ໃນວັນທີ 21 ທັນວາ 2017 ໄດ້ມີກອງປະຊຸມສຳມະນາ ເຜີຍແຜ່ ຜົນການຮ່ວມມືພາກພືື້ນ ແລະ ສາກົນ ຂອງ ສປປ ລາວ ແລະ ເຜີຍແຜ່ຜົນຂອງກອງປະຊຸມ ປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຊຶ່ງໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ນ. ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ສົມຈິດ ບັນຍາສັກ, ຮອງເຈົ້າແຂວງອຸດົມໄຊ ໂດຍໄດ້ມີນັກສຳມະນາກອນຈາກບັນດາຂະແໜງການຕ່າງໆ ແລະ ອໍານາດການປົກຄອງທ້ອງຖິ່ນ ຂອງ 4 ແຂວງພາກເໜືອເຂົ້າຮ່ວມທັງໝົດ 150 ທ່ານ.
ຈຸດປະສົງໃນການຈັດສຳມະນາຄັ້ງນີ້ແມ່ນເພື່ອເຜີຍແຜ່ໝາກຜົນການເຊື່ອມໂຍງພາກພື້ນ ແລະ ສາກົນ ຂອງ ສປປ ລາວ ກໍ່ຄືແຈ້ງ ກ່ຽວກັບ ຜົນສຳເລັດຂອງກອງປະຊຸມ ເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ທ່ານ ບຸນຍັງ ວໍລະຈິດ ປະທານປະເທດເຂົ້າຮ່ວມໃນຕົ້ນເດືອນພຶດສະພາ 2017 ທີ່ຜ່ານມາ ເພື່ອໃຫ້ພະນັກງານຈາກບັນດາຂະແໜງການຕ່າງໆ ແລະ ອຳນາດການປົກຄອງທ້ອງຖີ່ນຂອງ 4 ແຂວງພາກເໜືອ ໄດ້ຮັບຮູ້, ເຂົ້າໃຈ ແລະ ແລກປ່ຽນບົດຮຽນນຳກັນ, ປຶກສາຫາລືກັນເຖິງກາລະໂອກາດ ແລະ ສິ່ງທ້າທາຍ ພ້ອມທັງວິທີການ ເພື່ອຍາດແຍ່ງເອົາກາລະໂອກາດ ແລະ ຜົນປະໂຫຍດຈາກການຮ່ວມມືຂໍ້ລິເລີ່ມດັ່ງກ່າວ.
ໃນໂອການດັ່ງກ່າວ ທ່ານ ນ. ຄຳເພົາ ຍັງໄດ້ເໜັ່ນໜັກເຖິງສິ່ງທ້າທາຍ ແລະ ການສະກັດກັ້ນສິ່ງທ້າທາຍໃນຂະບວນວິວັດແຫ່ງການເຊື່ອມໂຍງຂອງປະເທດເຮົາເຂົ້າກັບພາກພື້ນ ແລະ ອະນຸພາກພື້ນໃນອະນາຄົດ.