ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ຈັດກອງປະຊຸມສຳມະນາຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ

141517SPa

 

141517SPb

 

141517SPc

 

ເນື່ອງ​ໃນ​ວັນ​ສາກົນ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ, ຄະນະ​ກຳມາ​ທິການ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ​ແລະ ​ແມ່-​ເດັກ ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາຂຶ້ນ​ໃນ​ລະຫວ່າງວັນ​ທີ 14-15 ທັນວາ 2017, ທີ່ ທ່າ​ລາດ, ​ແຂວງ​ວຽງ​ຈັນ, ພາຍ​ໃຕ້ຫົວ​ຂໍ້ “ບໍ່​ປະ​ໃຜ​ໄວ້​ເບື້ອງ​ຫຼັງ, ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ”, ໂດຍການເປັນປະທານຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາທ່ານຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການ ຕາງໜ້າແຕ່ລະກົມເຂົ້າຮ່ວມຫຼາຍກວ່າ 70 ຄົນ.

 

ໃນໂອກາດກ່າວເປີດກອງປະຊຸມດັ່ງກ່າວ, ທ່ານ ແສງເພັດ ຮຸ່ງບຸນຍວງ ກ່າວວ່າ ພັກ-ລັດຖະບານ ສປປ ລາວໃຫ້ຄວາມສຳຄັນຫຼາຍຕໍ່ການປົກປ້ອງແມ່ຍິງ, ໄດ້ຍົກໃຫ້ເຫັນບັນຫາ ແລະ ສິ່ງທ້າທາຍຕ່າງໆ ຂອງ ສປປ ລາວ ໃນການພັດທະນາ ແລະ ປົກປ້ອງສິດທິຂອງແມ່ຍິງ ແລະ ເດັກນ້ອຍ ລວມໄປເຖິງສະພາບຄວາມເຂັ້ມແຂງຂອງກົງຈັກ ໃນການເຊື່ອມຈອດກັບລະບົບການສ້າງແຜນ ແລະ ສະໜອງງົບປະມານໃຫ້ທົ່ວເຖິງ, ບວກກັບຂາດການຕິດຕາມກວດກາ ແລະ ສະຫຼຸບລາຍງານຢ່າງເປັນລະບົບຕໍ່ເນື່ອງ ກ່ຽວກັບການເຄື່ອນໄຫວວຽກງານການປົກປ້ອງສິດທິຂອງແມ່ຍິງ. ອີກດ້ານໜຶ່ງ, ຄວາມຮັບຮູ້ ແລະ ເຂົ້າໃຈຂອງສັງຄົມເວົ້າລວມ ເວົ້າສະເພາະພະນັກງານ-ລັດຖະກອນ ຕໍ່ກັບວຽກງານການປົກປ້ອງສິດທິແມ່ຍິງ ແລະ ເດັກ, ການຕ້ານຄວາມຮຸນແຮງຕໍ່ເດັກ ແລະ ການພັດທະນາແມ່ຍິງໃຫ້ເທົ່າທຽມກັບເພດຊາຍ ຍັງບໍ່ຖືກຕ້ອງ ແລະ ຍັງມີລັກສະນະຮີດເກົ່າຄອງເດີມ.

 

ກອງປະຊຸມໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຊົມວິດີໂອສານຂອງທ່ານຮອງນາຍົກລັດຖະມົນຕີ ກ່ຽວກັບການລະນຶກວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ໄດ້ຮັບຟັງການນຳສະເໜີປະຫວັດຄວາມເປັນມາ ຂອງວັນສາກົນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ວັນທີ 25 ພະຈິກ 2017, ເນື້ອໃນສົນທິສັນຍາ​ວ່າດ້ວຍ ການລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ, ແຜນດຳເນີນງານແຫ່ງຊາດກ່ຽວກັບການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໃນ ສປປ ລາວ 2014-2020, ຜົນການສຳຫຼວດເບື້ອງຕົ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ວິໄສທັດ, ຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດ ກ່ຽວກັບຄວາມສະເໝີພາບ ຍິງ-ຊາຍ ແລະ ວຽກແມ່ ແລະ ເດັກ, ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກຍິງ ແລະ ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ​ແລະ ​ເອກະສານ​​ສຳຄັນອື່ນໆ​ ບັນຍາຍໂດຍວິທະຍາກອນ ຈາກຫ້ອງການຄະນະກຳມະທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່-ເດັກ (ຄກຊມດ) ແລະ ຈາກກະຊວງຍຸດຕິທຳ.

 

ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ສົນທະນາ, ແລກປ່ຽນຄຳຄິດຄຳເຫັນ ແລະ ປະສົບປະການນຳກັນ ກ່ຽວກັບຜົນສຳເລັດ ແລະ ສິ່ງທ້າທາຍຕ່າງໆ ໃນການປົກປ້ອງ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກພາຍໃນ ແລະ ຕ່າງປະເທດໃນໄລຍະຜ່ານມາ ກໍ່ຄືການປະຕິບັດທິດທາງ ແລະ ແຜນການໃນຕໍ່ໜ້າ.

 

ໃນຕອນທ້າຍຂອງກອງປະຊຸມ ທ່ານຮອງລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຈົ່ງເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການຈັດຕັ້ງ ແລະ ພະນັກງານລັດຖະກອນໝົດທຸກທ່ານ ເພື່ອສືບຕໍ່ໂຄສະນາ ແລະ ປູກຈິດສຳນຶກໃນທົ່ວສັງຄົມໃຫ້ນັບມື້ສູງເດັ່ນຂຶ້ນເທື່ອລະກ້າວ, ໃຫ້ຮູ້ວ່າການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ແມ່ນຄວາມຮັບຜິດຊອບຂອງໝົດທຸກຄົນ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484644
ມື້ນີ້160
ມື້ວານ188
ອາທິດນີ້1082
ເດືອນນີ້3949