ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະເລກອວຍພອນວັນຊາດ ແຫ່ງ ສປປ ລາວ ຈາກ ບັນດາການນຳຂັ້ນສູງ ແຫ່ງ ສສ.ຫວຽດນາມ

          ເຖິງ:   - ສະຫາຍ ບຸນຍັງ ວໍລະຈິດ

ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດ

ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ;

-  ສະຫາຍ ທອງລຸນ ສີສຸລິດ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ;

-  ສະຫາຍ ນາງ ປານີ ຢາທໍ່ຕູ້

ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ທີ່ ນະຄອນຫຼວງວຽງຈັນ.

ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 42 ປີ, ຕາງໜ້າໃຫ້ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດ, ສະພາແຫ່ງຊາດ, ລັດຖະບານ, ປະຊາຊົນຫວຽດນາມ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າຂໍຝາກ​ຄຳອວຍພອນອັນປະເສີດທີ່ສຸດມາຍັງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ລັດ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາ ລະນະລັດ ປະຊາຊົນລາວ, ມາຍັງບັນດາສະຫາຍ ແລະ ປະຊາຊົນລາວບັນດາເຜົ່າອ້າຍນ້ອງທຸກທົ່ວໜ້າ.

ພວກຂ້າພະເຈົ້າສຸດທີ່ດີອົກດີໃຈຫຼາຍທີ່ເຫັນວ່າຕະຫຼອດໄລຍະ 42 ປີຜ່ານມາ, ພາຍໃຕ້ການນຳພາອັນສະ ຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ດ້ວຍນໍ້າໃຈຮັກຊາດ​ອັນ​ດູດ​ດື່ມ ແລະ ມູນເຊື້ອການປະຕິວັດອັນອົງອາດກ້າແກ່ນ, ປະຊາຊົນລາວບັນດາເຜົ່າອ້າຍນ້ອງຈຶ່ງ​ສາ​ມາດຍາດມາໄດ້ໄຊຊະນະອັນໃຫຍ່ຫຼວງໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ: ມີຄວາມສະຫງົບ, ມີຄວາມສະຖຽນລະພາບທາງ​ດ້ານ​ການ​ເມືອງ, ເສດຖະກິດມີການເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການ ປັບປຸງຢ່າງບໍ່ຢຸດຢັ້ງ.

ພວກຂ້າພະເຈົ້າ ຂໍສົ່ງ​ຄຳອວຍພອນອັນ​ຈິງ​ໃຈມາຍັງປະຊາຊົນລາວບັນດາເຜົ່າອ້າຍນ້ອງ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ທີ່ມີ ສະຫາຍ ເລ​ຂາ​ທິ​ການ​ໃຫຍ່ ບຸນຍັງ ວໍລະຈິດ ນຳ​ພາ ຈະສືບຕໍ່ຍາດມາໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດບັນດາເປົ້າໝາຍຂອງມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ຄັ້ງທີ VIII (ໄລຍະ 2016-2020) ຢ່າງມີໄຊ ປະສົບຜົນສຳເລັດໃນການສ້າງປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ.

ພວກຂ້າພະເຈົ້າກໍ່ສຸດທີ່ດີອົກດີໃຈທີ່ເຫັນວ່າ ໃນໄລຍະຜ່ານ, ສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ຊື່ສັດບໍລິສຸດ, ສະໜິດສະໜົມ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ-ລາວ ໂດຍມີ ປະທານ ໂຮ່ ຈີ ມິນ, ປະທານໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ​​ພ້ອມກັບບັນດາລຸ້ນການນຳ, ປະຊາຊົນສອງຊາດ ຮ່ວມກັນເພີ່ມພູມຄູນສ້າງ ເສີມຂະຫຍາຍ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ນັບມື້ນັບມີປະສິດທິຜົນ ແລະ ແທດເໝາະຕົວຈິງ, ຕອບສະໜອງຄວາມໝຸ້ງມາດປາດຖະໜາ ແລະ ຜົນປະໂຫຍດຂອງສອງປະເທດພວກເຮົາ.

ພັກ, ລັດ ແລະ ປະຊາຊົນຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍທີ່ຈະຮ່ວມກັບພັກ, ລັດ ແລະ ປະ ຊາຊົນລາວບັນດາເຜົ່າອ້າຍນ້ອງ ຕັດສິນໃຈຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ຂອງພາກພື້ນ ແລະ ຂອງໂລກ.

ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງຍິ່ງວ່າ ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2017 ທີ່ມີຄວາມໝາຍສຳຄັນຍິ່ງ ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບ ຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ-ລາວ ຄົບຮອບ 40 ປີ ຈະເປັນຂິດໝາຍສະແດງໃຫ້ເຫັນເຖິງຄວາມ ໃກ້ຊິດຕິດແທດ, ສາຍພົວພັນມິດຕະພາບອັນບໍລິສຸດຜຸດຜ່ອງ ແລະ ການພົວພັນຮ່ວມມືຮອບດ້ານ ຕະຫຼອດໄລຍະເສັ້ນທາງພັດທະນາອັນສະຫງ່າລາສີຂອງສອງຊາດຫວຽດນາມ-ລາວ. ສາຍພົວພັນສາມັກຄີພິເສດຫວຽດນາມ-ລາວ ຈະສືບຕໍ່ໄດ້ຮັບການປົກປັກຮັກສາ ແລະ ພັດທະນາຢ່າງແຂງແຮງ ຈາກປະຊາຊົນລຸ້ນຕໍ່ໆໄປຂອງສອງປະເທດ ບົນເສັ້ນທາງກ້າວໄປສູ່ຄວາມສີວິໄລ ແລະ ຄວາມຜາສຸກ ເພື່ອສ້າງສັງຄົມນິຍົມຢ່າງສຳເລັດຜົນຢູ່ແຕ່ປະເທດ.

ໃນໂອກາດອັນສະຫງ່າລາສີ, ຕາງໜ້າໃຫ້ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມ, ພວກຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄູນຢ່າງເລິກເຊິ່ງມາຍັງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າທີ່ໄດ້ໃຫ້ ການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ, ມີປະສິດທິຜົນ ແລະ ລໍ້າຄ່າ ແກ່ປະຊາຊົນຫວຽດນາມ ໃນຕະຫຼອດໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມືອກ່ອນ ກໍ່ຄືໃນພາລະກິດກໍ່ສ້າງ ແລະ ພັດທະນາປະເທດຊາດໃນປະຈຸບັນ.

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ ຈົ່ງສວຍສົດງົດງາມ ໝັ້ນຄົງທະໜົງແກ່ນຕະຫຼອດກາລະນານ.

ອວຍພອນໃຫ້ບັນດາສະຫາຍຈົ່ງມີສຸຂະພາບເຂັ້ມແຂງ, ໄດ້ຮັບຜົນສຳເລັດໃໝ່ໃຫຍ່ຫຼວງກ່ວາເກົ່າໃນໜ້າທີອັນສູງສົ່ງຂອງຕົນ./.

ນະຄອນຫຼວງຮ່າໂນ້ຍ, ວັນທີ 01 ທັນວາ 2017.         

ຫງວຽນ ຝູ ຈ໋ອງ

ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ເຈີ່ນ ດ້າຍ ກວາງ

ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ

ຫງວຽນ ຊວັນ ຟຸກ

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ

ຫງວຽນ ທິ ກິມ ເງິນ

ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480264
ມື້ນີ້94
ມື້ວານ157
ອາທິດນີ້662
ເດືອນນີ້6495