ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມປຶກສາຫາລືຮ່ວມ

SOMJMC

 

ວັນທີ 07-08 ມີນາ 2018, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN Senior Officials’ Meeting) ແລະ ກອງປະຊຸມປຶກສາຫາລືຮ່ວມ (Joint Consultative Meeting - JCM), ທີ່ ສິງກະໂປ.

 

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ທົບທວນການຈັດຕັ້ງປະຕິບັດບັນດາຂໍ້ສະເໜີແນະຕ່າງໆຂອງຄະນະສະເພາະກິດລະດັບສູງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກອງເລຂາອາຊຽນ ແລະ ທົບທວນຄືນ ບັນດາອົງກອນຂອງອາຊຽນ ຊຶ່ງເຫັນວ່າມາຮອດປະຈຸບັນ ແມ່ນມີຄວາມຄືບຫນ້າ. ກອງປະຊຸມ ໄດ້ສືບຕໍ່ປຶກສາຫາລື ການຮ່າງເອກະສານບູລິມະສິດ ສໍາລັບການເປັນປະທານອາຊຽນ ຂອງ ສິງກະໂປ ທີ່ຈະຮັບຮອງເອົາໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີີ 32 ເດືອນ ເມສາ ນີ້ີ ໂດຍສະເພາະແມ່ນ ການສ້າງເຄືອຂ່າຍຕົວເມືອງພັດທະນາອາຊຽນ, ການສ້າງຄວາມເຂັ້ມແຂງ ແລະ ນະວັດຕະກໍາອາຊຽນ, ແລະ ການຮ່ວມມືດ້ານຄວາມຫມັ້ນຄົງທາງຄອມພິວເຕີ. ພ້ອມນີີ້, ກອງປະຊຸມກໍໄດ້ປຶກສາຫາລື ກ່ຽວກັບ ການພົວພັນຮ່ວມມືກັບພາຍນອກ ໂດຍສະເພາະແມ່ນ ການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ສະໄຫມພິເສດ, ຊຶ່ງຈະຈັດຂຶ້ນໃນວັທີ 17-18 ມີນາ 2018, ທີ່ ຊິດນີ, ອົດສະຣາລີ, ແລະ ການຮ່ວມມື ລະຫວ່າງອາຊຽນກັບ ບັນດາຄູ່ຮ່ວມຂະແໜງການ ແລະ ຄູ່ຮ່ວມພັດທະນາ ທີ່ອາຊຽນໄດ້ມອບສະຖານະພາບ​​ໃຫ້ໃນຊຸມປີຜ່ານມາ.

 

ກອງປະຊຸມປຶກສາຫາລືຮ່ວມ ໂດຍມີການເຂົ້າຮ່ວມຂອງບັນດາຫົວໜ້າເຈົ້າຫນ້າທີ່ອາວຸໂສຮັບຜິດຊອບເສົາຄໍ້າ ປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ເສົາຄ້ຳປະຊາຄົມເສດຖະກິດອາຊຽນ ແລະ ເສົາຄ້ຳປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຂອງປະເທດສະມາຊິກອາຊຽນ ໄດ້ປຶກສາຫາລືການກະກຽມດ້ານຕ່າງໆ ສໍາລັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ, ຊຶ່ງຈະຈັດຂຶ້ນໃນວັນທີ 25-28 ເມສາ 2018, ທີ່ ສິງກະໂປ. ໃນນີ້, ກອງປະຊຸມໄດ້ຜ່ານບັນດາເອກະສານຜົນຂອງກອງປະຊຸມສຸດຍອດດັ່ງກ່າວ ຊຶ່ງຄາດວ່າຈະມີ 11 ສະບັບ. ໃນໂອກາດນີ້, ກອງປະຊຸມຍັງໄດ້ຮັບຟັງລາຍງານ ກ່ຽວກັບ ການຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2025, ການເຂົ້າປັນສະມາຊິກອາຊຽນຂອງ ຕີມໍ ເລເຕ່, ຄວາມຄືບຫນ້າໂຄງການສ້າງອາຄານເພີີ້ມອີກ 1 ຫລັງ ໃຫ້ແກ່ກອງເລຂາ ແລະ ບັນດາຫນ້າວຽກທີີ່ກວມລວມຫລາຍເສົາຄ້ຳ. ໃນຕອນທ້າຍ, ກອງປະຊຸມຍັງໄດ້ຮັບຮອງເອົາ ພາລະບົດບາດຂອງກອງປະຊຸມປຶກສາຫາລືຮ່ວມສະບັບປັບປຸງ ແນໃສ່ສົ່ງເສີມບົດບາດກອງປະຊຸມປຶກສາຫາລືຮ່ວມ ໃຫ້ເຂັ້ມແຂງກວ່າເກົ່າ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484524
ມື້ນີ້40
ມື້ວານ188
ອາທິດນີ້962
ເດືອນນີ້3829