ ນຳເອົາຜົນປະໂຫຍດຕົວຈິງມາໃຫ້ສອງຝ່າຍ. ໂດຍສະເພາະ ການຮ່ວມມືດ້ານການເມືອງ, ດ້ານເສດຖະກິດ-ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ດ້ານອື່ນໆ, ເຊິ່ງເປັນການປະກອບສ່ວນອັນສຳຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງສອງຝ່າຍ ລາວ-ຈີນ. ສະຫາຍ ນາງ ປານີ ຢ່າທໍ່ຕູ້ ຍັງໄດ້ຕາງໜ້າໃຫ້ພັກລັດ ແລະ ປະຊາຊົນບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໃຫ້ການສະໜັບສະໜູນອັນໃຫຍ່ຫຼວງ ແລະ ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແກ່ປະຊາຊົນລາວຕະຫຼອດມາ ແລະ ມີຄວາມປິຕິຊົມຊື່ນ ຕໍ່ຜົນການຮ່ວມມືທີ່ດີນຳກັນ ລະຫວ່າງ ສອງສະພາ ລາວ-ຈີນ ໃນໄລຍະຜ່ານມາ. ໃນແຕ່ລະປີ ສອງຝ່າຍກໍ່ໄດ້ສືບຕໍ່ຮັກສາການແລກປ່ຽນຢ້ຽມຢາມ ແລະ ການໄປມາຫາສູ່ກັນ ລະຫວ່າງການນຳຂັ້ນສູງຂອງສອງສະພາ ແລະ ບັນດາຄະນະກຳມະທິການຜູ້ແທນປະຊາຊົນຂອງຈີນ ແລະ ສະພາແຫ່ງຊາດລາວ, ໄດ້ມີການຈັດສຳມະນາຮ່ວມກັນ ໃນຫົວຂໍ້ ກ່ຽວກັບການປະຕິບັດພາລະບົດບາດຂອງອົງການນິຕິບັນຍັດ ແລະ ຫົວຂໍ້ວິທະຍາສາດຕ່າງໆ, ມີການຊ່ວຍເຫຼືອດ້ານວັດຖຸເຕັກນິກ ແລະ ທຶນຮອນຈຳນວນໜຶ່ງໃຫ້ແກ່ສະພາແຫ່ງຊາດລາວ.

ເພື່ອເປັນການສືບຕໍ່ການພົວພັນຮ່ວມມື ລະຫວ່າງສອງອົງການນິຕິບັນຍັດ ໃຫ້ກ້າວສູ່ລວງເລິກກວ່າເກົ່າ ທັງສອງຍັງໄດ້ປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າຄື: ເພື່ອສືບຕໍ່ການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆນຳກັນຢ່າງເປັນປົກກະຕິ ນັບທັງສະພາຂັ້ນທ້ອງຖິ່ນຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນ; ການຮ່ວມມືໃນການຍົກລະດັບການພັດທະນາດ້ານບຸກຄະລະກອນດ້ານວິຊາສະເພາະໃນດ້ານຕ່າງໆ. ສືບຕໍ່ຮ່ວມມືປະສານສົມທົບກັນໃນການເຄື່ອນໄຫວໃນເວທີພາກພື້ນ ແລະ ສາກົນ ເພື່ອພາລະກິດສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາ.

ໃນໂອກາດນີ້,ສະຫາຍ ສີ ຈິ້ນຜິງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ປານີ ຢ່າທໍ່ຕູ້ ແລະ ຄະນະ ພ້ອມທັງໄດ້ຕີ​ລາ​ຄາສູງ​ຕໍ່​​ການພົວພັນຮ່ວມມື ລະຫວ່າງສອງສະພາແຫ່ງຊາດ ລາວ-ຈີນ ໃນໄລຍະຜ່ານມາ, ຊຶ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ. ​ແລະ ການຮ່ວມ​ມື​ຍຸດທະສາດຮອບດ້ານ ລະຫວ່າງ ສອງພັກ, ສອງລັດແລະປະຊາຊົນສອງຊາດ ລາວ-ຈີນ,​ເຊິ່ງໄດ້​ຮັບ​ການ​ເສີມ​ຂະຫຍາຍ ​ແລະ ສືບ​ຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

 

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480315
ມື້ນີ້145
ມື້ວານ157
ອາທິດນີ້713
ເດືອນນີ້6546