ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເຜີຍແຜ່ ກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ແລະ ທາບທາມຮ່າງນິຕິກຳໃນຂະແໜງການຕ່າງປະເທດຂັ້ນທ້ອງຖິ່ນ

kp brkx

ໃນວັນທີ 29-30 ມັງກອນ 2018, ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງບໍລິຄຳໄຊ, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ແລະ ທາບທາມຮ່າງນິຕິກຳກ່ຽວກັບຂະແໜງການຕ່າງປະເທດຂັ້ນທ້ອງຖິ່ນ, ພາຍໃຕ້ການເປັນປະທານຂອງ ທ່ານ ນ. ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງ ການຕ່າງປະເທດ, ໂດຍມີບັນດາ ທ່ານຮອງເຈົ້າແຂວງ, ຮອງປະທານສະພາປະຊາຊົນແຂວງ ແລະ ຜູ້ຕາງໜ້າຈາກຂະແໜງການຕ່າງໆທີ່ກ່ຽວຂ້ອງຈາກແຂວງວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ໄຊສົມບູນ, ຊຽງຂວາງ, ບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຈໍານວນ 150 ກ່ວາທ່ານ.

ໃນວັນທີ 29 ມັງກອນ 2018, ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການເຜີຍແຜ່ກົດໝາຍໃໝ່ ວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ, ເຊິ່ງເປັນກົດໝາຍທີ່ຮ່າງຂຶ້ນໂດຍ ກະຊວງການຕ່າງປະເທດ ໂດຍໄດ້ຜ່ານການຮັບຮອງຈາກສະພາແຫ່ງຊາດ ໃນເດືອນພຶດສະພາ 2017 ແລະ ຖືກປະກາດໃຊ້ໂດຍປະທານປະເທດ ເມື່ອວັນທີ 18 ພະຈິກ 2017 ຜ່ານມາ, ໂດຍແມ່ນຄະນະວິຊາການຜູ້ຊ່ຽວຊານຈາກກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ເປັນຜູ້ບັນຍາຍ. ຈຸດປະສົງຕົ້ນຕໍໃນການເຜີຍແຜ່ກົດໝາຍໃນຄັ້ງນີ້ ກໍເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ຜູ້ເຂົ້າເຂົ້າຮ່ວມກອງປະ ຊຸມ ແນໃສ່ຮັບປະກັນໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວລະຫວ່າງສູນກາງ ແລະ ທ້ອງຖິ່ນ. ກອງປະຊຸມໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບຫຼັກການ ແລະ ລະບຽບການ ໃນການສ້າງ ແລະ ຈັດຕັ້ງປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ໂດຍການສົມທຽບໃສ່ການປະຕິບັດວຽກງານດັ່ງກ່າວ ໃນໄລຍະຜ່ານມາ. ກົດໝາຍສະບັບນີ້ ເປັນບ່ອນອີງທີ່ສໍາຄັນໃຫ້ແກ່ບັນດາອົງການຂັ້ນທ້ອງຖິ່ນໃນການຮ່ວມມືກັບຕ່າງປະເທດ ແລະ ເຊື່ອມໂຍງທາງດ້ານເສດຖະກິດກັບພາກພື້ນ. ການສ້າງກົດໝາຍສະບັບນີ້ເປັນບາດກ້າວອັນສຳຄັນໃນການພັດ ທະນາຂະແໜງການຕ່າງປະເທດໄປສູ່ການຄຸ້ມຄອງດ້ວຍກົດໝາຍ ແລະ ລະບຽບການ ໂດຍສະເພາະແມ່ນການຄຸ້ມຄອງວຽກງານສົນທິສັນຍາ ແລະ ສັນຍາສາກົນ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ, ປະກອບສ່ວນເຂົ້າໃນການຈັດຕັ້ງ ປະຕິບັດນະໂຍບາຍການຕ່າງປະເທດຂອງພັກ-ລັດ ໃຫ້ໄດ້ຮັບຜົນດີຍິ່ງໆຂຶ້ນ.

ໃນວັນທີ 30 ມັງກອນ 2018, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນສືບຕໍ່ຄົ້ນຄ້ວາ, ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນຢ່າງຫ້າວຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກການຕ່າງປະເທດຂອງແຂວງ, ນະຄອນຫຼວງ ແລະ ຮ່າງຂໍ້ຕົກລົງວ່າດ້ວຍມາດຕະຖານຫົວໜ້າພະແນກການຕ່າງປະເທດຂອງແຂວງ, ນະຄອນຫຼວງ. ສອງຮ່າງນິຕິກຳດັ່ງກ່າວແມ່ນມີຄວາມສຳຄັນ ຊຶ່ງຈະກຳນົດທີ່ຕັ້ງ, ພາລະບົດບາດ, ໂຄງປະກອບການຈັດຕັ້ງ, ຂອບເຂດສິດ, ໜ້າທີ່ ແລະ ແບບແຜນວິທີການເຮັດວຽກຂອງພະແນກການຕ່າງປະເທດຂອງແຂວງ, ນະຄອນຫຼວງ ລວມທັງການແບ່ງຂັ້ນຄຸ້ມຄອງວຽກງານການຕ່າງປະເທດລະ ຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ຈະແຈ້ງຂຶ້ນຕື່ມ ແລະ ກຳນົດມາດຕະຖານ, ເງື່ອນໄຂ, ສິດ ແລະ ໜ້າທີ່ຂອງຫົວໜ້າພະແນກ ການຕ່າງປະເທດຂອງແຂວງ, ນະຄອນຫຼວງ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍລັດຖະບານ ປີ 2016, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ປີ 2015, ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ປີ 2015, ກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ປີ 2017, ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການຕ່າງ ປະເທດ ປີ 2017 ແລະ ນິຕິກຳທີ່ກ່ຽວຂ້ອງອື່ນ.

ກະຊວງການຕ່າງປະເທດຈະສືບຕໍ່ຈັດຕັ້ງກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ແລະ ທາບທາມ 02 ຮ່າງນິຕິກຳຂະແໜງການຕ່າງປະເທດດັ່ງກ່າວ ສຳລັບບັນດາແຂວງພາກໃຕ້ໃນກາງເດືອນ ກຸມພາ 2018.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485325
ມື້ນີ້26
ມື້ວານ227
ອາທິດນີ້361
ເດືອນນີ້4630