ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ຜົນການເຄື່ອນໄຫວວຽກງານອາຊຽນ ຂອງ ສປປ ລາວ ໃຫ້ບັນດາແຂວງພາກກາງ ແລະ ພາກໃຕ້

 

AseanCenSouth1 AseanCenSouth2

 

ໃນວັນທີ 21-22 ກຸມພາ 2018, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ຜົນການເຄື່ອນໄຫວວຽກງານອາຊຽນ ຂອງ ສປປ ລາວ ໃຫ້ບັນດາແຂວງພາກກາງ ແລະ ພາກໃຕ້, ທີ່ ໂຮງແຮມດາວສະຫວັນ, ແຂວງສະຫວັນນະເຂດ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ແລະ ໃຫ້ກຽດກ່າວເປີດກອງປະຊຸມໂດຍ ທ່ານ ປອ. ​​ໂພໄຊ ໄຊຍະສອນ, ຮອງເຈົ້າແຂວງສະຫວັນນະເຂດ ແລະ ມີຜູ້ຕາງຫນ້າຈາກພະແນກການຕ່າງປະເທດ, ພະແນກອຸດສະຫະກຳ ແລະ ການຄ້າ ແລະ ສະພາການຄ້າຂອງບັນດາແຂວງພາກກາງ ແລະ ພາກໃຕ້ ​​ເຂົ້າຮ່ວມຫຼາຍກວ່າ 100 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອເຜີຍແຜ່ກ່ຽວກັບວັນສ້າງຕັ້ງອາຊຽນຄົບຮອບ 50 ປີ ໃນປີ 2017 ທີ່ເປັນຂີດໝາຍອັນສຳຄັນ ເພາະອາຊຽນໄດ້ຜ່ານຜ່າສິ່ງທ້າທາຍຫຼາຍຢ່າງ ແລະ ສາມາດຍາດໄດ້ຜົນສຳເລັດເທື່ອລະກ້າວຕະຫຼອດໄລຍະ 5 ທົດສະວັດຜ່ານມາ, ອັນພົ້ນເດັ່ນແມ່ນການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ຊື່ງເປັນພື້ນຖານທີ່ເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດສະມາຊິກອາຊຽນ ກໍຄືການສ້າງປະຊາຄົມອາຊຽນ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມກໍ່ໄດ້ຮັບຟັງຜົນສໍາເລັດຂອງ ສປປ ລາວ ໃນການເຄື່ອນໄຫວວຽກງານອາຊຽນໃນໄລຍະ 2 ທົດສະວັດທີ່ຜ່ານມາ. ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ໂດຍສະເພາະ​​ແມ່ນການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025, ແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025 ແລະ ແຜນແມ່ບົດປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2025. ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຊາບກ່ຽວກັບແຜນບູລິມະສິດໃນການເປັນປະທານອາຊຽນຂອງ ສິງກະໂປ ໃນປີ 2018 ເປັນຕົ້ນແມ່ນຂໍ້ສະເໜີໃນການສ້າງເຄືອຂ່າຍເມືອງທັນສະໄໝອາຊຽນ (ASEAN Smart Cities Network) ໂດຍມີຈຸດປະສົງໃຫ້ປະເທດສະມາຊິກອາຊຽນ ສະເໜີຕົວເມືອງຂອງຕົນ ເພື່ອສ້າງໃຫ້ເປັນເມືອງທີ່ທັນສະໄໝ ແລະ ມີການພັດທະນາແບບຍືນຍົງ.

ໃນໂອກາດກອງປະຊຸມຄັ້ງນີ້, ບັນດາຜູ້ຕາງຫນ້າຈາກຂະແຫນງການຂອງແຂວງ ກໍໄດ້ແຈ້ງສະພາບດ້ານການຄ້າ ແລະ ການລົງທຶນ, ລວມທັງສິ່ງທ້າທາຍຕ່າງໆ ແລະ ຂໍ້ສະດວກ ຢູ່ພາຍໃນແຂວງຂອງຕົນ, ຊື່ງກອງປະຊຸມ ໄດ້ມີການແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ແລະ ໄດ້ຊຸກຍູ້ໃຫ້ບັນດາຜູ້ເຂົ້າຮ່ວມ ນຳເອົາເນື້ອໃນຈິດໃຈຜົນການປຶກສາຫາລືໃນກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍຕາມພາລະບົດບາດ ແລະ ໜ້າວຽກທີ່ຕົນຮັບຜິດຊອບ ເພື່ອສືບຕໍ່ຍາດແຍ່ງຜົນປະໂຫຍດຈາກການເປັນປະຊາຄົມເສດຖະກິດອາຊຽນ ມາສູ່ແຂວງຂອງຕົນກໍ່ຄື ສປປ ລາວ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483939
ມື້ນີ້63
ມື້ວານ183
ອາທິດນີ້377
ເດືອນນີ້3244