ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີລົງນາມເອກະສານແລກປ່ຽນ ໂຄງການປັບປຸງຊົນລະປະທານກະສິກຳທ່າງອນ

 

LaoJapanAid1 LaoJapanAid2

 

ໃນວັນທີ 26 ທັນວາ 2017,ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ໂຄງການປັບປຸງຊົນລະປະທານກະສິກຳທ່າງ່ອນ”, ມູນຄ່າ 837 ລ້ານເຢັນ ພາຍໃຕ້ການຊ່ວຍເຫຼືອ ເພື່ອພັດທະນາ (ODA) ຂອງ ລັດຖະບານຍີ່ປຸ່ນ, ຊຶ່ງຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຮ່ວມລົງນາມໂດຍ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານ ຍີ່ປຸ່ນ ໂດຍ ທ່ານ ຕາເກຊິ ຮິກິຮາຣະ, ເອກອັກຄະລາຊາທູດ ຍີ່ປຸ່ນ ປະຈຳ ສປປ ລາວ ແລະ ມີພະນັກງານຈາກຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນໃນຄັ້ງນີ້ ແມ່ນເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ຊຶ່ງແມ່ນໜຶ່ງໃນວຽກບູລິມະສິດ ທີ່ລັດຖະບານ ສປປ ລາວ ໃຫ້ຄວາມເອົາໃຈໃສ່ ແລະ ຖືສໍາຄັນທີ່ສຸດ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວ ໂດຍສະເພາະໃນຂົງເຂດກະສິກຳ, ຊຶ່ງຈະຊ່ວຍສະໜອງນ້ຳໃຫ້ພຽງພໍ ໃຫ້ແກ່ຊາວກະສິກອນຢູ່ ເຂດທ່າງ່ອນ ເພື່ອນຳໃຊ້ໃນການຜະລິດເຂົ້າ ໃນລະດູຝົນ ແລະ ລະດູແລ້ງ ໃຫ້ໄດ້ຕາມເປົ້າໝາຍຂອງລັດຖະບານລາວ ເພື່ອຄ້ຳປະກັນສະບຽງອາຫານໃຫ້ພຽງພໍ. ຕະຫຼອດໄລຍະຜ່ານມາ, ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນ, ການຊ່ວຍເຫຼືອ ສປປ ລາວ ໃນຫຼາຍດ້ານ ໂດຍສະເພາະແມ່ນການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA) ແລະ ຖືກຈັດຢູ່ໃນອັນດັບ 1 ຂອງປະເທດ ທີ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເຊັ່ນ: ການພັດທະນາພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ, ສາທາລະນະສຸກ ແລະ ອື່ນໆ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີຕ່າງປະເທດ ຄຳເພົາ ເອີນທະວັນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງເລິກເຊິ່ງ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ມາໂດຍຕະຫຼອດ, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະໃນຂົງເຂດວຽກງານກະສິກຳຂອງລາວ ແລະ ຫວັງວ່າ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕື່ມອີກໃນອານາຄົດ. ພ້ອມດຽວກັນນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ກໍ່ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນແໜ້ນແຟ້ນ ກໍ່ຄືການສະໜັບສະໜູນຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ຕໍ່ ສປປ ລາວ ຕະຫຼອດໄລຍະຜ່ານມາ, ຊຶ່ງນັບແຕ່ປີ 2015 ເປັນຕົ້ນມາ, ສປປ ລາວ ແລະ ຍີ່ປຸ່ນ ໄດ້ຍົກລະດັບການພົວພັນສອງຝ່າຍມາເປັນຄູ່ຮ່ວມມືຍຸດທະສາດ, ຊຶ່ງໄດ້ເຮັດໃຫ້ການພົວພັນຂອງສອງປະເທດ ໄດ້ຮັບການເພີ່ມທະວີເຂົ້າສູ່ລວງເລິກໃນທຸກລະດັບ ນັບແຕ່ການນໍາຂັ້ນສູງ ລົງຮອດຂະແໜງການ ແລະ ທ້ອງຖິ່ນ ໂດຍມີການຜັດປ່ຽນການຢ້ຽມຢາມຢ່າງເປັນທາງການ ຊຶ່ງກັນ ແລະ ກັນ.

ໃນຕອນທ້າຍ, ກໍ່ໄດ້ອວຍພອນໃຫ້ສາຍພົວພັນການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ລາວ-ຍີ່ປຸ່ນ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ອວຍພອນໃຫ້ ທ່ານທູດ ຕາເກຊິ ຮິກິຮາຣະ ແລະ ບັນດາແຂກທີ່ເຂົ້າຮ່ວມພິທີອັນມີຄວາມໝາຍສຳຄັນໃນຄັ້ງນີ້ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດຂອງທ່ານຕະຫຼອດໄປ.

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480409
ມື້ນີ້67
ມື້ວານ172
ອາທິດນີ້807
ເດືອນນີ້6640