ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປິດຊຸດບຳລຸງພາສາອັງກິດ ຊຸດທີ 38

IFA38a

 

IFA38b

 

IFA38c

 

ໃນວັນທີ 15 ທັນວາ 2017, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິທີປິດ ການຝຶກອົບຮົມພາສາອັງກິດ ຊຸດທີ 38 ໃຫ້ພະນັກງານກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ບັນ ດາກະຊວງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ, ຈຳນວນ 72 ທ່ານ ( ໃນນີ້ ມີພະນັກງານເພດຍິງ 30 ທ່ານ ), ທີ່ໄດ້ສໍາເລັດການບຳລຸງຍົກລະດັບຄວາມຮູ້ພາສາອັງກິດ, ໄລຍະເວລາ 6 ເດືອນ, ເຊິ່ງໄດ້ດຳເນີນມາແຕ່ວັນທີ 17 ກໍລະກົດ 2017 ເປັນຕົ້ນມາ ແລະ ໄດ້ສຳເລັດລົງໃນວັນທີ 15 ທັນວາ 2017.

 

ໃຫ້ກຽດເຂົ້າຮ່ວມເປັນປະທານພິທີປິດໃນຄັ້ງນີ້ ໂດຍແມ່ນ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ບັນດາທ່ານຜູ້ຕາງໜ້າຈາກກົມຕ່າງໆ ຂອງ ກະຊວງການຕ່າງປະເທດ, ຄະນະພົວພັນການຕ່າງປະເທດສູນກາງພັກ, ຄະນະຈັດຕັ້ງສູນກາງພັກ ແລະ ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດຫຼາຍກວ່າ 100 ທ່ານ.

 

ທ່ານ ທ່ຽງ ບຸບຜາ, ຫົວໜ້າສະຖາບັນການຕ່າງປະເທດ ໄດ້ຂື້ນສະຫຼຸບລາຍງານຜົນສຳເລັດ ຂອງ ຊຸດຮຽນ,   ເຊິ່ງໄດ້ຕີລາຄາວ່າຊຸດຮຽນດັ່ງກ່າວແມ່ນໄດ້ຮັບຜົນຕາມລະດັບຄາດໝາຍທີ່ວາງໄວ້ ແລະ ໄດ້ຍົກໃຫ້ເຫັນວ່າ ຜູ້ເຂົ້າຮ່ວມບຳລຸງພາສາອັງກິດໃນຊຸດນີ້ ສາມາດຍົກລະດັບພາສາອັງກິດໃນລະດັບກາງເປັນຕົ້ນການສົນທະນາ, ການຂີດຂຽນ ແລະ ການນຳສະເໜີບົດ ເພື່ອນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ຕົວຈິງຂອງຕົນ.

 

ໃນພິທີດັ່ງກ່າວ, ທ່ານ ນາງ ຄຳເພົາ ເອີນທະວັນ, ປະທານພິທີ ໄດ້ໃຫ້ກຽດໂອ້ລົມ ຕໍ່ພະນັກງານ ທີ່ສຳເລັດການບຳລຸງພາສາອັງກິດຄັ້ງນີ້, ໂດຍໄດ້ເນັ້ນເຖິງຄວາມຈໍາເປັນ ແລະ ຄວາມສໍາຄັນ ຕໍ່ກັບການຍົກລະດັບວິຊາສະເພາະ ແລະ ພາສາຕ່າງປະເທດ, ເພື່ອເປັນເຄື່ອງມື ນຳໃຊ້ເຂົ້າໃນການພົວພັນຮ່ວມມືກັບສາກົນ ໃນໄລຍະໃໝ່, ໂດຍເລັ່ງໃສ່ປະຕິບັດແຜນບຸກທະລຸ 4 ດ້ານ ທີ່ພັກ-ລັດວາງອອກ ໃນກອງປະຊຸມໃຫ່ຍຂອງພັກ ຄັ້ງທີ X. ສະນັ້ນ, ການຍົກລະດັບພາສາ ພາສາອັງກິດ ຈຶ່ງເປັນວຽກງານໜຶ່ງທີ່ຈຳເປັນຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງ ແລະ ເພື່ອສ້າງພື້ນຖານຄວາມຮູ້ດ້ານພາສາໃຫ້ແກ່ພະນັກງານລັດໃຫ້ມີຄວາມເຂັ້ມແຂງ ແລະ ສາມາດນຳໃຊ້ໄດ້ໃນເວທີສາກົນ ເຊັ່ນ: ເຂົ້າຮ່ວມກອງປະຊຸມສາກົນ, ສຳມະນາ ຫຼື ຂຽນບົດ-ຂຽນເອກະສານຕ່າງໆ.

 

ນອກຈາກການຮໍ່າຮຽນຢູ່ໃນຫ້ອງແລ້ວ, ຜູ້ເຂົ້າຮຽນຍັງໄດ້ສ້າງກິດຈະກຳຂະບວນການເຄື່ອນໄຫວ ຢ້ຽມຊົມຫໍວາງສະແດງພິພິດທະພັນຂອງຄົນພິການ (COPE), ຢ້ຽມຢາມສູນຄຸ້ມຄອງຄື້ນຄວາມຖີ່, ສູນພັດທະນາແມ່ຍິງພິການລາວ, ສູນຄຸ້ມຄອງດາວທຽມ, ເຂື່ອນໄຟຟ້ານ້ຳງື່ມ 1 ແລະ ແຂ່ງຂັນກິລາຕ່າງໆເປັນຕົ້ນ: ການແຂ່ງຂັນກິລາເຕະບານ, ເປຕັງ ແລະ ປິ່ງປ່ອງ ອີກດ້ວຍ ເພື່ອຮັດແໜ້ນຄວາມສາມັກຄີ ລະຫວ່າງ ຜູ້ເຂົ້າຮ່ວມບຳລຸງພາສາອັງກິດ ແລະ ພາກສ່ວນ ອື່ນໆໃຫ້ແໜ້ນແຟ້ນກວ່າເກົ່າ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485796
ມື້ນີ້95
ມື້ວານ206
ອາທິດນີ້832
ເດືອນນີ້5101