ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ ກົດໝາຍວ່າດ້ວຍ ສົນທິສັນຍາ ແລະ ສັນຍາສາກົນ ແລະ ທາບທາມຮ່າງນິຕິກຳ ໃນຂະແໜງການຕ່າງປະເທດສຳລັບບັນດາແຂວງພາກກາງ

 

Borikhamxay

 

ໃນວັນທີ 29-30 ມັງກອນ 2018, ທີ່ ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງບໍລິຄຳໄຊ, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍ ສົນທິສັນຍາ ແລະ ສັນຍາສາກົນ ແລະ ທາບທາມຮ່າງປັບປຸງຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກການຕ່າງປະເທດແຂວງ, ນະຄອນຫຼວງ ແລະ ຮ່າງຂໍ້ຕົກລົງວ່າດ້ວຍມາດຕະຖານຕຳ ແໜ່ງຫົວໜ້າພະແນກການຕ່າງປະເທດແຂວງ, ນະຄອນຫຼວງ ພາຍໃຕ້ການເປັນປະທານຂອງ ທ່ານ ນ. ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີບັນດາ ທ່ານຮອງເຈົ້າແຂວງ, ຮອງປະທານສະພາປະຊາຊົນແຂວງ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງວ່າການແຂວງ, ຫົວໜ້າ ແລະ ຮອງຫົວໜ້າພະແນກຂັ້ນແຂວງ, ຜູ້ຕາງໜ້າຈາກຂະແໜງການຕ່າງໆທີ່ກ່ຽວຂ້ອງຂອງ ແຂວງ ວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ໄຊສົມບູນ, ຊຽງຂວາງ, ບໍລິຄຳໄຊ, ນະຄອນຫຼວງວຽງຈັນ ແລະ ພະນັກງານກະຊວງການຕ່າງປະເທດ ເຂົ້າຮ່ວມຈໍານວນ 150 ກ່ວາທ່ານ.

ໃນໂອກາດນີ້, ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການເຜີຍແຜ່ກົດໝາຍ ວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ໂດຍແມ່ນ ທ່ານ ສົມຄິດ ວັນຄໍາ, ຮອງຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ເປັນຜູ້ບັນຍາຍ. ຈຸດປະສົງຕົ້ນຕໍໃນການເຜີຍແຜ່ກົດໝາຍໃນຄັ້ງນີ້ ກໍເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ຜູ້ເຂົ້າເຂົ້າຮ່ວມກອງປະຊຸມ ແນໃສ່ຮັບປະກັນໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ລະຫວ່າງສູນກາງ ແລະ ທ້ອງຖິ່ນ. ກອງປະຊຸມໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບ ຫຼັກການ ແລະ ລະບຽບການ ໃນການສ້າງ ແລະ ຈັດຕັ້ງປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ໂດຍການສົມທຽບໃສ່ການປະຕິບັດວຽກງານດັ່ງກ່າວ ໃນໄລຍະຜ່ານມາ. ກົດໝາຍສະບັບນີ້ ເປັນບ່ອນອີງທີ່ສໍາຄັນໃຫ້ແກ່ບັນດາອົງການຂັ້ນທ້ອງຖິ່ນໃນການຮ່ວມມືກັບຕ່າງປະເທດ ແລະ ເຊື່ອມໂຍງທາງດ້ານເສດຖະກິດກັບພາກພື້ນ. ການສ້າງກົດໝາຍສະບັບນີ້ເປັນບາດກ້າວອັນສຳຄັນໃນການພັດທະນາຂະແໜງການຕ່າງປະເທດ ໄປສູ່ການຄຸ້ມຄອງດ້ວຍກົດໝາຍ ແລະ ລະບຽບການ ໂດຍສະເພາະແມ່ນການຄຸ້ມຄອງວຽກງານສົນທິສັນຍາ ແລະ ສັນຍາສາກົນ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດຂອງ ພັກ-ລັດ ໃຫ້ໄດ້ຮັບຜົນດີຍິ່ງໆຂຶ້ນ. ກົດໝາຍດັ່ງກ່າວ ໄດ້ເລີ່ມມີຜົນສັກສິດນັບແຕ່ວັນທີ 18 ພະຈິກ 2017 ເປັນຕົ້ນມາ. ພ້ອມດຽວກັນນີ້, ກອງປະຊຸມ ໄດ້ພ້ອມກັນຄົ້ນຄ້ວາ, ປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນໃສ່ຮ່າງປັບປຸງຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກການຕ່າງປະເທດແຂວງ, ນະຄອນຫຼວງ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍ ມາດຕະຖານຫົວໜ້າພະແນກການຕ່າງປະເທດແຂວງ, ນະຄອນຫຼວງ. ສອງຮ່າງນິຕິກຳດັ່ງກ່າວແມ່ນມີຄວາມສຳຄັນ ຊຶ່ງຈະກຳນົດທີ່ຕັ້ງ, ພາລະບົດບາດ, ໂຄງປະກອບການຈັດຕັ້ງ, ຂອບເຂດສິດ, ໜ້າທີ່ ແລະ ແບບແຜນວິທີການເຮັດວຽກຂອງພະແນກການຕ່າງປະເທດແຂວງ, ນະຄອນຫຼວງ ລວມທັງການແບ່ງຂັ້ນຄຸ້ມຄອງວຽກງານການຕ່າງປະເທດ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໃຫ້ຈະແຈ້ງຂຶ້ນຕື່ມ ແລະ ກຳນົດມາດຕະຖານ, ເງື່ອນໄຂ, ສິດ ແລະ ໜ້າທີ່ຂອງຫົວໜ້າພະແນກ ການຕ່າງປະເທດແຂວງ, ນະຄອນຫຼວງ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍລັດຖະບານ ປີ 2016, ກົດໝາຍ ວ່າດ້ວຍ ການປົກຄອງທ້ອງຖິ່ນ ປີ 2015, ກົດໝາຍ ວ່າດ້ວຍ ພະນັກງານ-ລັດຖະກອນ ປີ 2015, ກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ປີ 2017, ດຳລັດ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການຕ່າງປະເທດ ປີ 2017 ແລະ ນິຕິກຳທີ່ກ່ຽວຂ້ອງອື່ນ.

ກະຊວງການຕ່າງປະເທດ ຈະສືບຕໍ່ຈັດຕັ້ງກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍ ສົນທິສັນຍາ ແລະ ສັນຍາສາກົນ ແລະ ທາບທາມ 02 ຮ່າງນິຕິກຳຂະແໜງການຕ່າງປະເທດດັ່ງກ່າວ ສຳລັບບັນດາແຂວງພາກໃຕ້ໃນກາງເດືອນ ກຸມພາ 2018.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485684
ມື້ນີ້189
ມື້ວານ196
ອາທິດນີ້720
ເດືອນນີ້4989