ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລື ດ້ານການເມືອງສອງຝ່າຍ ລາວ-ສະວິສ໌ ຄັ້ງທີ 2

 

LaoSwiss

 

ໃນວັນທີ 07 ທັນວາ 2017, ກະຊວງການຕ່າງປະເທດ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືດ້ານການເມືອງສອງຝ່າຍ ຄັ້ງທີ 2 ລະຫວ່າງ ສປປ ລາວ ແລະ ສະມາພັນທະລັດສະວິສ໌, ຊຶ່ງ ຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ​ແລະ ຄະນະ​ຜູ້​ແທນ​ສະ​ວິສ໌ ນໍາ​ໂດຍ ​ທ່ານ ​ໂຈ​ຮານ​ແນສ໌ ມັດ​ຢາ​ຊີ (Johannes Matyassy) ຜູ້​ຊ່ວຍ​ລັດຖະມົນຕີ​ຕ່າງປະ​ເທດ ​ແຫ່ງ ສະມາ​ພັນທະ​ລັດ​ສະ​ວິສ໌.

ກອງປະຊຸມໃນຄັ້ງນີ້, ສອງ​ຝ່າຍ​ໄດ້​ປຶກສາ​ຫາລື ​ແລະ ຕີ​ລາຄາ​ຄືນ ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ ​ທີ່​ມີ​ມູນ​ເຊື້ອ​ຍາວ​ນານ​ນັບ​ແຕ່​ໄດ້​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ​ນໍາ​ກັນ ​ແຕ່​ປີ 1957 ​ເປັນຕົ້ນ​ມາ ​ແລະ ​ແລກປ່ຽນ​ຄໍາ​ຄິດ​ຄໍາ​ເຫັນ ​ກ່ຽວ​ກັບ​ຜົນ​ສໍາ​ເລັດ ລະຫວ່າງ ສອງ​ກະຊວງ​ການ​ຕ່າງປະ​ເທດ ລາວ-ສະ​ວິສ໌ ຄັ້ງ​ທໍາ​ອິດ​ ໃນ​ວັນ​ທີ 4 ກັນຍາ 2015 ທີ່​ຜ່ານ​ມາ. ນອກ​ນັ້ນ​, ກໍ​ໄດ້​ແຈ້ງ​ທັດສະນະ​ໃຫ້​ກັນ ​ແລະ ກັນຊາ​ບ ກ່ຽວ​ກັບ​ບັນຫາ​ພາກ​ພື້ນ ​ແລະ ບັນຫາ​ສາກົນ​ທີ່​ຕ່າງ​ຝ່າຍ​ໃຫ້​ຄວາມ​ສົນ​ໃຈ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ ລະຫວ່າງ​ສອງ​ປະ​ເທດ​ໃຫ້​ແໜ້ນ​ແຟ້ນ ​ແລະ ​ເປັນ​ຮູບ​ປະ​ທໍາ​ຍິ່ງໆ ​ຂຶ້ນ​ໃນ​ອະນາ​ຄົດ ທັງ​ໃນ​ຂອບ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ. ປັດຈຸບັນ​ລັດຖະບານ​ສະ​ວິສ໌ ​ໄດ້​ໃຫ້ການ​ສະໜັບສະໜູນ​ຊ່ວຍ​ເຫລືອ​ແກ່ ສປປ ລາວ ຢ່າງ​ເປັນ​ຮູບ​ປະ​ທໍາ​ໃນ 3 ຂົງ​ເຂດ​ຄື: ຂົງ​ເຂດ​ກະ​ສີ​ກໍາ ​ແລະ ຄໍ້າປະກັນ​ສະບຽງ​ອາຫານ; ຂົງ​ເຂດ​ການ​ປົກຄອງ ​ແລະ ການ​ມີ​ສ່ວນ​ຮ່ວມ​ຂອງ​ປະຊາຊົນ ​ແລະ ຂົງ​ເຂດ​ອາຊີວະ​ສຶກສາ ​ແລະ ການ​ສ້າງ​ວຽກ​ເຮັດ​ງານ​ທໍາ ​ແລະ ອື່ນໆ.

ການ​ຊ່ວຍ​ເຫລືອ​ດັ່ງກ່າວ, ​ສ່ວນ​ໃຫຍ່​ແມ່ນ​ໄດ້​ຊ່ວຍ​ຜ່ານ​ອົງການ​ຮ່ວມ​ມື ​ເພື່ອ​ການ​ພັດທະນາ​ຂອງ​ສະ​ວິສ໌ (SDC) ​ໃນ​ຂອບ​ສອງ​ຝ່າຍ. ນອກຈາກ​ນີ້, ການ​ຊ່ວຍ​ເຫລືອ​ຂອງ​ສະ​ວິສ໌​ ແມ່ນ​ມີ​ລັກສະນະ​ແບບ​ຫລາຍ​ຝ່າຍ ​ໂດຍ​ຜ່ານ​ອົງການ​ສະຫະ​ປະຊາ​ຊາດ (UNDP); ສະຫະພາບ​ເອີຣົບ (EU); ​ອົງການ​ຝຣັ່ງ ​ເພື່ອ​ການ​ພັດທະນາ (AFD) ​ແລະອົງການ​ເຢຍລະ​ມັນ ​ເພື່ອ​ການ​ຮ່ວມ​ມື​ສາກົນ (GIZ), ​ເຊິ່ງລວມມູນ​ຄ່າ​ການ​ຊ່ວຍ​ເຫລືອ​ ເຂົ້າ​ໃນ​ຂົງ​ເຂດ​ຕ່າງໆ​ ແຕ່​ປີ 2013-2017 ປະມານ 86 ລ້ານ​ໂດ​ລາ​ສະຫະລັດ.

ພ້ອມ​ນີ້, ທ່ານ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ ​ໄດ້​ຕາງໜ້າ​ໃຫ້​ລັດຖະບານ ​ແລະ ປະຊາຊົນລາວ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈຕໍ່​ການ​ຊ່ວຍ​ເຫລືອ​ອັນ​ລໍ້າ​ຄ່າ​ ຂອງ​ລັດຖະບານ ​ແລະ ປະຊາຊົນ​ສະ​ວິສ໌ ທີ່​ມີ​ຕໍ່ ສປປ ລາວ, ​ເຊິ່ງ​ໄດ້​ປະກອບສ່ວນ​ອັນ​ສໍາຄັນ​ ເຂົ້າ​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ ກໍ​ຄື ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ ໃຫ້​ນັບ​ມື້​ດີ​ຂຶ້ນ.

ກອງ​ປະຊຸມ​ໄດ້​ດຳ​ເນີນ​ພາຍ​ໃຕ້​ບັນຍາກາດ​ອັນ​ອົບ​ອຸ່ນ​, ​ກົງ​ໄປ​ກົງ​ມາ, ​ສອງ​ຝ່າຍ​ ໄດ້​ບັນລຸ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກັນ​ຫລາຍ​ຂຶ້ນ ​ແລະ ທັງ​ເປັນ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ ລະຫວ່າງ​ ສອງ​ປະ​ເທດ​ລາ​ວ-ສະ​ວິສ໌ ​ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ຍິ່ງ​ຂຶ້ນ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480337
ມື້ນີ້167
ມື້ວານ157
ອາທິດນີ້735
ເດືອນນີ້6568